ນະຄອນດ່າໜັງ: ໂຄງການ “ຊາວໜຸ່ມເພື່ອທະເລໝູ່ເກາະຂອງບ້ານເກີດເມືອງນອນ” ປີ 2025
ກປ.ອອນໄລ - ໃນລະຫວ່າງວັນທີ 16-17 ພຶດສະພາ, ຄະນະຊາວໜຸ່ມນະຄອນດ່າໜັງ ໄດ້ສົມທົບກັບກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ຈັດຕັ້ງໂຄງການ “ຊາວໜຸ່ມເພື່ອທະເລໝູ່ເກາະຂອງບ້ານເກີດເມືອງນອນ” ປີ 2025.
ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2025), ເພື່ອແນໃສ່ເພີ່ມຄວາມຮັກແພງບ້ານເກີດເມືອງນອນ, ປະເທດ, ສະຕິລະວັງຕົວເຂົ້າຮ່ວມການປົກປັກຮັກສາອະທິປະໄຕຂອງຊາດໃຫ້ແກ່ຊາວໜຸ່ມ ແລະເດັກນ້ອຍ; ກໍານົດທິດທາງໂຄສະນາກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດກ່ຽວກັບທະເລ, ໝູ່ເກາະຂອງປະເທດຊາດ; ສຶກສາອົບຮົມກ່ຽວກັບອະທິປະໄຕ, ຊາຍແດນ, ທະເລໝູ່ເກາະໃຫ້ບັນດາສະມາຊິກຊາວໜຸ່ມ ແລະຊາວໜຸ່ມ; ລະດົມກໍາລັງໃຈໃຫ້ພະນັກງານ ແລະນັກຮົບທີ່ກໍາລັງປະຕິບັດໜ້າທີ່ຢູ່ເຂດຊາຍແດນ, ທະເລໝູ່ເກາະ.
    |
 |
ການນໍາກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ແລະຄະນະຊາວໜຸ່ມນະຄອນດ່າໜັງ ຖະຫວາຍດອກໄມ້ຢູ່ອະນຸສາວະລີລຸງໂຮ່ ກັບນັກຮົບທະຫານຊາຍແດນ. ພາບ:qdnd.vn |
ກ່ອນທີ່ເດີນທາງໄປຮອດ ຮ່ອນເຊີນຈາ, ບັນດາຜູ້ແທນໄດ້ຖະຫວາຍດອກໄມ້ຢູ່ອະນຸສາວະລີລຸງໂຮ່ ກັບນັກຮົບທະຫານຊາຍແດນ ຢູ່ກອງທະຫານເຮືອປ້ອງກັນຊາຍແດນ 2, ກອງບັນຊາການທະຫານຊາຍແດນນະຄອນດ່າໜັັງ.
ທີ່ປ້ອມຄວບຄຸມຊາຍແດນຮ່ອນເຊີນຈາ (ຄ້າຍທະຫານຊາຍແດນຫາຍເວິນ), ທ່ານພັນເອກພິເສດ ໂດ໊ວັນດົງ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ໄດ້ແຈ້ງໃຫ້ຜູ້ແທນຮັບຊາບກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງອະທິປະໄຕເຂດທະເລໝູ່ເກາະ ແລະປະຫວັດສາດ, ພູມສາດຂອງຮ່ອນເຊີນຈາ.
    |
 |
ຄະນະຊາວໜຸ່ມນະຄອນດ່າໜັງ ມອບຂອງຂວັນໃຫ້ແກ່ປ້ອມຄວບຄຸມປ້ອງກັນຊາຍແດນຮ່ອນເຊີນຈາ (ຄ້າຍທະຫານຊາຍແດນຫາຍເວິນ). ພາບ: qdnd.vn |
ຕາມນັ້ນແລ້ວ, ວັນທີ 11 ມີນາ ປີ 2025, ກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ໄດ້ຮັບເອົາການມອບ-ຮັບ ຈາກກອງບັນຊາການທະຫານຊາຍແດນນະຄອນເຫ້ວ ກ່ຽວກັບການຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕຊາຍແດນ, ເຂດທະເລ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຮ່ອນເຊີນຈາ; ລາດຕະເວນ ແລະຄວບຄຸມຜູ້ຄົນ ແລະພາຫະນະທີ່ໄປມາຕາມພາລະໜ້າທີ່ຂອງທະຫານຊາຍແດນ.
ພາຍຫຼັງຮັບເອົາ, ກອງບັນຊາການທະຫານຊາຍແດນນະຄອນດ່າໜັງ ໄດ້ມອບໃຫ້ຄ້າຍທະຫານຊາຍແດນຫາຍເວິນ ຄຸ້ມຄອງຕາມພາລະໜ້າທີ່ ແລະສ້າງຕັ້ງປ້ອມຄວບຄຸມປ້ອງກັນຊາຍແດນຮ່ອນເຊີນຈາ.
    |
 |
ຜູ້ແທນທີ່ໂຄງການ “ຊາວໜຸ່ມເພື່ອທະເລໝູ່ເກາະຂອງບ້ານເກີດເມືອງນອນ” ປີ 2025. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ຄະນະປະຕິບັດງານ ໄດ້ມອບຈັກປັ່ນໄຟຟ້າ 1 ເຄື່ອງ, ຕູ້ເຢັນ 1 ອັນ ແລະ ລຳໂພງ 1 ຊຸດ, ດ້ວຍມູນຄ່າທັງໝົດກ່ວາ 30 ລ້ານດົ່ງ ແລະຂອງຂວັນອື່ນໆໃຫ້ແກ່ປ້ອມຄວບຄຸມປ້ອງກັນຊາຍແດນຮ່ອນເຊີນຈາ.
ໂດຍ: ທູຈາງ