ທ່ານ ຟູ່ງດຶກຕ໊ຽນ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ເນັ້ນໜັກວ່າ ຈີນ ມີປະຊາກອນ 1,4 ຕື້ກວ່າຄົນ, ແມ່ນຕະຫຼາດທີ່ມີຄວາມຕ້ອງການສິນຄ້າເປັນຈຳນວນຫຼວງຫຼາຍ. ເພື່ອໝູນໃຊ້ຄວາມສາມາດບົ່ມຊ້ອນຂອງຕະຫຼາດນີ້ໃຫ້ໄດ້ໝົດ, ການພັດທະນາດ່ານຊາຍແດນອັດສະລິຍະ, ເພີ່ມເຕີມລະບົບທາງລົດໄຟທີ່ທັນສະໄໝແມ່ນມີຄວາມຈໍາເປັນທີ່ສຸດ.

ຍົກສູງກໍາລັງຄວາມສາມາດ, ປະສິດທິພາບສິນຄ້າຜ່ານດ່ານ

ເຖິງວ່າສະພາບເສດຖະກິດໂລກຖົດຖອຍກໍ່ຕາມ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ການຄ້າສອງຝ່າຍ ຫວຽດນາມ-ຈີນ ສືບຕໍ່ເຕີບໂຕຢ່າງຕັ້ງໜ້າ, ບັນລຸກວ່າ 42 ຕື້ໂດລາສະຫະລັດ. ຍອດວົງເງິນການນຳເຂົ້າ-ສົ່ງອອກ ລ້ວນແຕ່ບັນລຸການເຕີບໂຕຢ່າງຕັ້ງໜ້າເມື່ອທຽບໃສ່ໄລຍະດຽວກັນ.

ຢູ່ແຂວງລາວກາຍ, ຫ້ອງການພາສີປະຈຳດ່ານຊາຍແດນສາກົນ ໄດ້ບັນທຶກຍອດວົງເງິນການນຳເຂົ້າ-ສົ່ງອອກ, ເຮັດລະບຽບການຢູ່ຫ້ອງການພາສີປະຈໍາດ່ານ ບັນລຸ 382,4 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີມາຮອດວັນທີ 15 ເມສາ, ເພີ່ມຂຶ້ນຮອດ 64% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຄຽງຄູ່ກັນນັ້ນ, ແຂວງລ້າງເຊີນ ກໍ່ຮັບຮູ້ວ່າ ມີການເຄື່ອນໄຫວຢ່າງຟົດຟື້ນ, ສະດວກໃນໄຕມາດທີ 1 ດ້ວຍຍອດວົງເງິນການນຳເຂົ້າ-ສົ່ງອອກສິນຄ້າ ຜ່ານບໍລິເວນແຂວງ ຄາດວ່າບັນລຸກວ່າ 13,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 30,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

leftcenterrightdel
ພັດທະນາດ່ານຊາຍແດນອັດສະລິຍະ ແມ່ນມີຄວາມຈຳເປັນທີ່ສຸດເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຄ້າຊາຍແດນ. ພາບ: vnbusiness.vn

ເຖິງວ່າການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະຈີນ ພວມພັດທະນາຢ່າງຕັ້ງໜ້າກໍ່ຕາມ, ແຕ່ຕາມບັນດານັກຊ່ຽວຊານແລ້ວ, ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ສາມາດຂຸດຄົ້ນໄດ້ຕື່ມອີກໃນຕະຫຼາດນີ້.

