ອົງການເປັນເສນາທິການຊາຍແດນ ໄດ້ສຳເລັດວຽກງານເປັນເສນາທິການກັບຄະນະພັກ, ກອງບັນຊາການທະຫານຊາຍແດນກ່ຽວກັບວຽກງານຊາຍແດນ ແລະສ້າງກຳລັງທະຫານຊາຍແດນໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ, ຮັບປະກັນໃຫ້ທະຫານຊາຍແດນສຳເລັດໜ້າທີ່ກໍ່ສ້າງ, ຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມສະຫງົບເຂດຊາຍແດນແຫ່ງຊາດຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່, ດ້ວຍບັນດາໝາກຜົນພົ້ນເດັ່ນ:
1. ເປັນເຈົ້າການໃນການເກັບກໍາຂໍ້ມູນ, ຄົ້ນຄວ້າ, ປະເມີນ, ຄາດຄະເນຖືກຕາມສະພາບການ, ເປັນເສນາທິການໃຫ້ແກ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເພື່ອລາຍງານ, ສະເໜີກັບພັກ, ລັດ ຫຼາຍແຜນນະໂຍບາຍ, ມາດຕະການເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເຂດຊາຍແດນ, ເຂດທະເລ, ເກາະ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ໂດຍບັງເອີນ. ຜັນຂະຫຍາຍບັນດາມາດຕະການຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ ຢ່າງຄົບຊຸດ; ພົບເຫັນ, ສະກັດກັ້ນ, ແກ້ໄຂກໍລະນີກຳປັ່ນຂອງຕ່າງປະເທດ ລ່ວງລະເມີດເຂດທະເລຫວຽດນາມ, ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU). ຊີ້ນໍາ, ແນະນໍາທະຫານຊາຍແດນບັນດາແຂວງ, ນະຄອນ ດຳເນີນການຝຶກຊ້ອມການບັນຊາ-ເສນາທິການ ແລະເຂົ້າຮ່ວມການຝືກຊ້ອມເຂດປ້ອງກັນຕົວ; ການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈບັນລຸໝາກຜົນເປັນຢ່າງດີ, ຮັບປະກັນຄວາມປອດໄພ, ໃກ້ຊິດກັບຕົວຈິງ.
2. ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ. ປະສານສົມທົບກັບກໍາລັງຕໍາຫຼວດ, ການທະຫານຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດດຳລັດສະບັບເລກທີ 03/2019/NĐ-CP ລົງວັນທີ 5 ກັນຍາ 2019 ຂອງລັດຖະບານກ່ຽວກັບການປະສານສົມທົບລະຫວ່າງກະຊວງປ້ອງກັນປະເທດ ແລະກະຊວງຕຳຫຼວດ ໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຕໍ່ສູ້ຕ້ານອາດຊະຍາກຳ ແລະໜ້າທີ່ປ້ອງກັນຊາດ. ປະສານສົມທົບກັບບັນດາກຳລັງເພື່ອຮັບມື, ແກ້ໄຂບັນດາກໍລະນີ, ໄພທຳມະຊາດ ແລະຊອກຫາກູ້ຊີບກູ້ໄພຢ່າງທັນການ, ມີປະສິດທິຜົນ, ຢັ້ງຢືນບົດບາດ, ຄວາມຮັບຜິດຊອບຂອງທະຫານຊາຍແດນໃນການຮັບມືກັບຄວາມໝັ້ນຄົງບໍ່ແມ່ນການທະຫານ ແລະກູ້ຊ່ວຍມະນຸດສະທຳສາກົນ.
    |
 |
ການນຳທະຫານຊາຍແດນ ກວດກາວຽກງານຫັດແອບ, ກຽມພ້ອມສູ້ຮົບຢູ່ທະເລ. ພາບ: ແທັ່ງຈູງ. |
3. ດໍາເນີນການປ່ຽນແປງໃໝ່ລາຍການ ແລະວິທີການຫັດແອບ, ເອົາໃຈໃສ່ການຫັດແອບບັນດາມາດຕະການດ້ານວິຊາການຊາຍແດນ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຫັດແອບດ້ວຍການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ. ຜັນຂະຫຍາຍການປະຕິບັດມະຕິຂອງຄະນະພັກການທະຫານສູນກາງ, ແຜນການຂອງກະຊວງປ້ອງກັນປະເທດ ແລະມະຕິຂອງຄະນະພັກທະຫານຊາຍແດນ ກ່ຽວກັບການປ່ຽນແປງໃໝ່ວຽກງານການສຶກສາ-ກໍ່ສ້າງ. ຊີ້ນຳບັນດາວິທະຍາຄານ, ໂຮງຮຽນປະຕິບັດບັນດາແຜນຮ່າງກ່ຽວກັບການສຶກສາ, ກໍ່ສ້າງໃຫ້ມີປະສິດທິຜົນ; ປະຕິບັດຕາມຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ “ເປັນຕົວແບບ, ດີເດັ່ນ” ໃນທະຫານຊາຍແດນ.
