ຫວ່ານ "ແນວພັນພືດສີແດງ"

ໃນຕອນບ່າຍທີ່ຝົນຕົກໜັກ, ທ່ານພັນໂທ ຫງວຽນວັນໂຮ, ຮອງຫົວໜ້າໜ່ວຍຂົນຂວາຍມວນຊົນ, ຄ້າຍທະຫານຊາຍແດນດ່ານຊາຍແດນ ມີ້ກຸຍໄຕ ແລະບັນດາສະມາຊິກຊາວໜຸ່ມຂອງຕາແສງ ມີ້ກຸຍ (ແຂວງ ໄຕນິງ) ໄດ້ລາດຕະເວນຢູ່ຕາມເສັ້ນຊາຍແດນ. ນີ້ແມ່ນການເຄື່ອນໄຫວເປັນປະຈຳຂອງຮູບແບບ “ໜ່ວຍຄຸ້ມຄອງເຂດຊາຍແດນດ້ວຍຕົນເອງ” ໂດຍສະມາຊິກພັກໜຸ່ມ ຮວີ່ງວັນຖັງ ເປັນເສນາທິການໃຫ້ໜ່ວຍພັກ ບ້ານ 4, ຄະນະພັກຕາແສງ ມີ້ກຸຍ ນໍາພາປະຕິບັດໃນຫຼາຍປີຜ່ານມາ. ໜ່ວຍດັ່ງກ່າວໄດ້ສ້າງຕັ້ງຂຶ້ນທຳອິດແມ່ນມີສະມາຊິກ 7-10 ຄົນທີ່ເປັນສະມາຊິກຊາວໜຸ່ມ, ຊາວໜຸ່ມ, ມະຫາຊົນດີເດັ່ນ, ສົມທົບກັບທະຫານຊາຍແດນ ເພື່ອລາດຕະເວນສົມທົບກັນໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ສ້າງການຫັນປ່ຽນຢູ່ໃນບໍລິເວນ.

ຕາມທ່ານ ຫວໍ້ແທງເຊີນ, ເລຂາໜ່ວຍພັກບ້ານ 4, ໜ່ວຍພັກມີສະມາຊິກພັກ 15 ຄົນ, ກ່ອນໜ້ານັ້ນມີຈຸດເວລາທີ່ກໍາລັງຄວາມສາມາດນຳພາຍັງຈຳກັດ ຍ້ອນສະມາຊິກພັກຫຼາຍຄົນມີອາຍຸສູງ ຫຼື ໄປເຮັດວຽກຢູ່ໄກສະນັ້ນຈຶ່ງບໍ່ໄດ້ຢູ່ເປັນປະຈໍາ, ການສ້າງ, ຜັນຂະຫຍາຍມະຕິຂອງໜ່ວຍພັກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ... ຕໍ່ໜ້າສະພາບການນັ້ນ, ຄະນະພັກຄ້າຍທະຫານຊາຍແດນ ດ່ານຊາຍແດນ ມີ້ກຸຍໄຕ ໄດ້ເພີ່ມສະມາຊິກພັກ, ທ່ານພັນໂທ ຫງວຽນວັນໂຮ່ ໄດ້ຮັບການແຕ່ງຕັ້ງໃຫ້ເຂົ້າຮ່ວມດໍາເນີນຊີວິດໜ່ວຍພັກຢູ່ບ້ານ 4, ຖືນີ້ເປັນຫຼັກແຫຼ່ງແກ່ນສານຊ່ວຍເປັນເສນາທິການໃນການກໍ່ສ້າງໜ່ວຍພັກຢ່າງເຂັ້ມແຂງ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນ ດ່ານຊາຍແດນ ມີ້ກຸຍໄຕ ມອບເຂົ້າສານໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn

