ໃນການລົງສຳຫຼວດ, ກໍາແໜ້ນສະພາບການຢູ່ເຂດທະເລ, ໝູ່ເກາະຂອງຄະນະປະຕິບັດງານຕໍາຫຼວດທະເລເຂດ 1 ແລະການນຳບັນດາແຂວງກວາງນິງ, ທ໊າຍບິ່ງ, ນາມດິ້ງ ຜ່ານມາ, ພວກຂ້າພະເຈົ້າໄດ້ເຫັນປະຈັກຕາກຳລັງຂອງຕໍາຫຼວດທະເລເຂດ 1 ໄດ້ດຳເນີນການກວດກາ ແລະໂຄສະນາເຜີຍແຜ່ກົດໝາຍ, ມອບຂອງຂວັນໃຫ້ເຮືອຫາປານັບໝື່ນລຳ. ທີ່ເຮືອຫາປາໝາຍເລກ QN 8948, ພາຍຫຼັງຄະນະປະຕິບັດງານໄດ້ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຂໍ້ກຳນົດ IUU ໃຫ້ແກ່ລູກເຮືອ, ກັບຕັນເຮືອ ຮວ່າງບຽນເກືອງ (ເກີດປີ 1987, ຢູ່ຕາແສງເດື່ອງຮວາ, ເມືອງຫາຍຮ່າ, ແຂວງກວາງນິງ) ໄດ້ແບ່ງປັນວ່າ: “ໃນຊຸມປີຜ່ານມາ, ຊາວປະມົງແຂວງກວາງນິງ ໄດ້ຮັບຄວາມເອົາໃຈໃສ່ ແລະການໜູນຊ່ວຍຈາກອຳນາດການປົກຄອງທຸກຂັ້ນ ແລະກໍາລັງຕໍາຫຼວດທະເລຢ່າງເປັນປະຈໍາ, ຈາກນັ້ນພໍ່ແມ່ປະຊາຊົນຊາວປະມົງມີຄວາມອຸ່ນອ່ຽນໃຈເມື່ອໄປຫາປາ. ໄດ້ຮັບຊາບກ່ຽວກັບຂໍ້ກຳນົດ IUU ໂດຍບັນດາສະຫາຍຕໍາຫຼວດທະເລໂຄສະນາ, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ, ບໍ່ຂຸດຄົ້ນເຄື່ອງທະເລຜິດກົດໝາຍ.”

ຕາມທ່ານພົນຈັດຕະວາ ເຈິ່ນວັນເຮົ້າ, ຫົວໜ້າການເມືອງຕໍາຫຼວດທະເລເຂດ 1, ຫົວໜ້າຄະນະປະຕິບັດງານແລ້ວ, ການສຳຫຼວດແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງກໍາລັງຕໍາຫຼວດທະເລຫວຽດນາມ ເພື່ອແນໃສ່ປະຕິບັດກົດໝາຍຢູ່ທະເລ; ໂຄສະນາເຜີຍແຜ່, ປຸກລະດົມຊາວປະມົງໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ, ພິເສດແມ່ນຕ້ານການຫາປາຕາມຂໍ້ກຳນົດ IUU, ພ້ອມທັງລະດົມກໍາລັງໃຈຊາວປະມົງໃຫ້ມີຄວາມອຸ່ນອ່ຽນໃຈເມື່ອໄປຫາປາຢູ່ທະເລ ແລະຕິດແທດທະເລ. ຜ່ານການສຳຫຼວດ, ຄະນະປະຕິບັດງານໄດ້ຮັບຮູ້ວ່າ ຊາວປະມົງສ່ວນຫຼາຍໄດ້ປະຕິບັດຕາມລະບຽບການຂຸດຄົ້ນເຄື່ອງທະເລເປັນຢ່າງດີ, ບໍ່ມີສັນຍານລະເມີດເຂດນ່ານນ້ຳຂອງຕ່າງປະເທດ ຫຼືໃຊ້ເຄື່ອງມືຫຼືວິທີຫາປາທີ່ຜິດກົດໝາຍ. ພິເສດ, ນີ້ແມ່ນການເດີນທາງຄັ້ງທຳອິດທີ່ຕໍາຫຼວດທະເລເຂດ 1 ໄດ້ເອົາບັນດາການນຳທ້ອງຖິ່ນລົງກວດກາ, ຕິດຕາມເຮືອຫາປາຢູ່ທະເລໂດຍກົງ. ຈາກນັ້ນ, ການນຳທ້ອງຖິ່ນກໍາແໜ້ນສະພາບການຕົວຈິງ ເພື່ອເປັນເສນາທິການ ແລະຊີ້ນຳບັນດາກຳລັງຂອງທ້ອງຖິ່ນສົມທົບລະຫວ່າງຂະແໜງການ, ລະຫວ່າງທ້ອງຖິ່ນ ແລະເປັນຕົ້ນແມ່ນສົມທົບກັບກໍາລັງຕຳຫຼວດທະເລ ເພື່ອແນໃສ່ຄຸ້ມຄອງການເຄື່ອນໄຫວຫາປາຢູ່ທະເລຢ່າງແໜ້ນແຟ້ນ, ສະກັດກັ້ນ ແລະຕ້ານການຫາປາຜິດກົດໝາຍຢ່າງມີປະສິດທິຜົນ.