4. ວຽກງານກໍ່ສ້າງກໍາລັງຍາມໃດກໍ່ໄດ້ເອົາໃຈໃສ່ ແລະຜັນຂະຫຍາຍຮອບດ້ານ. ຊາບຊຶມ, ຈັດຕັ້ງປະຕິບັດມະຕິຂອງຄະນະພັກການທະຫານສູນກາງ, ແຜນການຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງກອງທັບປະຊາຊົນຫວຽດນາມ ໄລຍະ 2021-2030 ແລະຊຸມປີຕໍ່ໄປໃນທະຫານຊາຍແດນ; ແຜນຮ່າງການຈັດຕັ້ງກໍາລັງທະຫານຊາຍແດນ ໄລຍະ 2017-2021 ແລະຊຸມປີຕໍ່ໄປ.
5. ວຽກງານການທູດຊາຍແດນ ໄດ້ຈັດຕັ້ງປະຕິບັດຢ່າງມີໄຫວພິບ, ປະດິດສ້າງ, ມີປະສິດທິຜົນ. ປະສານສົມທົບຢ່າງແໜ້ນແຟ້ນ, ເປັນເສນາທິການກັບກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ; ຫວຽດນາມ-ລາວ ແລະຫວຽດນາມ-ກຳປູເຈຍ ປະສົບຜົນສຳເລັດ. ຮັກສາການແລກປ່ຽນ, ພົບປະເຈລະຈາຕາມ 3 ຂັ້ນ; ແກ້ໄຂບັນດາກໍລະນີດ້ວຍຈິດໃຈສາມັກຄີ, ມິດຕະພາບ, ຮັບປະກັນວຽກງານການທູດຊາຍແດນແມ່ນຈຸດພົ້ນເດັ່ນໃນການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະກອບສ່ວນກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
6. ວຽກງານວິທະຍາສາດການທະຫານ, ກົດໝາຍໄດ້ຈັດຕັ້ງປະຕິບັດຢ່າງຮອບດ້ານ, ມີປະສິດທິຜົນ. ເປັນເສນາທິການກໍ່ສ້າງ, ຈັດຕັ້ງປະຕິບັດໜ້າທີ່ບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະຫັນປ່ຽນດີຈີຕອນ, ປະຕິບັດແຜນຮ່າງ 06 ແລະການປະຕິຮູບການບໍລິຫານໃນທະຫານຊາຍແດນ. ເປັນເຈົ້າການເປັນເສນາທິການກັບກອງບັນຊາການເພື່ອລາຍງານຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສະເໜີສະພາແຫ່ງຊາດປະກາດໃຊ້ບັນດາເອກະສານທາງດ້ານກົດໝາຍກ່ຽວກັບວຽກງານຊາຍແດນ ແລະຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ, ບັນດາແຜນຮ່າງກ່ຽວກັບການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນ, ທ່າສະໜາມຮົບທົ່ວປວງຊົນປ້ອງກັນຊາດ ຕິດພັນກັບພື້ນຖານທົ່ວປວງຊົນປ້ອງກັນຄວາມສະຫງົບ, ທ່າສະໜາມຮົບທົ່ວປວງຊົນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ພ້ອມທັງສຳເລັດເປັນຢ່າງດີ ແລະດີເລີດບັນດາດ້ານວຽກງານຕ່າງໆ.
    |
 |
ການນຳທະຫານຊາຍແດນ ມອບລາງວັນໃຫ້ແກ່ບັນດາໝູ່ຄະນະສັງກັດພະແນກເສນາທິການທະຫານຊາຍແດນ. ພາບ: ແທັ່ງຈູງ. |
ຕໍ່ໜ້າຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່, ວຽກງານເສນາທິການຊາຍແດນຮຽກຮ້ອງຕ້ອງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບເພື່ອຈັດຕັ້ງປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດຢ່າງມີໄຊ. ຄະນະພັກ, ການນຳ, ອົງການເສນາທິການຊາຍແດນກຳນົດວ່າ ຈະເຊີດຊູຄວາມຮັບຜິດຊອບ, ສຸມໃສ່ປະຕິບັດບາງໜ້າທີ່, ມາດຕະການພື້ນຖານດັ່ງນີ້:
ທີໜຶ່ງ, ຕັ້ງໜ້າເປັນເສນາທິການ, ຊີ້ນຳ, ແນະນຳບັນດາກົມກອງຜັນຂະຫຍາຍຮອບດ້ານບັນດາມາດຕະການຄຸ້ມຄອງ, ປົກປັກຮັກສາຊານແດນແຫ່ງຊາດ. ເປັນເຈົ້າການເຮັດວຽກງານກຳແໜ້ນ, ຄາດຄະເນສະພາບການແຕ່ຫົວທີ່, ແຕ່ໄກ. ປະສານສົມທົບກັບບັນດາຄະນະ, ຂະແໜງການ, ກຳລັງຕ່າງໆຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດບັນດາເອກະສານທາງດ້ານກົດໝາຍ ແລະເຂົ້າຮ່ວມການເຈລະຈາ, ສຳເລັດການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກຫວຽດນາມ-ກຳປູເຈຍ. ຜັນຂະຫຍາຍຄົບຊຸດບັນດາມາດຕະການສະກັນກັ້ນ, ຢຸດກໍລະນີເຮືອຫາປາຂອງຫວຽດນາມ ລະເມີດ IUU.
