ການລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາຊາຍແດນ ຫວຽດນາມ-ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 28 ມິຖຸນາ, ການນຳຄ້າຍທະຫານຊາຍແດນນາງອຍ ໃຫ້ຮູ້ວ່າ: ຫວ່າງແລ້ວນີ້, ກົມກອງໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 224, ກອງບັນຊາການທະຫານແຂວງຊຽງຂວາງ ຈັດຕັ້ງການລາດຕະເວນສອງຝ່າຍຢູ່ເສັ້ນເຂດຊາຍແດນ ແຕ່ຫຼັກໝາຍທີ 420/1 ຫາຫຼັກໝາຍທີ 421. ລະບົບຫຼັກໝາຍຊາຍແດນ ຍັງຮັກສາສະພາບເດີມ ແລະບໍ່ຖືກຍົກຍ້າຍ.
    |
 |
ປະຕິບັດພິທີເຄົາລົບຫຼັກໝາຍຊາຍແດນ ແລະແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງ. ພາບ: nhandan.vn |
ໃນການລາດຕະເວນ, ທັງສອງຝ່າຍໄດ້ດໍາເນີນທຳຄວາມສະອາດຢູ່ເຂດອ້ອມແອ້ມຫຼັກໝາຍ, ຮັບປະກັນໃຫ້ລະບົບຫຼັກໝາຍຊາຍແດນແຕ່ຫຼັກໝາຍທີ 420/1 ຫາຫຼັກໝາຍທີ 421 ຮັກສາສະພາບເດີມ, ບໍ່ຖືກຍົກຍ້າຍ.
ຜົນການລາດຕະເວນ ສະແດງໃຫ້ເຫັນວ່າ ບໍ່ພົບເຫັນສັນຍານລະເມີດສັນຍາ ແລະກົດລະບຽບຊາຍແດນ, ກໍຄືການກະທຳຜິດກົດໝາຍອື່ນໆຢູ່ເສັ້ນຊາຍແດນ.
    |
 |
ສອງຝ່າຍແລກປ່ຽນບົດບັນທຶກຊ່ວຍຈຳ. ພາບ: nhandan.vn |
ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາຜົນການລາດຕະເວນ, ເຫັນດີກ່ຽວກັບວິທີການສົມທົບ ແລະເນື້ອໃນການຜັນຂະຫຍາຍໃຫ້ການລາດຕະເວນຄັ້ງຕໍ່ໄປ.
ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເພີ່ມທະວີການສົມທົບກັນລະຫວ່າງກຳລັງປ້ອງກັນຊາຍແດນຂອງສອງປະເທດ ຫວຽດນາມ - ລາວ ເພື່ອພົບເຫັນ ແລະ ສະກັດກັ້ນການກະທຳລະເມີດຢ່າງທັນການ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມສະຫງົບຢູ່ເຂດຊາຍແດນໄວ້ໃຫ້ໝັ້ນຄົງ.
    |
 |
ຄ້າຍທະຫານຊາຍແດນ ນາງອຍ ມອບຂອງຂວັນໃຫ້ແກ່ກອງຮ້ອຍທະຫານຊາຍແດນ 224 (ລາວ). ພາບ: nhandan.vn |
ຄືດັ່ງໄດ້ຮູ້ແລ້ວ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ແຕ່ລະດ່ານຊາຍແດນ ຢູ່ເຂດຊາຍແດນຂອງແຂວງເງະອານ ໄດ້ຈັດຕັ້ງການລາດຕະເວນສອງຝ່າຍ ກັບບັນດາກົມກອງຂອງລາວ ເປັນ 4 ຄັ້ງ.
ໂດຍ: ທູຈາງ