leftcenterrightdel
ກຸ່ມປະຕິບັດງານຂອງຕໍາຫຼວດທະເລເຂດ 1 ໂຄສະນາເຜີຍແຜ່ກ່ຽວກັບການສະກັດກັ້ນ, ຕ້ານການຫາປາຜິດກົດໝາຍໃຫ້ຊາວປະມົງທີ່ເຄື່ອນໄຫວຢູ່ທະເລໃກ້ກັບເມືອງເກາະໂກໂຕ (ແຂວງກວາງນິງ). ພາບ: qdnd.vn

ຜ່ານການຊອກຮູ້, ພວກຂ້າພະເຈົ້າໄດ້ຮູ້ວ່າ ໃນໄຕມາດທີ 1 ປີ 2025, ຕໍາຫຼວດທະເລເຂດ 1 ໄດ້ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຂໍ້ກຳນົດ IUU ໃຫ້ແກ່ກຳປັ່ນຫາປາ 250 ກວ່າລຳ ລວມມີຊາວປະມົງ 1.600 ກວ່າຄົນ, ໄດ້ແຈກຢາຍໃບປິວ ແລະປື້ມຄູ່ມືກົດໝາຍເກືອບ 2.000 ສະບັບ, ມອບທຸງຊາດ 1.200 ກວ່າຜືນໃຫ້ແກ່ຊາວປະມົງ. ໃນປີ 2024, ກົມກອງໄດ້ໂຄສະນາກ່ຽວກັບຂໍ້ກຳນົດ IUU ໃຫ້ຊາວປະມົງເກືອບ 6.000 ຄົນ, ມອບທຸງຊາດ 5.000 ຜືນ ແລະແຈກຢາຍໃບປິວ 18.500 ໃບ, ປຶ້ມຄູ່ມືກົດໝາຍ 9.440 ສະບັບ...

ເພື່ອຍົກສູງປະສິດທິຜົນການປະຕິບັດກົດໝາຍຢູ່ທະເລ, ສະກັດກັ້ນ ແລະຕ້ານການຫາປາຕາມຂໍ້ກຳນົດ IUU, ທ່ານພົນຈັດຕະວາ ເຈິ່ນວັນເຮົ້າ ຢືນຢັນວ່າ ຕໍາຫຼວດທະເລເຂດ 1 ຈະສືບຕໍ່ຈັດຕັ້ງບັນດາຄະນະໄປສຳຫຼວດຢູ່ຕາມເສັ້ນທາງເດີນທະເລ, ໝູ່ເກາະ ເພື່ອເພີ່ມທະວີການສົມທົບກັນລະຫວ່າງກຳລັງຕໍາຫຼວດທະເລ ແລະອຳນາດການປົກຄອງບັນດາທ້ອງຖິ່ນແຄມທະເລ. ຄຽງຂ້າງນັ້ນ, ຕໍາຫຼວດທະເລ ຈະເພີ່ມທະວີການເຄື່ອນໄຫວລາດຕະເວນ, ກວດກາ ແລະຄວບຄຸມຢູ່ທະເລ, ສະກັດກັ້ນບັນດາການກະທຳລະເມີດກົດໝາຍຢ່າງທັນການ. ກົມກອງ ກໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບຂໍ້ກຳນົດ IUU ໃຫ້ຊາວປະມົງ, ເຮືອຫາປາ ແລະຄອບຄົວຢູ່ແຄມທະເລ, ພິເສດແມ່ນຜັນຂະຫຍາຍໂຄງການ “ຕໍາຫຼວດທະເລຮ່ວມເດີນທາງກັບຊາວປະມົງ”, ລາຍການ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”...

ທ່ານ ຫງວຽນກົງຢ້ຽນ, ຮອງເລຂາຜູ້ປະຈໍາການຄະນະພັກເມືອງ ແບກລອງວີ້ (ນະຄອນຫາຍຟ່ອງ) ແບ່ງປັນວ່າ: ຈາກການກໍາແໜ້ນສະພາບການຜ່ານການສຳຫຼວດ, ເມືອງ ແບກລອງວີ້ ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງທີ່ກ່ຽວຂ້ອງ ຄື ຕໍາຫຼວດທະເລ, ກໍາລັງກວດກາການປະມົງ, ທະຫານຊາຍແດນເພື່ອໂຄສະນາເຜີຍແຜ່ບັນດານະໂຍບາຍ, ກົດໝາຍກ່ຽວກັບການຫາປາຢູ່ທະເລໃຫ້ຊາວປະມົງ; ພ້ອມທັງເພີ່ມທະວີຈັດຕັ້ງການກວດກາລະຫວ່າງຂະແໜງການ, ສະກັດກັ້ນຢ່າງມີປະສິດທິຜົນ ແລະແກ້ໄຂບັນດາກໍລະນີລະເມີດກົດໝາຍຢູ່ທະເລຢ່າງເຂັ້ມງວດ, ເປັນຕົ້ນແມ່ນການປ້ອງກັນ, ຕ້ານການຫາປາຜິດກົດໝາຍ.

ໂດຍ: ຈາງຫງວຽນ