ທີສອງ, ຕັ້ງໜ້າ, ເປັນເຈົ້າການເປັນເສນາທິການກັບກອງບັນຊາການ ປະສານສົມທົບກັບບັນດາທະຫານເຂດ, ເຫຼົ່າທັບ, ເຫຼົ່າຮົບ ໃນການປະຕິບັດໜ້າທີ່ສູ້ຮົບ, ກໍ່ສ້າງເຂດປ້ອງກັນຕົວຢູ່ເຂດຊາຍແດນໃຫ້ມີຄວາມໝັ້ນຄົງເຂັ້ມແຂງ. ປະສານສົມທົບກັບບັນດາກຳລັງ ເພື່ອເຮັດວຽກງານໂຄສະນາ, ຄາດຄະເນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຊອກຫາກູ້ຊີບກູ້ໄພ. ຊາບຊຶມ, ຈັດຕັ້ງປະຕິບັດບັນດາມະຕິ, ຂໍ້ສະຫຼຸບຂອງຂັ້ນເທິງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ. ສືບຕໍ່ປະຕິບັດເນື້ອໃນກ່ຽວກັບການກໍ່ສ້າງກຳລັງຕາມທິດຮັດກຸ່ມ, ເປັນກຳລັງຫຼວງ, ຍອດຢ້ຽມ, ມີປະສິດທິພາບ, ປະສິດທິຜົນ.
ທີສາມ, ສືບຕໍ່ຊາບຊຶມ ແລະຈັດຕັ້ງປະຕິບັດບັນດາມະຕິຂອງຄະນະພັກທະຫານຊາຍແດນກ່ຽວກັບການປ່ຽນແປງໃໝ່ວຽກງານການສຶກສາ ແລະກໍ່ສ້າງຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ກໍ່ສ້າງທະຫານຊາຍແດນໃນສະພາບການໃໝ່ໃຫ້ມີປະສິດທິຜົນ; ຍົກສູງຄຸນນະພາບ ແລະປ່ຽນແປງໃໝ່ວຽກງານຫັດແອບຕາມທິດ “ພື້ນຖານ, ແທດຈິງ, ໝັ້ນຄົງເຂັ້ມແຂງ”. ສຸມໃສ່ປ່ຽນແປງໃໝ່ລາຍການ, ເນື້ອໃນ, ວິທີການສິດສອນຕາມທິດ “ຄຸນນະພາບການບຳລຸງສ້າງຂອງໂຮງຮຽນແມ່ນຄວາມສາມາດກຽມພ້ອມສູ້ຮົບຂອງກົມກອງ”, ຍົກສູງຄຸນນະພາບຮອບດ້ານຖັນແຖວພະນັກງານທະຫານຊາຍແດນຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດໃນສະພາບການໃໝ່.
ທີສີ່, ຍົກສູງຄຸນນະພາບການຄົ້ນຄວ້າ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ. ສຸມໃສ່ຄົ້ນຄວ້າ, ເປັນເສນາທິການສະເໜີກັບພັກ, ລັດປັບປຸງລະບົບນະໂຍບາຍ, ກົດໝາຍກ່ຽວກັບການກໍ່ສ້າງ, ຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດສອດຄ່ອງກັບຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ແລະແຜນຮ່າງ “ສັບຊ້ອນໂຄງຮ່າງການຈັດຕັ້ງກອງບັນຊາການທະຫານຊາຍແດນແຂວງ, ນະຄອນ”. ເອົາໃຈໃສ່ຂຸດຄົ້ນລະບົບຂໍ້ມູນ, ລະບົບເຕັກນິກ ແລະລະບົບຂໍ້ມູນການທະຫານຢ່າງປອດໄພ ແລະສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ຢ່າງມີໄຊ.
ໂດຍ: ແສງເດືອນ