ໂຮງຮຽນປະຖົມສຶກສາດົ່ງດັງ ຕັ້ງຢູ່ໃຈກາງເມືອງຊາຍແດນ, ໂຮງຮຽນໄດ້ຮັບການກໍ່ສ້າງແໜ້ນໜາຖາວອນ ແລະງາມຕາ. ຊຸມວັນກາງເດືອນເມສາ 2025, ບັນຍາກາດໃນໂຮງຮຽນນັບມື້ນັບຄຶກຄື້ນມ່ວນຊື່ນເມື່ອຕ້ອນຮັບແຂກພິເສດ. ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ທີ່ຈັດຂຶ້ນຢູ່ແຂວງລ້າງເຊີນ (ຫວຽດນາມ) ແລະເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ (ຈີນ), ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ແລະຈີນ ໄດ້ໄປຢ້ຽມຢາມໂຮງຮຽນ ແລະຕັດແຖບຜ້າເປີດການນໍາໃຊ້ຕຶກອາຄານຂອງໂຮງຮຽນແຫ່ງນີ້. ໂຄງການກໍ່ສ້າງທີ່ໃຫຍ່ໂຕ, ສວຍງາມ, ທັນສະໄໝນີ້ມີ 12 ຫ້ອງ, ໃນນັ້ນມີຫ້ອງຄອມພິວເຕີ  1 ຫ້ອງ ໂດຍແມ່ນກະຊວງປ້ອງກັນປະເທດຫວຽດນາມ ກໍ່ສ້າງ ແລະມອບໃຫ້ໂຮງຮຽນຢູ່ເຂດຊາຍແດນ.

ຕາມທ່ານນາງ ຮວ່າງທູຮັ່ງ, ຜູ້ອຳນວຍການໂຮງຮຽນປະຖົມສຶກສາດົ່ງດັງ ແລ້ວ, ໃນໄລຍະຜ່ານມາ, ທາງໂຮງຮຽນຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ ແລະການລົງທຶນກໍ່ສ້າງໂດຍພື້ນຖານຈາກທ້ອງຖິ່ນ. ເຖິງຢ່າງໃດກໍຕາມ, ໃນສະພາບທີ່ຈຳນວນນັກສຶກສາເພີ່ມຂຶ້ນຢ່າງວ່ອງໄວ, ພື້ນຖານດ້ານວັດຖຸຍັງບໍ່ທັນຕອບສະໜອງຕາມຄວາມຕ້ອງການຂອງການຮຽນ-ການສອນໄດ້ດີທີ່ສຸດເທື່ອ. ຄູອາຈານ ແລະນັກຮຽນຂອງໂຮງຮຽນຢູ່ເຂດຊາຍແດນແຫ່ງນີ້ມີຄວາມປາດຖະໜາຢາກໃຫ້ມີຫ້ອງຮຽນໃໝ່ຕື່ມອີກ, ເປັນຕົ້ນແມ່ນຫ້ອງຄອມພິວເຕີທີ່ທັນສະໄໝເພື່ອແນໃສ່ຍົກສູງຄຸນນະພາບວິຊາຄອມພິວເຕີ ເພື່ອແນໃສ່ສຶກສາຮອບດ້ານໃຫ້ແກ່ນັກຮຽນ. ແມ່ນຄວາມໂຊກດີຂອງຄູອາຈານ ແລະນັກຮຽນຂອງໂຮງຮຽນເມືື່ອຄວາມປາດຖະໜາດັ່ງກ່າວໄດ້ກາຍເປັນຄວາມຈິງເມື່ອລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ແຂວງລ້າງເຊີນ (ຫວຽດນາມ) ແລະເຂດປົກຄອງຕົນເອງເຜົ່າຈ້ວາງ ແຂວງກວາງຊີ (ຈີນ), ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງກໍ່ສ້າງ ແລະມອບໃຫ້ໂຮງຮຽນປະຖົມສຶກສາດົ່ງດັງ ຕຶກອາຄານມີຫ້ອງຮຽນ 12 ຫ້ອງ, ໃນນັ້ນມີຫ້ອງຄອມພິວເຕີທັນສະໄໝ 1 ຫ້ອງ.

