    |
 |
ແນວພັນສັດລ້ຽງໂດຍຄ້າຍທະຫານຊາຍແດນເຮືອງເລິບ ໜູນຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນບ້ານກູບາຍ, ຕາແສງ ເຮືອງເລິບ. ພາບ: baoquangtri.vn |
ຄ້າຍທະຫານຊາຍແດນເຮືອງເລິບ ໄດ້ຮັບມອບໝາຍໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນມີລວງຍາວ 28,588 ກິໂລແມັດ, 16 ຫຼັກໝາຍຊາຍແດນ,... ຕິດກັບປະເທດເພື່ອນລາວ ຢູ່ບໍລິເວນ 2 ຕາແສງເຮືອງເລິບ, ເຮືອງຫວຽດ ລວມມີ 9 ບ້ານ ມີ 781 ຄອບຄົວ, ມີປະຊາກອນ 3.522 ຄົນ. ນັບແຕ່ສ້າງຕັ້ງປີ 1955 ມາຮອດປະຈຸບັນ, ຄ້າຍທະຫານຊາຍແດນເຮືອງເລິບ ຍາມໃດກໍ່ເຮັດວຽກງານກໍ່ສ້າງທ່າຮົບປ້ອງກັນຊາຍແດນທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງເປັນຢ່່າງດີ.
ໃນຂະນະນັ້ນ, ພະນັກງານ, ນັກຮົບກົມກອງຍາມໃດກໍ່ຄຽງບ່າຄຽງໄຫຼ່ ພ້ອມກັບພໍ່ແມ່ປະຊາຊົນພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ. ຮ້ອຍໂທ ໂຮ່ວັນກຸ໊ຍ ຫົວໜ້າກອງຂົນຂວາຍມະຫາຊົນຂອງຄ້າຍທະຫານຊາຍແດນເຮືອງເລິບ ໃຫ້ຮູ້ວ່າ ເພື່ອໃຫ້ຂະບວນການຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວເຂົ້າສູ່ລວງເລິກ, ຄະນະພັກ, ຄະນະບັນຊາການຂອງຄ້າຍໄດ້ສົມທົບກັບບັນດາຕາແສງກໍ່ສ້າງຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ໃນສະພາບການໃໝ່ຢ່າງເປັນປະຈໍາ”.
ແບ່ງວຽກໃຫ້ພະນັກງານ, ນັກຮົບຮັບຜິດຊອບແຕ່ລະບ້ານຢ່າງລະອຽດເພື່ອຊ່ວຍພໍ່ແມ່ປະຊາຊົນຫັນປ່ຽນໂຄງປະກອບໃນການປູກຕົ້ນໄມ້, ສັດລ້ຽງໃຫ້ສອດຄ່ອງ; ຍູ້ແຮງການໂຄສະນາ, ສຶກສາກົດໝາຍ, ຂົນຂວາຍປະຊາຊົນຕັ້ງໜ້າເຂົ້າຮ່ວມກໍ່ສ້າງຊົນນະບົດໃໝ່...
ໂດຍລະອຽດ, ໃນໄລຍະແຕ່ປີ 2021-2025, ກົມກອງໄດ້ຂົນຂວາຍນັກອຸປະຖໍາເພື່ອໜູນຊ່ວຍກໍ່ສ້າງ “ຊາຍຄາອັນອົບອຸ່ນໃຫ້ຄົນທຸກຍາກຢູ່ເຂດຊາຍແດນ” 13 ຫຼັງ; ຫ້ອງຮຽນ 1 ຫ້ອງ ຢູ່ໂຮງຮຽນອະນຸບານບ້ານ ຈີ; ຈັດຕັ້ງລາຍການ “ຊ່ວຍນ້ອງໄປໂຮງຮຽນ” ໄດ້ມອບຂອງຂວັນ 200 ພູດ ແລະລົດຖີບ 50 ຄັນໃຫ້ນັກຮຽນຢູ່ບໍລິເວນຕາແສງເຮືອງເລິບ ພ້ອມດ້ວຍຂອງຂວັນຫຼາຍຮ້ອຍພູດແມ່ນເຄື່ອງໃຊ້ທີ່ຈໍາເປັນ; ກໍ່ສ້າງກິດຈະກໍາສອງແຫ່ງລວມມີ: ອ່າງນ້ໍາ, ຫ້ອງອາບນໍ້າ, ຫ້ອງນໍ້າໃຫ້ປະຊາຊົນຢູ່ບ້ານ ຕາປັງ ແລະບ້ານ ກູບາຍ; ກິດຈະກໍາ “ແສງສະຫວ່າງຢູ່ເຂດຊາຍແດນ” ທີ່ບ້ານຕາປັງ; ປະຕູໂຂງບ້ານກູບາຍ;... ພ້ອມກັນນັ້ນ, ກໍ່ໜູນຊ່ວຍຫຼາຍສິບພັນສັດລ້ຽງ, ຄື: ໄກ່, ເປັດ, ແບ້, ໝູ, ປາ ແລະເບ້ຍໄມ້ຊະນິດຕ່າງໆ 300 ກິໂລກຣາມ ໃຫ້ປະຊາຊົນ ເພື່ອພັດທະນາເສດຖະກິດ, ດຳລົງຊີວິດເປັນປົກກະຕິ. ລວມຍອດມູນຄ່າກວ່າ 8 ຕື້ດົ່ງ.
