ອາເລື໊ອຍ ແມ່ນເມືອງພູດອຍຕັ້ງຢູ່ທາງທິດຕາເວັນຕົກຂອງນະຄອນເຫວ້, ມີເສັ້ນຊາຍແດນຕິດກັບເມືອງກາລຶມ (ແຂວງເຊກອງ) ແລະເມືອງສະໝ້ວຍ (ແຂວງສາລະວັນ) ຂອງ ສປປ ລາວ. ນີ້ແມ່ນບໍລິເວນທີ່ມີທີ່ຕັ້ງຍຸດທະສາດສຳຄັນທາງດ້ານການເມືອງ, ເສດຖະກິດ, ການທະຫານ, ການປ້ອງກັນຊາດ ແລະການຕ່າງປະເທດ. ໃນຊຸມປີຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ, ແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ, ທະຫານຊາຍແດນຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງທີ່ກ່ຽວຂ້ອງເຂົ້າຮ່ວມການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ມີສັນຕິພາບ, ມິດຕະພາບ ແລະການພັດທະນາ.
    |
 |
ກໍາລັງທີ່ກ່ຽວຂ້ອງ ລົງຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ປະຊາຊົນຢູ່ຕາມບ້ານຊາຍແດນຂອງປະເທດເພື່ອນລາວ. ພາບ: daidoanket.vn |
ຄຽງຂ້າງນັ້ນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ຍັງປະຕິບັດວຽກງານໂຄສະນາ, ຂົນຂວາຍປະຊາຊົນທຸກຊັ້ນວັນນະທີ່ຢູ່ໃນບໍລິເວນເມືອງປະຕິບັດແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດຂອງພັກ, ນະໂຍບາຍການຕ່າງປະເທດຂອງລັດ ໄດ້ເປັນຢ່າງດີ, ຄື: ໂຄສະນາຮູບແບບ, ແບບຢ່າງ ແລະບົດຮຽນທີ່ດີໃນການຈັດຕັ້ງການເຄື່ອນໄຫວເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບ, ສັນຕິພາບ, ຮ່ວມມືພ້ອມກັນພັດທະນາກັບເມືອງສະໝ້ວຍ (ແຂວງສາລະວັນ) ແລະເມືອງກາລຶມ (ແຂວງເຊກອງ) ຂອງ ສປປ ລາວ.
ໃນໂອກາດບຸນປີໃໝ່ລາວ 2025, ເປັນຄັ້ງທຳອິດຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ໄດ້ສົມທົບກັບຫົວໜ່ວຍຕ່າງໆໜູນຊ່ວຍການຫາເງິນລ້ຽງຊີບ (ມອບແບ້ແມ່ພັນຄອບຄົວລະ 2 ໂຕ) ໃຫ້ 2 ຄອບຄົວ ຂຶ້ນກັບບ້ານເຊຊາບ (ເມືອງກາລຶມ, ແຂວງເຊກອງຂອງ ສປປ ລາວ).
ໂດຍໄດ້ຮັບເອົານ້ຳໃຈອັນລ້ຳຄ່ານັ້ນ, ທ່ານ ບຸນທອງ (ນາຍບ້ານເຊຊາບ) ໄດ້ສະແດງຄວາມຂອບໃຈມາຍັງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ, ຄ້າຍທະຫານຊາຍແດນກວາງເຍິມ ແລະກົມກອງທີ່ກ່ຽວຂ້ອງໃນໄລຍະຜ່ານມາໄດ້ເອົາໃຈໃສ່, ຊ່ວຍເຫຼືອປະຊາຊົນບ້ານເຊຊາບເປັນປະຈຳ. ທ່ານ ບຸນທອງ ແບ່ງປັນວ່າ: “ເນື່ອງໃນໂອກາດບຸນປີໃໝ່ລາວ, ປະຊາຊົນບ້ານເຊຊາບ ໄດ້ຮັບການໜູນຊ່ວຍການຫາເງິນລ້ຽງຊີບຢ່າງແທດຈິງ, ໄດ້ສະແດງໃຫ້ເຫັນສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນອັນບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນ, ພ້ອມກັນກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ”.
ນອກຈາກການໜູນຊ່ວຍການຫາເງິນລ້ຽງຊີບແລ້ວ, ໃນໂອກາດບຸນປີໃໝ່ລາວ 2025, ຄ້າຍທະຫານຊາຍແດນກວາງເຍິມ (ທະຫານຊາຍແດນນະຄອນເຫວ້) ຍັງໄດ້ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ໄປຢ້ຽມຢາມ, ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະມອບຂອງຂວັນນັບຮ້ອຍອັນໃຫ້ປະຊາຊົນ ແລະກົມກອງປະກອບອາວຸດຂອງປະເທດເພື່ອນມິດລາວ ເຊິ່ງມີມູນຄ່າທັງໝົດ 300 ລ້ານກວ່າດົ່ງ.
ທ່ານນາງ ເລທິມາຍລວານ ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງອາເລື໊ອຍ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ແນວໂຮມຍາມໃດກໍ່ຕັ້ງໜ້າຂົນຂວາຍປະຊາຊົນເຂົ້າຮ່ວມການຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກຳ, ໄພສັງຄົມຢູ່ເຂດຊາຍແດນ, ຮັກສາ, ປົກປັກຮັກສາອະທິປະໄຕຂອງປະເທດຊາດ, ກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບລະຫວ່າງສອງປະເທດ. ສຸມໃສ່ຂົນຂວາຍມະຫາຊົນ, ປະຊາຊົນທີ່ຢູ່ເຂດຊາຍແດນເຂົ້າຮ່ວມບັນດາຂະບວນການ, ຄື: “ຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງ”; ແນະນຳກົມກອງທີ່ກ່ຽວຂ້ອງ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານທີ່ຢູ່ເຂດຊຸມຊົນ ແລະຕາແສງຊາຍແດນສະໜອງຂໍ້ມູນຂ່າວສານ, ສົມທົບກັບທະຫານຊາຍແດນ ແລະກໍາລັງປ້ອງກັນຄວາມສະຫງົບຊາຍແດນພ້ອມກັນຄົ້ນພົບ ແລະແກ້ໄຂກໍລະນີລະເມີດເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.
ໂດຍ: ເຈິ່ນຮວ່ຽນ