leftcenterrightdel
ຄູອາຈານ ແລະນັກຮຽນໂຮງຮຽນປະຖົມສຶກສາດົ່ງດັງ ມີຄວາມກະຕືລືລົ້ນຍ້ອນໄດ້ປະກອບຄອມພິວເຕີຊຸດໃໝ່. ພາບ: bienphong.com.vn

ໄປຄຽງຄູ່ກັບແຫຼ່ງທຶນ, ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງສົມທົບກັບໂຮງຮຽນເພື່ອອອກແບບ ແລະລົງມືກໍ່ສ້າງເພື່ອຮັບປະກັນຄວາມແທດເໝາະ, ແໜ້ນໜາຖາວອນ, ຕອບສະໜອງວຽກງານການຮຽນ-ການສອນໃຫ້ດີທີ່ສຸດ. ພາຍຫຼັງການກໍ່ສ້າງມາໄດ້ໄລຍະໜຶ່ງ, ໂຄງການດັ່ງກ່າວໄດ້ກໍ່ສ້າງສຳເລັດ ແລະນຳເຂົ້າໃຊ້ງານກົງກັບໂອກາດດໍາເນີນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9. ພິເສດ, ຄູອາຈານ ແລະນັກຮຽນຂອງໂຮງຮຽນມີຄວາມເປັນກຽດເມື່ອຕ້ອນຮັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Dong Jun,  ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດຕັດແຖບຜ້າເປີດການນໍາໃຊ້ ແລະມອບ-ຮັບໂຄງການດັ່ງກ່າວ.

ທ່ານນາງ ຮວ່າງທູຮັ່ງ ຢືນຢັນວ່າ: “ຕຶກອາຄານທີ່ກະຊວງປ້ອງກັນປະເທດຫວຽດນາມ ກໍ່ສ້າງ ແລະມອບໃຫ້ມີຄວາມໝາຍພິເສດສໍາລັບໂຮງຮຽນ, ຕອບສະໜອງຄວາມຕ້ອງການແທດຈິງ, ນໍາເອົາສະພາບແວດລ້ອມແຫ່ງການຮໍ່າຮຽນທີ່ມີຄຸນນະພາບສູງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ນັກຮຽນພັດທະນາຄວາມຮູ້, ຄວາມສາມາດ, ທັກສະຢ່າງຮອບດ້ານ.  ໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9, ທາງໂຮງຮຽນ ເປັນກຽດທີ່ສຸດທີ່ໄດ້ຕ້ອນຮັບລັດຖະມົນຕີສອງທ່ານ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ ມາຢ້ຽມຢາມ. ຄູອາຈານ, ນັກຮຽນໃນໂຮງຮຽນ ຈະສືບຕໍ່ແຂ່ງຂັນ “ສອນດີ, ຮຽນເກັ່ງ”, ພ້ອມກັນເພີ່ມພູນຄູນສ້າງ, ຮັດແໜ້ນນໍ້າໃຈສາມັກຄີ, ມີິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ຈີນ”.

leftcenterrightdel
ຄວາມເບີກບານມ່ວນຊື່ນຂອງຄູອາຈານ, ນັກຮຽນໂຮງຮຽນປະຖົມສຶກສາດົ່ງດັງ ເມືື່ອໄດ້ສອນ ແລະຮຽນໃນຕຶກອາຄານຫຼັງໃໝ່. ພາບ: bienphong.com.vn

