ທີ່ການລາດຕະເວນ, ທ່ານພັນເອກ ຟ້າມວັນຮ້ຽບ, ຮອງຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະທ່ານພັນໂທ  Lin wei ຮອງຫົວໜ້າເສນາທິການທະຫານຊາຍແດນເຂດ Mengzi ໄດ້ເຫັນດີເປັນເອກະພາບວິທີປະຕິບັດການລາດຕະເວນສອງຝ່າຍ, ພ້ອມທັງຕີລາຄາໝາກຜົນທີ່ບັນລຸໄດ້ໃນວຽກງານປະສານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນສອງຝ່າຍໃນໄລຍະຜ່ານມາ ແລະທິດທາງວຽກງານໃນໄລຍະຈະມາເຖິງ.

leftcenterrightdel
ກອງລາດຕະເວນສອງຝ່າຍພົບປະ, ແລກປ່ຽນວິທີການລາດຕະເວນ. ພາບ: qdnd.vn
leftcenterrightdel
ສອງຝ່າຍດຳເນີນການລາດຕະເວນ. ພາບ: qdnd.vn

ພາຍຫຼັງເຫັນດີເປັນເອກະພາບ, ສອງຝ່າຍໄດ້ດໍາເນີນການລາດຕະເວນຕາມແບບວິທີ ຈຸດຕໍ່ຈຸດ, ເສັ້ນຕໍ່ເສັ້ນ,... ດ້ວຍການຍ່າງໄປ ແລະຂີ່ລົດຈາກຫຼັກໝາຍເລກ 3 ເຖິງຫຼັກໝາຍເລກ 1 ຂອງເສັ້ນຊາຍແດນທາງບົກຫວຽດນາມ-ຈີນ ມີລວງຍາວ 3,2 ກິໂລແມັດ.

leftcenterrightdel
ສອງຝ່າຍກວດກາຫຼັກໝາຍຊາຍແດນ. ພາບ: qdnd.vn
leftcenterrightdel
ສອງຝ່າຍແລກປ່ຽນບົດບັນທຶກການລາດຕະເວນສອງຝ່າຍ. ພາບ: qdnd.vn

ໃນວິວັດດໍາເນີນການລາດຕະເວນ, ສອງຝ່າຍໄດ້ພົບປະ, ແບ່ງປັນຂໍ້ມູນສະພາບຄວາມໝັ້ນຄົງດ້ານການເມືອງເຂດຊາຍແດນໂດຍສອງຝ່າຍຄຸ້ມຄອງ; ວຽກງານຄຸ້ມຄອງການເຂົ້າອອກເມືອງ, ການປ້ອງກັນ, ຕ້ານ ແລະສະກັດກັ້ນອາດຊະຍາກໍາ...

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາເສັ້ນຊາຍແດນ, ບັນດາຫຼັກໝາຍຊາຍແດນໄດ້ຮັບປະກັນສະພາບເດີມ, ບໍ່ພົບເຫັນສັນຍານ, ການລະເມີດລະບຽບຂໍ້ກຳນົດຊາຍແດນ; ສືບຕໍ່ສົມທົບກັນຮັກສາລະບົບຕິດຕໍ່ສື່ສານ, ເພີ່ມທະວີລະບົບລາດຕະເວນສອງຝ່າຍ, ພົບເຫັນເພື່ອສະກັດກັ້ນ, ແກ້ໄຂບັນດາບັນຫາກ່ຽວກັບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ສະກັດກັ້ນ, ປ້ອງກັນ, ຕ້ານອາດຊະຍາກໍາ, ຮັກສາຄວາມປອດໄພສະຖຽນລະພາບຢູ່ເຂດຊາຍແດນຢ່າງທັນການ.

ໂດຍ: ໄຊນີດາ