ຄຽງຂ້າງກັນນັ້ນ, ແມ່ນຮັກສາກອງປະຊຸມແລກປ່ຽນວຽກງານການຕ່າງປະເທດກັບບັນດາກົມກອງປະເທດເພື່ອນລາວ ໃນການລາດຕະເວນສອງຝ່າຍ, ມອບຂອງຂວັນເນື່ອງໃນໂອກາດງານບຸນ, ເຕັດ; ຈັດຕັ້ງບັນດາລາຍການພົບປະແລກປ່ຽນນັກຮຽນ “ບຸນໄຫວ້ພະຈັນ” ໃຫ້ແກ່ເຍົາວະຊົນປະເທດເພື່ອນລາວ ກວ່າ 600 ຄົນດ້ວຍຂອງຂວັນຫຼາຍຮ້ອຍພູດແມ່ນວັດຖຸພັນ, ທຶນການສຶກສາທີ່ມີມູນຄ່າທັງໝົດກວ່າ 1 ຕື້ດົ່ງ; ຮັກສາການເຄື່ອນໄຫວແຮກສ່ຽວ, ຄ້າຍ, ເຂດຊຸມຊົນທີ່ຢູ່ສອງຟາກຊາຍແດນເປັນຢ່າງດີ.
ສໍາລັບບໍລິເວນທີ່ກົມກອງຮັບຜິດຊອບ, ໃນແຕ່ລະປີນັບແຕ່ປີ 2020 ຈົນມາຮອດປະຈຸບັນ, ທາງກົມກອງໄດ້ສົມທົບກັບທ້ອງຖິ່ນ ແລະນັກອຸປະຖໍາຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ-ສ້າງຄວາມອຸ່ນອ່ຽນໃນໃຈຊາວບ້ານ”, ມອບຂອງຂວັນບຸນເຕັດກວ່າ 2.000 ພູດ ແລະເຂົ້າຕົ້ມ 600 ຄູ່ ໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ດ້ວຍມູນຄ່າທັງໝົດກວ່າ 1 ຕື້ງດົ່ງ.
ມາຢ້ຽມຢາມຄອບຄົວປ້າ ໂຮ່ທິວາຍ ຢູ່ບ້ານ ອາຊອກຈາລີ (ຕາແສງເຮືອງເລິບ) ຈື່ງເຫັນຄວາມມ່ວນຊື່ນຂອງປ້າ ເມື່ອໄດ້ຢູ່ເຮືອນທີ່ໄດ້ມອບໃຫ້. ແບ່ງປັນກັບຄວາມຫຍຸ້ງຍາກພິເສດກ່ຽວກັບເຮືອນຢູ່ຂອງປ້າ ວາຍ, ພະນັກງານຄ້າຍທະຫານຊາຍແດນເຮືອງເລິບ ໄດ້ຮຽກຮ້ອງ, ໜູນຊ່ວຍກໍ່ສ້າງເຮືອນໃຫ້ປ້າ ຢູ່ “ສາຍໃຈຊາຍແດນ” ທີ່ມີມູນຄ່າ 100 ລ້ານດົ່ງ... ປ້າ ວາຍ ແບ່ງປັນວ່າ, ເພາະຂ້າພະເຈົ້າຢູ່ຕໍ່ໜ້າປະຕູໂຂງກົມກອງ, ສະນັ້ນແຕ່ລະມື້ພະນັກງານ, ນັກຮົບຂອງຄ້າຍໜູນຊ່ວຍຄາບເຂົ້າມື້ລະ 3 ຄາບ ຕາມລະບົບຂອງທະຫານ, ຂ້າພະເຈົ້າຮູ້ບຸນຄຸນຕໍ່ນັກຮົບຊາຍແດນທີ່ສຸດ.