ເມື່ອໂຄງການດັ່ງກ່າວກໍ່ສ້າງສຳເລັດ, ທາງໂຮງຮຽນໄດ້ນໍາເຂົ້າໃຊ້ງານ, ນຳໃຊ້ຫ້ອງເຂົ້າໃນການຮຽນ-ການສອນໃຫ້ດີຂຶ້ນ. ພິເສດ, ໃນຕຶກອາຄານທີ່ກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້, ມີຫ້ອງໄດ້ປະກອບດ້ວຍຄອມພິວເຕີທັນສະໄໝ 30 ຊຸດ, ຄູອາຈານ ແລະນັກສຶກສາວິຊາຄອມພິວເຕີ ແລະພວກນ້ອງນັກຮຽນມີຄວາມກະຕືລືລົ້ນເມື່ອໄດ້ຮັບຂອງຂວັນດັ່ງກ່າວ. ເມື່ອຖືກຖາມ, ນ້ອງ ໂດ໊ແທັງຕ່ວຽນ, ນັກຮຽນ ຫ້ອງ ປ. 5, ໂຮງຮຽນປະຖົມສຶກສາດົ່ງດັງ ແບ່ງປັນວ່າ: “ນ້ອງ ແລະພວກເພື່ອນຮູ້ສຶກດີໃຈຫຼາຍເມື່ອໄດ້ຍ້າຍໄປຮຽນຢູ່ອາຄານຫຼັງໃໝ່, ຫ້ອງຮຽນກ້ວາງຂວາງ, ງາມຕາ, ເປັນຕົ້ນແມ່ນຫ້ອງຄອມພິວເຕີ ມີຄອມພິວເຕີທີ່ທັນສະໄໝ, ສະດວກໃຫ້ການຝຶກຫັດ ແລະຍົກລະດັບທັກສະດ້ານວິຊາຄອມພິວເຕີ. ພວກອ້າຍ-ເອື້ອຍຄູ  ລ້ວນແຕ່ໄດ້ບອກສອນຢ່າງຈະແຈ້ງໃຫ້ນັກຮຽນວ່າ ຕຶກອາຄານແຫ່ງນີ້ແມ່ນຂອງຂວັນພິເສດທີ່ສຸດໂດຍກອງທັບມອບໃຫ້ໂຮງຮຽນ. ນ້ອງ ແລະພວກເພື່ອນຈະພະຍາຍາມຮໍ່າຮຽນເພື່ອບໍ່ໃຫ້ພໍ່ແມ່, ຄູອາຈານ ແລະພວກອາວທະຫານຜິດຫວັງ”.

ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ໄດ້ດຳເນີນຢູ່ບໍລິເວນແຂວງລ້າງເຊີນ, ພ້ອມກັບບັນດາການເຄື່ອນໄຫວພົບປະແລກປ່ຽນເພື່ອແນໃສ່ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບລະຫວ່າງອຳນາດການປົກຄອງ, ພໍ່ແມ່ປະຊາຊົນທ້ອງຖິ່ນ, ກົມກອງປ້ອງກັນຊາຍແດນສອງປະເທດ ຫວຽດນາມ-ຈີນ, ກໍາລັງກອງທັບສອງຝ່າຍຍັງຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອແນໃສ່ເບິ່ງແຍງດູແລການດໍາລົງຊີວິດຂອງປະຊາຊົນ, ໃນນັ້ນມີຂົງເຂດການສຶກສາ ຄື: ມອບທຶນການສຶກສາໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ,  ກໍ່ສ້າງພື້ນຖານດ້ານວັດຖຸໃຫ້ບັນດາໂຮງຮຽນ,  ສຳລັບກະຊວງປ້ອງກັນປະເທດຫວຽດນາມ, ໃນຊຸມປີມໍ່ໆມານີ້, ຢູ່ບັນດາທ້ອງຖິ່ນທີ່ໄດ້ເລືອກເປັນບ່ອນຈັດຕັ້ງລາຍການພົບປະແລກປ່ຽນກັບກອງທັບບັນດາປະເທດບ້ານໃກ້ເຮືອນຄຽງ, ທາງກະຊວງປ້ອງກັນປະເທດຫວຽດນາມ ລ້ວນແຕ່ລົງທຶນເພື່ອກໍ່ສ້າງກິດຈະກໍາຕ່າງໆ, ກໍ່ສ້າງໂຮງຮຽນທີ່ງາມຕາເພື່ອມອບໃຫ້ທ້ອງຖິ່ນ; ມອບເຮືອນ,  ແນວພັນສັດລ້ຽງເພື່ອໜູນຊ່ວຍປະຊາຊົນ, ເປັນຕົ້ນແມ່ນປະຊາຊົນທີ່ທຸກຍາກຢູ່ເຂດຊາຍແດນ, ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ; ມອບທຶນການສຶກສາເພື່ອສ້າງເງື່ອນໄຂໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກມີໂອກາດບືນຕົວຂຶ້ນ.

ໂດຍ: ທູຈາງ