ຝ່າຍຕໍາຫຼວດທະເລຫວຽດນາມ ມີກຳປັ່ນຕໍາຫຼວດທະເລ 8004 ແລະກຳປັ່ນຕໍາຫຼວດທະເລ 8003 ໂດຍທ່ານພັນເອກພິເສດ ເລືອງກາວຄາຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການຕໍາຫຼວດທະເລ ເຂດ 1 ເປັນຫົວໜ້າກໍາລັງລາດຕະເວນຮ່ວມຫວຽດນາມ. ຝ່າຍຕໍາຫຼວດທະເລ ຈີນ ມີກຳປັ່ນປ້ອງກັນຝັ່ງທະເລ 4302 ແລະ 4301 ໂດຍທ່ານພັນເອກພິເສດ Wu Youlin, ຮອງຫົວໜ້າຫ້ອງການ Nanhai, ກົມຕໍາຫຼວດທະເລຈີນ ເປັນຜູ້ບັນຊາການທະຫານຂອງກຳລັງລາດຕະເວນຮ່ວມຈີນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແຜນການລາດຕະເວນ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະເຈລະຈາເຫັນດີເປັນເອກະພາບກ່ຽວກັບແຜນການລາດຕະເວນ, ທ່ານພັນເອກພິເສດ ເລືອງກາວຄາຍ ເນັ້ນໜັກວ່າ ການລາດຕະເວນຮ່ວມຄັ້ງນີ້ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ ຢືນຢັນຄວາມຕັດສິນໃຈສູງໃນການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງກໍາລັງ, ປະກອບສ່ວນຮັກສາເຂດທະເລໃຫ້ສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາທະເລຢ່າງເຂັ້ມແຂງ. ສ່ວນທ່ານພັນເອກພິເສດ Wu Youlin ຢືນຢັນວ່າ ການລາດຕະເວນຮ່ວມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ຕໍາຫຼວດທະເລຂອງສອງປະເທດພົບປະແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ; ພ້ອມທັງ, ເຊື່ອໝັ້ນວ່າການລາດຕະເວນຮ່ວມຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ.

ໂດຍ: ຈາງຫງວຽນ