ໃນສັນຕິພາບ, ຈິດໃຈສະຫງ່າຜ່າເຜີຍເຈື່ອງເຊີນ ສືບຕໍ່ແຜ່ຂະຫຍາຍເມື່ອກົມກອງສືບທອດມູນເຊື້ອທະຫານເຈື່ອງເຊີນ ຍາມໃດກໍ່ມີໜ້າໃນບັນດາກິດຈະການຈຸດສຸມຂອງຊາດ, ປະຕິບັດສຳເລັດໜ້າທີ່ກໍ່ສ້າງເສດຖະກິດສົມທົບກັບການປັບປຸງດ້ານປ້ອງກັນຊາດ.

ຈາກເສັ້ນທາງລຳລຽງຍຸດທະສາດໃນປາງສົງຄາມ

ປະຕິບັດຄວາມຕັດສິນໃຈຕີເອົາຊະນະອາເມລິກາ ຜູ້ຮຸກຮານ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ, ວັນທີ 19 ພຶດສະພາ 1959, “ຄະນະປະຕິບັດງານການທະຫານພິເສດ”-ຄະນະ 559 ໄດ້ຮັບການສ້າງຕັ້ງ, ມີໜ້າທີ່ເປີດເສັ້ນທາງລຳລຽງຍຸດທະສາດ ເຈື່ອງເຊີນ-ເສັ້ນທາງໂຮ່ຈີມິນ ຂົນສົ່ງສິນຄ້າການທະຫານເພື່ອລຳລຽງໃຫ້ສະໜາມຮົບພາກໃຕ້ ແລະຈັດຕັ້ງການຮັບ ແລະໂດຍສານພະນັກງານ, ທະຫານ, ສົ່ງເອກະສານຈາກພາກເໜືອເຂົ້າພາກໃຕ້ຫວຽດນາມ ແລະຈາກພາກໃຕ້ໄປສູ່ພາກເໜືອ.

leftcenterrightdel
ແມ່ທັບ 12 ກໍ່ສ້າງໂຮງງານໄຟຟ້ານ້ຳຕົກ ຮ່ວາບິ່ງ ເປີດກວ້າງ. ພາບ: ເຈື່ອງເຊີນ

ໃນໄລຍະ 16 ປີ (1959-1975), ທະຫານເຈື່ອງເຊີນ ໄດ້ຂົນສົ່ງອາວຸດ, ພາຫະນະ, ວັດຖຸ ແລະສິນຄ້າກວ່າ 1 ລ້ານໂຕນ ເພື່ອລຳລຽງໃຫ້ບັນດາສະໜາມຮົບ; ຂົນສົ່ງ, ຮັບປະກັນໃຫ້ພະນັກງານ, ນັກຮົບເຄື່ອນທັບເຂົ້າພາກໃຕ້ ແລະຂົນສົ່ງນັກຮົບເສຍອົງຄະ, ທະຫານເຈັບປ່ວຍໄປສູ່ພາກເໜືອຈຳນວນ 1,1 ລ້ານເທື່ອຄົນ. ທັງເປີດທາງຂົນສົ່ງຮັບໃຊ້ການສູ້ຮົບ, ທະຫານເຈື່ອງເຊີນ ຍັງຈັດຕັ້ງການບຸກໂຈມຕີນັບພັນຄັ້ງ, ຍິງເຮືອບິນຕົກຈຳນວນ 2.455 ລໍາ, ດັບສູນສັດຕູ ຈຳນວນ 18.740 ຄົນ, ທຳລາຍອາວຸດ, ພາຫະນະສົງຄາມຂອງສັດຕູໄດ້ນັບໝື່ນໂຕນ. ທະຫານເຈື່ອງເຊີນ ໄດ້ສຳເລັດທຸກໜ້າທີ່ທີ່ພັກ, ລັດ, ປະຊາຊົນ ແລະກອງທັບມອບໝາຍໃຫ້, ປະກອບສ່ວນສຳຄັນ, ນຳການຕໍ່ສູ້ຕ້ານອາເມລິກາ ກູ້ຊາດຂອງຊາດຫວຽດນາມ ໄປສູ່ໄຊຊະນະສົມບູນ. ຮັບຮູ້ວິລະກຳ ແລະຜົນງານສະຫງ່າລາສີນັ້ນ, ຄະນະ 559-ທະຫານ ເຈື່ອງເຊີນ ມີຄວາມເປັນກຽດທີ່ໄດ້ຮັບນາມມະຍົດເປັນວິລະຊົນກຳລັງປະກອບອາວຸດປະຊາຊົນຈາກລັດ ແລະນັບຮ້ອຍກົມກອງ, ພະນັກງານ, ນັກຮົບນັບໝື່ນເທື່ອຄົນໄດ້ປະດັບຫຼຽນໄຊ, ຫຼຽນກາທຸກປະເພດ.

