ສະຫາຍ B ລູ໊ບເຮິ່ມ, ນາຍບ້ານ ອາຣວ່າງ 1, ຕາແສງອາຣວ່າງ, ແບ່ງປັນຄວາມຮູ້ສຶກວ່າ: “ໃນເມື່ອກ່ອນ, ການເດີນທາງໄປມາໃນຕອນກາງຄືນແມ່ນອັນຕະລາຍຫຼາຍ, ເດັກນ້ອຍບໍ່ກ້າອອກໄປຫຼິ້ນ, ປະຊາຊົນກໍ່ບໍ່ກ້າອອກໄປທາງ. ຜ່ານມາ, ຄະນະເສດຖະກິດ-ປ້ອງກັນຊາດ 92, ທະຫານເຂດ 4 ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນດໍາເນີນການໜູນຊ່ວຍການລົງມືກໍ່ສ້າງໂຄງການ “ເສັ້ນທາງແຈ້ງສະຫວ່າງບ້ານຊາຍແດນ” ດ້ວຍຄວາມຍາວທັງໝົດ 2 ກິໂລແມັດ, ໄດ້ຕິດຕັ້ງດອກໄຟນຳໃຊ້ພະລັງງານແສງຕາເວັນກວ່າ 40 ດອກ ດ້ວຍມູນຄ່າກວ່າ 80 ລ້ານດົ່ງ. ມີໄຟແຈ້ງສະຫວ່າງ, ບ້ານເບິ່ງຄືວ່າມີພະລັງຊີວິດຕື່ມອີກ. ພໍ່ແມ່ປະຊາຊົນໃນບ້ານມີຄວາມພາກພູມໃຈຫຼາຍທີ່ໄດ້ມີລະບົບໄຟເຍືອງທາງແຈ້ງສະຫວ່າງຄືທຸກມື້ນີ້. ຕາງໜ້າພໍ່ແມ່ປະຊາຊົນບ້ານອາຣວ່າງ 1, ຂ້າພະເຈົ້າ ຂໍຂອບໃຈຄະນະເສດຖະກິດ-ປ້ອງກັນຊາດ 92 ທີ່ໄດ້ເອົາໃຈໃສ່ ແລະໜູນຊ່ວຍເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມສະຫວ່າງ ແລະນໍາເອົາຄວາມເບີກບານມ່ວນຊື່ນມາໃຫ້ປະຊາຊົນຢູ່ເຂດຊາຍແດນ”.
    |
 |
ພະນັກງານ, ພາລະກອນຄະນະເສດຖະກິດ-ປ້ອງກັນຊາດ 92 ແນະນໍາປະຊາຊົນນຳໃຊ້ພະລັງງານແສງຕາເວັນ. ພາບ: ຮວ່າງຈູງ |
ຄືດັ່ງທີ່ນາຍບ້ານ ອາຣວ່າງ 1 ກ່າວວ່າ, ປະຈຸບັນ, ຕອນຄໍ່າໃນແຕ່ລະມື້, ເດັກນ້ອຍມັກມາເຕົ້າໂຮມກັນຢູ່ໃຕ້ແສງສະຫວ່າງ ເພື່ອຫຼິ້ນເປັນໝູ່ເປັນກຸ່ມ. ນ້ອງ ອາຫວ໊ຽດທິເຟືອງ, ອາຍຸ 8 ປີ, ບ້ານ ອາຣວ່າງ 1, ພວມຫຼິ້ນເຕັ້ນເຊືອກກັບໝູ່ເພື່ອນພາຍໃຕ້ແສງໄຟທີ່ຕິດຕັ້ງໃໝ່, ນາງ ຍິ້ມ ແລະເວົ້າວ່າ: "ເມື່ອກ່ອນ, ຫຼານ ແລະພວກເພື່ອນບໍ່ກ້າອອກໄປຫົນທາງກາງຄືນ, ປະຈຸບັນຫົນທາງແມ່ນແຈ້ງສະຫວ່າງຄືກັບຢູ່ເຮືອນ, ຫຼານຮູ້ສຶກດີໃຈ ແລະບໍ່ຢ້ານອີກຕໍ່ໄປ! ພວກຫຼານສາມາດຫຼິ້ນເຕັ້ນເຊືອກ, ເຕະດອກຂົນໄກ່ຫຼັງຈາກເລີກໂຮງຮຽນມາ”.
