3 ຄ້າຍທະຫານຊາຍແດນແຂວງຮ່າຕິ້ງ ແຮກສ່ຽວກັບກອງຮ້ອຍທະຫານຊາຍແດນແຂວງຄໍາມ່ວນ
ກປ.ອອນໄລ - ຕອນບ່າຍວັນທີ 30 ພຶດສະພາ, ຢູ່ແຂວງຮ່າຕິ້ງ, ບັນດາຄ້າຍທະຫານຊາຍແດນຂຶ້ນກັບທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຈັດຕັ້ງພິທີລົງນາມແຮກສ່ຽວກັບບັນດາກົມກອງປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງກອງບັນຊາການທະຫານແຂວງຄຳມ່ວນ, ປະເທດລາວ.
3 ຄ້າຍທະຫານຊາຍແດນ, ຄື: ຟູຢາ, ຮວ່າຫ໋າຍ, ເຮືອງກວາງ (ທະຫານຊາຍແດນແຂວງຮ່າຕິ້ງ) ໄດ້ລົງນາມແຮກສ່ຽວກັບກອງຮ້ອຍທະຫານຊາຍແດນ 311 (ກອງບັນຊາການທະຫານແຂວງຄໍາມ່ວນ).
    |
 |
ການນຳກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແລະກອງບັນຊາການທະຫານແຂວງຄຳມ່ວນ ໄດ້ລົງນາມບົດບັນທຶກເປັນສັກຂີພິຍານ. ພາບ: baohatinh.vn |
ຕາມນັ້ນແລ້ວ, ບັນດາກົມກອງໄດ້ເຫັນດີເປັນເອກະພາບສຸມໃສ່ໃຫ້ວຽກງານຄຸ້ມຄອງປົກປັກຮັກສາຊາຍແດນກ່ຽວກັບການຮັກສາ ແລະປະຕິບັດບັນດາເນື້ອໃນຂອງສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ແລະລັດຖະບານ ແຫ່ງ ສປປ ລາວ ຢ່າງເຂັ້ມງວດ; ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດລະຫວ່າງຫວຽດນາມ ແລະລາວ, ໄດ້ລົງນາມໃນວັນທີ 16 ກຸມພາ 2016 ແລະເອກະສານທີ່ກ່ຽວຂ້ອງ; ພ້ອມກັນແກ້ໄຂເຫດການທີ່ເກີດຂຶ້ນຢ່າງທັນການ, ສະກັດກັ້ນບໍ່ໃຫ້ບັນຫາສັບສົນທີ່ເກີດຂຶ້ນຢູ່ເຂດຊາຍແດນລະຫວ່າງສອງປະເທດ.
ພ້ອມກັນນັ້ນ, ແລກປ່ຽນຂໍ້ມູນຂ່າວສານ ແລະສະພາບການທີ່ກ່ຽວຂ້ອງເຖິງຊາຍແດນເປັນປະຈຳ; ສົມທົບກັນໂຄສະນາໃຫ້ປະຊາຊົນຢູ່ເຂດຊາຍແດນກຳແໜ້ນ ແລະປະຕິບັດບັນດາເນື້ອໃນຂອງສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງສອງປະເທດ; ໜູນຊ່ວຍ, ຕັ້ງໜ້າຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານສົມທົບຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ກູ້ໄພກູ້ຊີບ...
ຈັດຕັ້ງການລາດຕະເວນສອງຝ່າຍເປັນແຕ່ລະໄລຍະ, ປະຊຸມແລກປ່ຽນຕີລາຄາວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ຍົກອອກບັນດາເນື້ອໃນສົມທົບປະຕິບັດໜ້າທີ່ໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນດີກວ່າ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.
ໂດຍ: ເຈິ່ນຮວ່ຽນ