ດ້ວຍໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນທີ່ມີລວງຍາວ 7 ກິໂລແມັດ, 3 ຫຼັກໝາຍຊາຍແດນແຫ່ງຊາດ ຕິດຈອດກັບປະເທດເພື່ອນລາວ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນອຽນເຄືອງ ຍາມໃດກໍ່ໃກ້ຊິດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ໃນການລາດຕະເວນຄັ້ງຕ່າງໆ, ກໍາລັງລາດຕະເວນຂອງສອງກົມກອງ ໄດ້ດໍາເນີນການລາດຕະເວນ, ກວດກາຢູ່ຕາມເສັ້ນທາງນ້ອຍຂ້າມຊາຍແດນ, ຖາງຫຍ້າຕາມເສັ້ນຊາຍແດນ, ກວດກາສັນຍານຫຼັກໝາຍຊາຍແດນ, ພ້ອມທັງປະຕິບັດພິທີການ, ລະບຽບການຕາມຂໍ້ກຳນົດໃນການລາດຕະເວນສອງຝ່າຍ, ຄື: ເຄົາລົບຫຼັກໝາຍຊາຍແດນ, ກວດກາ ແລະອະນາໄມ, ຖາງຫຍ້າຫຼັກໝາຍຊາຍແດນ...
    |
 |
ຄ້າຍທະຫານຊາຍແດນອຽນເຄືອງ ສົມທົບກັບກອງຮ້ອຍທະຫານຊາຍແດນ 216 (ລາວ) ໃນການລາດຕະເວນສອງຝ່າຍຢູ່ເຂດຊາຍແດນແຕ່ຫຼັກໝາຍຊາຍແດນທີ 349 ຫາຫຼັກໝາຍຊາຍແດນທີ 350. ພາບ: ຮວ່າງລານ |
ກໍ່ໃນການລາດຕະເວນ, ຄ້າຍ/ທະຫານຊາຍແດນອຽນເຄືອງ ແລະກອງຮ້ອຍທະຫານຊາຍແດນຂອງລາວ ໄດ້ຈັດຕັ້ງການແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ເຫັນດີເປັນເອກະພາບບັນດາເນື້ອໃນການເຄື່ອນໄຫວຄວບຄຸມ, ຕໍ່ສູ້, ສະກັດກັ້ນບັນດາການເຄື່ອນໄຫວລະເມີດກົດລະບຽບຊາຍແດນ ແລະລະເມີດກົດໝາຍ. ພາຍຫຼັງການລາດຕະເວນສອງຝ່າຍໃນແຕ່ລະຄັ້ງ, ສອງຝ່າຍລ້ວນແຕ່ຈັດຕັ້ງການປະຊຸມຖອດຖອນບົດຮຽນ, ແລກປ່ຽນເນື້ອໃນສະພາບການທີ່ມີສ່ວນກ່ຽວຂ້ອງ, ລົງນາມໃນບົດບັນທຶກ ແລະເຫັນດີເປັນເອກະພາບໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ.
ທ່ານພັນໂທ ຫງວຽນຈ້ອງມິງ ຫົວໜ້າຄ້າຍທະຫານຊາຍແດນອຽນເຄືອງ - ເຊິ່ງຫາກໍ່ກັບຄືນຈາກການລາດຕະເວນສອງຝ່າຍຢູ່ເຂດຊາຍແດນແຕ່ຫຼັກໝາຍຊາຍແດນທີ 349 ຫາ 350 ໃຫ້ຮູ້ວ່າ: “ນີ້ແມ່ນການເຄື່ອນໄຫວທີ່ກົມກອງໄດ້ສົມທົບກັບກຳລັງປະເທດເພື່ອນແນໃສ່ຄົ້ນພົບການກະທຳລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ຊາຍແດນ, ສົມທົບກັນປົກປັກຮັກສາເສັ້ນຊາຍແດນຮ່ວມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະຄວາມປອດໄພຢູ່ເຂດຊາຍແດນ. ການເຄື່ອນໄຫວລາດຕະເວນສອງຝ່າຍກໍ່ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ປັບປຸງນໍ້າໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ລະຫວ່າງບັນດາກົມກອງເວົ້າສະເພາະ".