ກໍ່ຄືຢູ່ຕາແສງອາຣວ່າງ, ຄວາມມ່ວນຊື່ນສືບຕໍ່ໄດ້ແຜ່ຂະຫຍາຍຢູ່ບ້ານອາເດີ໊ດ, ຕາແສງເລິມເດີ໊ດ, ເມືອງອາເລື໊ອຍ, ໃນເມື່ອກ່ອນ, ເສັ້ນທາງລະຫວ່າງບ້ານຕໍ່ບ້ານທີ່ເປັນຕາຢ້ານ, ມືດມົວ, ບໍ່ມີແສງສະຫວ່າງ, ແຕ່ມາບັດນີ້ແມ່ນແຈ້ງສະຫວ່າງຍ້ອນການຮ່ວມແຮງຮ່ວມໃຈໜູນຊ່ວຍຂອງຄະນະເສດຖະກິດ-ປ້ອງກັນຊາດ 92 ກໍ່ສ້າງໂຄງການ “ເສັ້ນທາງແຈ້ງສະຫວ່າງບ້ານຊາຍແດນ” ດ້ວຍຄວາມຍາວກວ່າ 600 ແມັດ, ໄດ້ຕິດຕັ້ງດອກໄຟໃຊ້ພະລັງງານແສງຕາເວັນ 25 ດອກ, ດ້ວຍມູນຄ່າການລົງທຶນກໍ່ສ້າງແມ່ນ 45 ລ້ານກວ່າດົ່ງ.
ເຂດເສດຖະກິດ-ປ້ອງກັນຊາດ ອາຊໍ, ອາເລື໊ອຍ ຂຶ້ນກັບບໍລິເວນ 4 ຕາແສງ, ຄື: ເລິມເດີ໊ດ, ອາຣວ່າງ, ເຮືອງຟອງ, ດົງເຊີນ (ເມືອງອາເລື໊ອຍ) ແມ່ນບໍລິເວນຊາຍແດນ, ຕິດກັບປະເທດເພື່ອນລາວ; ຊົນເຜົ່າສ່ວນໜ້ອຍກວມເອົາກວ່າ 90%; ຊີວິດການເປັນຢູ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ. ທ່ານພັນເອກພິເສດ ລືວດຶກຈິງ, ເລຂາຄະນະພັກ, ຫົວໜ້າການເມືອງຄະນະເສດຖະກິດ-ປ້ອງກັນຊາດ 92 ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໂດຍປະຕິບັດຕາມແຜນຮ່າງຍົກສູງຄຸນນະພາບວຽກງານຂົນຂວາຍປະຊາຊົນຢູ່ເຂດເສດຖະກິດ-ປ້ອງກັນຊາດ ອາຊໍ, ອາເລື໊ອຍ, ຄະນະເສດຖະກິດ-ປ້ອງກັນຊາດ 92 ໄດ້ລົງສຳຫຼວດ, ຜັນຂະຫຍາຍການກໍ່ສ້າງຫຼາຍໂຄງການເພື່ອຊ່ວຍເຫຼືອປະຊາຊົນມີຄວາມໝາຍຢ່າງແທດຈິງ, ຄື: “ເສັ້ນທາງແຈ້ງສະຫວ່າງບ້ານຊາຍແດນ”, “ເສັ້ນທາງແບບຢ່າງທະຫານ-ປະຊາຊົນ”, ເອົານໍ້າສະອາດເຂົ້າບ້ານໃຫ້ປະຊາຊົນ”...
ນອກຈາກນັ້ນ, ນັບແຕ່ປີ 2024 ມາຮອດປະຈຸບັນ, ຄະນະເສດຖະກິດ-ປ້ອງກັນຊາດ 92 ໄດ້ສ້ອມແປງຫໍວັດທະນະທໍາບ້ານ 3 ບ້ານ, ເທເບຕົງເດີ່ນຫຼິ້ນບານສົ່ງຂອງຫໍວັດທະນະທໍາຊຸມຊົນ 1 ຫຼັງ, ຂອງໂຮງຮຽນ 1 ຫຼັງ; ເລີ່ມລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງ... ບັນດາໂຄງການເຫຼົ່ານີ້ບໍ່ພຽງແຕ່ສ້າງຄວາມເບີກບານມ່ວນຊື່ນໃຫ້ປະຊາຊົນຢູ່ເຂດເສດຖະກິດ-ປ້ອງກັນຊາດ ອາຊໍ, ອາເລື໊ອຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນອີກດ້ວຍ.
ໂດຍ: ເຈິ່ນຮວ່ຽນ