ຍ້ອນການແນະນໍາຂອງທ່ານພັນໂທ ຫງວຽນວັນໂຮ, ໜ່ວຍພັກບ້ານ 4 ຈຶ່ງໄດ້ເອົາ ອ້າຍ ຮວີ່ງວັນຖັງ ເຂົ້າຮຽນເອກະສານຕ່າງໆ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ, ອ້າຍ ຖັງ ຍາມໃດກໍ່ໄດ້ເປັນແບບຢ່າງ, ນຳໜ້າໃນການເຄື່ອນໄຫວ ແລະຂະບວນການຂອງທ້ອງຖິ່ນ ແລະໄດ້ເຂົ້າເປັນສະມາຊິກພັກ. ຈາກພຶດຕິກໍາຕົວຈິງໃນການເຂົ້າຮ່ວມເຄື່ອນໄຫວຂະບວນການຢູ່ບໍລິເວນທີ່ສັບສົນ, ລັກລອບຄ້າຂາຍເຖື່ອນ, ເຂົ້າອອກເມືອງຜິດກົດໝາຍ, ອ້າຍ ຖັງ ໄດ້ສະເໜີໃຫ້ໜ່ວຍພັກຜັນຂະຫຍາຍຮູບແບບ “ໜ່ວຍຄຸ້ມຄອງເຂດຊາຍແດນດ້ວຍຕົນເອງ” ເພື່ອປະກອບສ່ວນຫັນປ່ຽນບໍລິເວນ, ຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ. ຜັນຂະຫຍາຍນະໂຍບາຍດັ່ງກ່າວ, ກົມກອງໄດ້ສົມທົບກັບການໂຄສະນາ, ສຶກສາອົບຮົມ ແລະກໍ່ສ້າງກຳລັງແຮງທີ່ຖືກຕ້ອງໃຫ້ແກ່ຊາວໜຸ່ມເພື່ອຂະຫຍາຍເຂົ້າພັກຜ່ານຂະບວນການເຄື່ອນໄຫວຕ່າງໆ. ພາຍຫຼັງໄດ້ເຂົ້າເປັນສະມາຊິກພັກແລ້ວ, ໜ່ວຍພັກໄດ້ມອບໝາຍໜ້າທີ່ທີ່ເໝາະສົມໃຫ້ແກ່ສະມາຊິກພັກ ເພື່ອເສີມຂະຫຍາຍກໍາລັງຄວາມສາມາດ ແລະຄວາມຖະນັດຂອງຕົນ. ໃນໄລຍະ 5 ປີຜ່ານມາ, ຄ້າຍທະຫານຊາຍແດນໄດ້ສົມທົບກັນບໍາລຸງສ້າງ, ຂະຫຍາຍສະມາຊິກພັກໄດ້ 9 ຄົນຢູ່ບັນດາໜ່ວຍພັກບ້ານ. ບັນດາສະມາຊິກພັກລ້ວນແຕ່ໄດ້ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ, ຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງໃນການປະຕິບັດໜ້າທີ່ວຽກງານຂອງຕົນເປັນຢ່າງດີ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ຮັກແພງຈາກມະຫາຊົນ.

ສ້າງເຂດຊາຍແດນໃຫ້ມີຄວາມປອດໄພ, ສະຫງົບສຸກ

ທ່ານພັນເອກ ຟ້າມແທ່ງຈຸງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນ ມີ້ກຸຍໄຕ ໃຫ້ຮູ້ວ່າ: ສະພາບເສດຖະກິດ - ສັງຄົມຢູ່ເຂດຊາຍແດນຂອງຕາແສງ ມີ້ກຸຍ ຍັງບໍ່ທັນພັດທະນາ, ສະພາບອາກາດຮ້າຍແຮງ, ຊີວິດການເປັນຢູ່ຂອງປະຊາຊົນຍັງຫຍຸ້ງຍາກ. ນີ້ແມ່ນໜຶ່ງໃນບັນດາປັດໄຈທີ່ເຮັດໃຫ້ເປົ້າໝາຍອາດຊະຍາກຳ,  ຜູ້ລັກລອບຄ້າຂາຍເຖື່ອນສວຍໃຊ້, ຊັກຈູງແກ່ດຶງເອົາປະຊາຊົນໃຫ້ເຂົ້າຮ່ວມການກະທຳຜິດກົດໝາຍ. ສະນັ້ນ, ຄະນະພັກ, ຜູ້ບັນຊາການຄ້າຍທະຫານຊາຍແດນດ່ານຊາຍແດນ ມີ້ກຸຍໄຕ ຈຶ່ງມີແຜນນະໂຍບາຍຍູ້ແຮງວຽກງານປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ພ້ອມທັງສຸມໃສ່ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ເພີ່ມທະວີພະນັກງານ, ສະມາຊິກພັກປະກອບສ່ວນກໍ່ສ້າງຮາກຖານ, ຊ່ວຍປະຊາຊົນພັດທະນາເສດຖະກິດ.