ໄປສູ່ກິດຈະການຈຸດສຸມຂອງຊາດໃນສັນຕິພາບ

ປະເທດເປັນເອກະພາບ, ທະຫານເຈື່ອງເຊີນ ໄດ້ຮັບມອບໝາຍຈາກພັກ, ລັດ ໃຫ້ຫັນໄປສູ່ໜ້າທີ່ກໍ່ສ້າງເສດຖະກິດສົມທົບກັບການປັບປຸງການປ້ອງກັນຊາດ, ຮຳບາດແຜສົງຄາມ, ດ້ວຍຊື່ເອີ້ນວ່າ ແມ່ທັບ 12 (ໄດ້ຮັບການສ້າງຕັ້ງໃນວັນທີ 10 ຕຸລາ 1977, ບົນພື້ນຖານກຳລັງຕົ້ນຕໍໃນການກໍ່ສ້າງຂົວ, ທາງຂອງທະຫານເຈື່ອງເຊີນ ໃນສົງຄາມ). ໃນສະໜາມຮົບໃໝ່, ພະນັກງານ, ນັກຮົບ, ພາລະກອນປ້ອງກັນຊາດຂອງແມ່ທັບ ໄດ້ເສີມຂະຫຍາຍມູນເຊື້ອຂອງທະຫານເຈື່ອງເຊີນ ວິລະຊົນຢ່າງບໍ່ຢຸດຢັ້ງ, ມີໜ້າຢູ່ທຸກແຖບຖິ່ນຂອງປະເທດຊາດ, ເປັນຕົ້ນແມ່ນຢູ່ບັນດາບ່ອນຫຍຸ້ງຍາກ, ລຳບາກກາກກຳ, ເຂດຫ່າງໄກສອກຫຼີກ, ຊາຍແດນ, ໝູ່ເກາະທະເລ, ຜັນຂະຫຍາຍການກໍ່ສ້າງກິດຈະການ, ໂຄງການໄດ້ຫຼາຍພັນແຫ່ງ. ໃນນັ້ນມີຫຼາຍກິດຈະການ, ໂຄງການ ຈຸດສຸມຂອງປະເທດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດ ແລະໜ້າທີ່ສາກົນຊ່ວຍປະເທດເພື່ອນລາວ, ກຳປູເຈຍ. ແມ່ທັບໄດ້ເຊື່ອມໂຍງ, ພັດທະນາເທື່ອລະກ້າວ, ກາຍເປັນໜຶ່ງໃນບັນດາວິສາຫະກິດກອງທັບ ທີ່ມີອິດທິພົນຊື່ສຽງ, ມີເຄື່ອງໝາຍການຄ້າໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ໄຟຟ້ານ້ຳຕົກ, ຊົນລະປະທານ ແລະແມ່ນກົມກອງຊ່າງແສງຂົວທາງ ຍຸດທະສາດສຳຮອງຂອງກະຊວງປ້ອງກັນປະເທດ.

35 ປີຜ່ານມາ (ນັບແຕ່ປີ 1989, ເມື່ອແມ່ທັບ 12 ປ່ຽນເປັນວິສາຫະກິດເສດຖະກິດ-ປ້ອງກັນຊາດ, ດ້ວຍຊື່ວິສາຫະກິດແມ່ນບໍລິສັດໃຫຍ່ກໍ່ສ້າງ ເຈື່ອງເຊີນ), ກົມກອງໄດ້ຜ່ານຜ່າຫຼາຍຄວາມຫຍຸ້ງຍາກຕໍ່ໜ້າການແກ່ງແຍ້ງຢ່າງຂ້ຽວຂາດຂອງເສດຖະກິດຕະຫຼາດ, ເປັນເຈົ້າການສັບຊ້ອນກົງຈັກຄືນໃໝ່ໃຫ້ເໝາະສົມກັບຮູບແບບເຄື່ອນໄຫວຂອງວິສາຫະກິດກອງທັບ. ພິເສດ, ໃນ 5 ປີມໍ່ໆມານີ້, ກົມກອງໄດ້ລົງທຶນອຸປະກອນທັນສະໄໝ; ເປັນເຈົ້າການເຂົ້າເຖິງຕະຫຼາດ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີກ້າວໜ້າເຂົ້າໃນການຜະລິດ, ດຳເນີນທຸລະກິດ, ສ້າງຜະລິດຕະພັນທີ່ີມີຄຸນນະພາບສູງ ແລະຍາມໃດກໍ່ຖືເປັນສຳຄັນ “ຄວາມໄວ້ເນື້ອເຊື່ອໃຈ” ກັບລູກຄ້າ.