ແຂວງແທັງຮວ໊າ ມີເສັ້ນຊາຍແດນຕິດກັບແຂວງຫົວພັນ 213,6 ກິໂລແມັດ. ໃນຊຸມປີຜ່ານມາ, ພາຍໃຕ້ການຊີ້ນຳຂອງກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ, ກໍາລັງທະຫານຊາຍແດນ ໄດ້ເພີ່ມທະວີການຮ່ວມມືກັບກຳລັງປ້ອງກັນຊາຍແດນແຂວງຫົວພັນ, ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ພະນັກງານ, ນັກຮົບຢູ່ຄ້າຍທະຫານຊາຍແດນ ໄດ້ເປັນເຈົ້າການພົບປະ, ແລກປ່ຽນສະພາບການ, ຮັກສາການແລກປ່ຽນກັບກຳລັງປ້ອງກັນຊາຍແດນປະເທດເພື່ອນລາວ ເປັນປະຈໍາ; ສ້າງອາລົມຈິດສະໜິດຕິດພັນ ກໍ່ຄືສ້າງຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງໃນຂະບວນການສົມທົບກັນປະຕິບັດໜ້າທີ່. ກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ໄດ້ຮັກສາພົບປະກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ 2 ຄັ້ງຕໍ່ປີ; ແລກປ່ຽນຂັ້ນຊ່ຽວຊານກັບກອງບັນຊາການທະຫານ ແລະປ້ອງກັນຄວາມສະຫງົບແຂວງຫົວພັນ 1 ຄັ້ງຕໍ່ປີ...
ຄຽງຂ້າງນັ້ນ, ເປັນເສນາທິການ ແລະໜູນຊ່ວຍໂດຍກົງໃຫ້ເພື່ອນມິດລາວແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ; ຮັກສາການແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ; ຈັດຕັ້ງການຢ້ຽມຢາມຖາມຂ່າວ, ພົບປະແລກປ່ຽນປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງກຳລັງປ້ອງກັນຊາຍແດນແຂວງແທັງຮວ໊າ ແລະແຂວງຫົວພັນ. ພ້ອມທັງຮັກສາການພົບປະແລກປ່ຽນແຮກສ່ຽວລະຫວ່າງ 6 ຄ້າຍທະຫານຊາຍແດນ ແລະ 3 ກອງຮ້ອຍທະຫານຊາຍແດນແຂວງຫົວພັນ; ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຮັກສາການແຮກສ່ຽວ 17 ຄູ່ບ້ານ-ບ້ານຊາຍແດນ. ທະຫານຊາຍແດນແຂວງແທັງຮວ໊າ ກໍ່ຕັ້ງໜ້າສົມທົບກັບກໍາລັງຂອງປະເທດເພື່ອນລາວ ເຂົ້າຮ່ວມການປັບປຸງຮາກຖານການເມືອງຢູ່ກຸ່ມບ້ານ; ເສີມຂະຫຍາຍບົດບາດແພດທະຫານຢູ່ບັນດາຄ້າຍ, ປ້ອມ ແລະຮາກຖານສາທາລະນະສຸກຂອງທ້ອງຖິ່ນ ເພື່ອກວດ, ປິ່ນປົວພະຍາດ, ແຈກຢາຍຢາໃຫ້ພະນັກງານ, ປະຊາຊົນເຂດຊາຍແດນ.
ທ່ານພັນເອກພິເສດ ໂດ໋ງອັກວີ໋ງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ໃຫ້ຮູ້ວ່າ: “ໃນໄລຍະຜ່ານມາ, ການເຄື່ອນໄຫວລາດຕະເວນສອງຝ່າຍ, ລາດຕະເວນປະສົມ. ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງວຽກງານພົວພັນຕ່າງປະເທດຊາຍແດນ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ຢູ່ແຕ່ລະປ້ອມ, ຄ້າຍທະຫານຊາຍແດນ, ໂດຍອີງໃສ່ເງື່ອນໄຂຕົວຈິງ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວາງອອກ, ວຽກງານພົວພັນຕ່າງປະເທດຊາຍແດນ ໄດ້ຜັນຂະຫຍາຍຢ່າງມີຫົວຄິດປະດິດສ້າງ, ບົນຈິດໃຈລວມແມ່ນເພີ່ມທະວີຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ; ຊ່ວຍໃຫ້ກຳລັງຄຸ້ມຄອງຊາຍແດນຂອງແຕ່ລະປະເທດປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນແຫ່ງຊາດຢ່າງມີໄຊ, ພ້ອມທັງສ້າງສະພາບແວດລ້ອມທີ່ປອດໂປ່ງ, ຮັບໃຊ້ການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືພັດທະນາເສດຖະກິດ-ສັງຄົມ”.
ໂດຍ: ເຈິ່ນຮວ່ຽນ