ພັນຕີ ໂຮ່ຍືກວນ ຮອງຫົວໜ້າຫ້ອງການເມືອງຄ້າຍທະຫານຊາຍແດນເຮືອງເລິບ ໃຫ້ຮູ້ວ່າ ໂດຍກໍານົດ “ຄ້າຍແມ່ນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ພໍ່ແມ່ປະຊາຊົນບັນດາເຜົ່າແມ່ນເອື້ອຍອ້າຍນ້ອງຄີງ” ດັ່ງນັ້ນດ້ວຍທິດນໍາ “4 ພ້ອມ” ທາງກົມກອງຈຶ່ງໄດ້ຈັດຕ້ັງໃຫ້ພະນັກງານ, ນັກຮົບລົງຕິດແທດ, ກໍາແໜ້ນຮາກຖານ, ເຂົ້າຮ່ວມກໍ່ສ້າງບັນດາກິດຈະກໍາ, ໜູນຊ່ວຍປະຊາຊົນເກັບກ່ຽວຜົນລະປູກຕາມລະດູການ, ປ້ອງກັນ, ຕ້ານໄພທໍາມະຊາດ, ຊອກຫາກູ້ໄພ-ກູ້ຊີບ...
ຮຽກຮ້ອງໂດຍກົງມາຍັງບັນດາອົງການ, ກົມກອງ, ນັກອຸປະຖໍາໜູນຊ່ວຍເຄື່ອງໃຊ້ທີ່ຈໍາເປັນ, ປຶ້ມ, ໂສ້ງເສື້ອ, ເງິນສົດເພື່ອມອບໃຫ້ຄອບຄົວຕ່າງໆດ້ວຍມູນຄ່າກວ່າ 2 ຕື້ດົ່ງ. ນໍາໃຊ້ເຮືອນຂອງກົມກອງທັງໝົດ ເພື່ອໜູນຊ່ວຍຄອບຄົວທີ່ຢູ່ເຂດອັນຕະລາຍເປັນບ່ອນພັກເຊົາ, ຫຼີກລ້ຽງພາຍຸ, ນໍ້າຖ້ວມ...
ພັນຕີ ໂຮ່ຍືກວນ ຢັ້ງຢືນວ່າ “ຕົ້ນຕໍແລ້ວແມ່ນມາຈາກການກະທໍາທີ່ແທດຈິງຄືຈັ່ງຊັ້ນ, ທະຫານຊາຍແດນຈຶ່ງກາຍເປັນຂົວເຊື່ອມຕໍ່ໜັກແໜ້ນລະຫວ່າງພັກ, ລັດ ແລະປະຊາຊົນ, ຮ່ວມເດີນທາງກັບພໍ່ແມ່ປະຊາຊົນຢູ່ເຂດຊາຍແດນເພື່ອຮັບປະກັນຊີວິດສັງຄົມ, ປະກອບສ່ວນກໍ່ສ້າງທ່າຮົບປ້ອງກັນຊາຍແດນທົ່ວປວງຊົນໃຫ້ນັບມື້ນັບໝັ້ນແກ່ນຢູ່ເຂດຊາຍແດນຂອງປະເທດ”.
ຕາມທ່ານນາງ ໂຮ່ທິແວນ ປະທານຄະນະກໍາມະການປະຊາຊົນຕາແສງເຮືອງເລິບ ຈາກການສົມທົບກັນຢ່າງຕັ້ງໜ້າຂອງຄ້າຍທະຫານຊາຍແດນເຮືອງເລິບ ໃນການກໍ່ສ້າງ, ຜັນຂະຫຍາຍບັນດາລາຍການ, ຮູບການ, ຂະບວນການໄດ້ນຳເອົາປະສິດທິຜົນທີ່ແທດຈິງມາໃຫ້, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນ, ນຳເອົາຊິີວິດໃໝ່ມາໃຫ້ປະຊາຊົນຢູ່ເຂດຊາຍແດນ. ກໍາລັງທະຫານຊາຍແດນໄດ້ຮ່ວມເດີນທາງຊ່ວຍຕາແສງເຮັດວຽກງານຂົນຂວາຍປະຊາຊົນຊົນເຜົ່າສ່ວນໜ້ອຍກໍ່ສ້າງແບບແຜນການດຳລົງຊີວິດວັດທະນະທໍາໃໝ່. ຈາກນັ້ນ, ຮ່ວມແຮງຮ່ວມໃຈກັນກໍ່ສ້າງທ່າຮົບປ້ອງກັນຊາຍແດນທົ່ວປວງຊົນ ໃຫ້ໝັ້ນຄົງເຂັ້າແຂງ ເພື່ອປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນຢູ່ເຂດຊາຍແດນ.
ໂດຍ: ໄຊນີດາ