ສືບຕໍ່ແຜ່ຂະຫຍາຍຈິດໃຈສະຫງ່າຜ່າເຜີຍເຈື່ອງເຊີນ ໃນສັນຕິພາບ

ນັ້ນແມ່ນຄຳໝັ້ນສັນຍາຕັດສິນໃຈຂອງພະນັກງານ, ນັກຮົບແມ່ທັບ 12 ຕໍ່ໜ້າດວງວິນຍານຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ, ບັນດາຜູ້ທີ່ໄດ້ສ້າງຄວາມມະຫັດສະຈັນໃຫ້ເສັ້ນທາງລຳລຽງຍຸດທະສາດທີ່ໃສ່ຊື່ ລຸງໂຮ່ ຜູ້ຍິ່ງໃຫຍ່.

ໃນສັນຕິພາບ, ທະຫານເຈື່ອງເຊີນ ໄດ້ຢັ້ງຢືນຖານະບົດບາດຂອງວິສາຫະກິດເສດຖະກິດ-ປ້ອງກັນຊາດທີ່ເຂັ້ມແຂງຂອງປະເທດ, ກົມກອງໄດ້ລົງມືກໍ່ສ້າງ, ມອບຮັບ ແລະເປີດນຳໃຊ້ຫຼາຍຮ້ອຍຈິດຈະກຳໃນທຸກແຖບຖິ່ນຂອງປະເທດຊາດ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ, ເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ໃນນັ້ນ, ມີຫຼາຍກິດຈະການຈຸດສຸມຂອງຊາດ. ພົ້ນເດ່ັນ, ຄື: ເສັ້ນທາງດ່ວນເກົ່າແຢ-ນິງບິ່ງ, ນະຄອນໂຮ່ຈີມິນ-ຈູງເລືອງ, ນະຄອນໂຮ່ຈີມິນ-ລອງແທັ່ງ-ເຢົ່າໄຢ, ຮ່າໂນ້ຍ-ໄທງວຽນ... ບັນດາກິດຈະການ, ໂຄງການນີ້ໄດ້ປະກອບສ່ວນແຜ່ຂະຫຍາຍຈິດໃຈ ສະຫງ່າຜ່າເຜີຍເຈື່ອງເຊີນ ໃນໄລຍະສັນຕິພາບ. ແມ່ທັບ 12 ຍັງກ້າຫານຮັບເອົາບັນດາກິດຈະການ, ໂຄງການ ເຊິ່ງບັນດາອົງການກ່ຽວຂ້ອງຂອງລັດ ໄດ້ມອບໃຫ້ບັນດາວິສາຫະກິດອື່ນກໍ່ສ້າງ, ແຕ່ເຂົາເຈົ້າ ຖອດອອກຈາກກິດຈະການ, ໂຄງການຍ້ອນບໍ່ມີຄວາມສາມາດກໍ່ສ້າງຢ່າງພຽງພໍ, ຕົວຢ່າງຄືກິດຈະການກໍ່ສ້າງໂຮງງານໄຟຟ້ານ້ຳຕົກ Đray H'linh ຢູ່ ດັ໊ກລັ໊ກ...

ປະຫວັດສາດອັນສະຫງ່າລາສີຂອງທະຫານເຈື່ອງເຊີນ ໃນເມື່ອກ່ອນໄດ້ເປັນບ່ອນອີງ, ເຄື່ອງໝາຍການຄ້າອັນລ້ຳຄ່າໃຫ້ແມ່ທັບ 12 ໃນປະຈຸບັນ, ຄວາມຈິງແລ້ວ, ເມື່ອເຕື້ອງເຖິງ ເຈື່ອງເຊີນ, ບັນດາເຈົ້າຂອງລົງທຶນລ້ວນແຕ່ມີຄວາມໄວ້້ເນື້ອເຊື່ອໃຈຢ່າງແນ່ນອນ, ຍ້ອນວ່າສິ່ງທຳອິດທີ່ເຂົາເຈົ້າ ຈະຄິດເຖິງນັ້ນແມ່ນຄວາມຕັດສິນໃຈຂອງທະຫານໃນການອອກແຮງງານທຳການຜະລິດ. ຄວາມສາມາດຂົນຂວາຍປະຊາຊົນຂອງທະຫານຢູ່ບັນດາບ່ອນຕັ້ງທັບ, ອັນໄດ້ຊ່ວຍໃຫ້ທະຫານເຈື່ອງເຊີນ ແກ້ໄຂວຽກງານທີ່ຫຍຸ້ງຍາກຢ່າງວ່ອງໄວ, ກະທັດຮັດ.

ໂດຍ: ແສງເດືອນ