leftcenterrightdel
ພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນດ່ານຊາຍແດນ ມີ້ກຸຍໄຕ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ. ພາບ: qdnd.vn

ໃນໄລຍະທີ່ຜ່ານມາ, ຄະນະພັກ, ການນໍາຄ້າຍທະຫານຊາຍແດນ ໄດ້ຊີ້ນໍາ-ນໍາພາ, ຜັນຂະຫຍາຍປະຕິບັດຫຼາຍຮູບແບບ, ໂຄງການໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນຢ່າງແທດຈິງ, ເປັນຕົ້ນແມ່ນ: ໄຫເຂົ້າສານແຫ່ງຄວາມຮັກແພງ, ມອບຮູບແບບຫາເງິນລ້ຽງຊີບ, ກໍ່ສ້າງເຮືອນແຫ່ງຄວາມຮັກແພງຢູ່ເຂດຊາຍແດນ, ກໍ່ສ້າງຊົນນະບົດໃໝ່… ໃນໄລຍະ 5 ປີຜ່ານມາ, ກົມກອງໄດ້ລະດົມກໍາລັງພະນັກງານ-ນັກຮົບ 1.100 ກວ່າເທື່ອຄົນເພື່ອຊ່ວຍເຫຼືອປະຊາຊົນອອກແຮງງານ, ທຳການຜະລິດ, ສ້ອມແປງເຮືອນຊານ, ສ້ອມແປງທາງຄົມມະນາຄົມ ແລະມອບບັດປະກັນສຸຂະພາບໃຫ້ປະຊາຊົນ 6 ຄອບຄົວ, ມອບຂອງຂວັນ 6.500 ພູດ, ກໍ່ສ້າງເຮືອນແຫ່ງຄວາມຮັກ 14 ຫຼັງຢູ່ເຂດຊາຍແດນ, ມອບຮູບແບບການຫາເງິນລ້ຽງຊີບ 37 ຮູບແບບໃຫ້ເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ.

ຮູບແບບ “ໄຫເຂົ້າສານແຫ່ງຄວາມຮັກແພງ” ທາງຄ້າຍທະຫານຊາຍແດນດ່ານຊາຍແດນ ມີ້ກຸຍໄຕ ໄດ້ຮັກສາໄວ້ໃນ 5 ປີຜ່ານມາ. ວຽກງານທີ່ມີຄວາມໝາຍນີ້ ໄດ້ແຜ່ຂະຫຍາຍ ແລະໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນ ແລະຫົວໜ່ວຍຕ່າງໆຫຼາຍພໍສົມຄວນ, ສະນັ້ນປະລິມານການລະດົມເຂົ້າກໍ່ເພີ່ມຂຶ້ນຫຼາຍ, ເຮັດໃຫ້ຫົວໜ່ວຍຊ່ວຍເຫຼືອເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກ, ເຈັບເປັນ ແລະຂາດຄວາມສາມາດໃນການເຮັດວຽກຢູ່ເຂດຊາຍແດນໄດ້ຢ່າງທັນການ. ບໍ່ພຽງແຕ່ໜູນຊ່ວຍເຂົ້າສານເທົ່ານັ້ນ, ຄ້າຍທະຫານຊາຍແດນຍັງຜັນຂະຫຍາຍບັນດາໂຄງການມອບງົວແມ່ພັນໃຫ້ຄອບຄົວທຸກຍາກ, ມອບເຮືອນ, ຊ່ວຍປະຊາຊົນສ້ອມແປງເຮືອນທີ່ຊຸດໂຊມ, ເປ່ເພ, ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ; ຈັດຕັ້ງລາຍການ “ບຸນເຕັດຢູ່ເຂດຊາຍແດນ, ອົບອຸ່ນຈິດໃຈຊາວບ້ານ” ດ້ວຍບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດ, ເບິ່ງແຍງດູແລ ແລະມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຊາວຊົນເຜົ່າສ່ວນໜ້ອຍ...

ໂດຍ: ຈາງຫງວຽນ