ໃນສະພາບການດັ່ງກ່າວນັ້ນ, ການຄົ້ນຄວ້າ ແລະພັດທະນາຮູບແບບການຂົນສົ່ງໃໝ່, ຄື: ດ່ານຊາຍແດນອັດສະລິຍະ, ນຳໃຊ້ວິທະຍາສາດ ແລະເຕັກໂນໂລຢີທີ່ທັນສະໄໝ, ແມ່ນມີຄວາມຈໍາເປັນເພື່ອຍົກສູງກຳລັງຄວາມສາມາດ ແລະປະສິດທິພາບສິນຄ້າຜ່ານດ່ານ, ເພື່ອຕອບສະໜອງຄວາມຕ້ອງການນັບມື້ນັບເພີ່ມຂຶ້ນຢ່າງແຂງແຮງ ແລະຊຸກຍູ້ການຄ້າສິນຄ້າຂ້າມຊາຍແດນ ຫວຽດນາມ-ຈີນ ໃຫ້ສືບຕໍ່ພັດທະນາ.

ທ່ານ ໂຮ່ຕ໊ຽນທ້ຽວ ປະທານຄະນະກໍາມະການປະຊາຊົນແຂວງລ້າງເຊີນ ໃຫ້ຂໍ້ສັງເກດວ່າ ການກໍ່ສ້າງຮູບແບບດ່ານຊາຍແດນອັດສະລິຍະຈະສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວສິນຄ້າຜ່ານດ່ານ, ຊ່ວຍໃຫ້ດຳເນີນໄປຢ່າງວ່ອງໄວ ແລະບໍ່ຖືກຂາດວັກຂາດຕອນ. ສິ່ງດັ່ງກ່າວນີ້, ກໍ່ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ ແລະນັກທຸລະກິດຕື່ມອີກ, ພ້ອມທັງຊ່ວຍແກ້ໄຂບັນຫາສິນຄ້ານຳເຂົ້າ-ສົ່ງອອກອັ່ງອໍ, ພິເສດແມ່ນໃນຈຸດເວລາທີ່ມີສິນຄ້ານຳເຂົ້າ-ສົ່ງອອກສູງສຸດ.

ບັນດາແຜນຮ່າງ ແລະແຜນນະໂຍບາຍພັດທະນາດ່ານຊາຍແດນອັດສະລິຍະໄດ້ຮັບການສະໜັບສະໜູນຫຼາຍຈາກບັນດາວິສາຫະກິດ. ທ່ານນາງ ຮວ່າງທິເລ, ຜູ້ຕາງໜ້າວິສາຫະກິດນຳເຂົ້າ-ສົ່ງອອກທີ່ມີສິນຄ້າຜ່ານດ່ານຊາຍແດນ ຮືວງີ້ ເປັນປະຈໍາ ໃຫ້ຮູ້ວ່າ: “ຝ່າຍອົງການ, ຄະນະ, ຂະແໜງການກໍ່ໄດ້ໂຄສະນາໃຫ້ບໍລິສັດທີ່ເຄື່ອນໄຫວຢູ່ດ່ານຊາຍແດນ ຮັບຮູ້ກ່ຽວກັບຜົນປະໂຫຍດເຊິ່ງດ່ານຊາຍແດນອັດສະລິຍະນຳມາໃຫ້ວິສາຫະກິດ, ຄື: ລົດຍົກສິນຄ້າມີຄວາມສະດວກສະບາຍກວ່າ, ປະລິມານລົດສົ່ງອອກເພີ່ມຂຶ້ນ ແລະປະລິມານສິນຄ້າຜ່ານດ່ານຕໍ່ມື້ຍັງຈະເພີ່ມຂຶ້ນຕື່ມອີກເມື່ອທຽບໃສ່ໃນປະຈຸບັນ. ໃນນາມສ່ວນຕົວ, ຂ້າພະເຈົ້າ ຍັງຫວັງວ່າ ດ່ານຊາຍແດນອັດສະລິຍະຈະໄດ້ນຳໃຊ້ໂດຍໄວເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດນັບມື້ນັບພັດທະນາ. ຂ້າພະເຈົ້າ ສະໜັບສະໜູນແຜນນະໂຍບາຍນີ້ເພາະວ່ານີ້ແມ່ນຮູບແບບທີ່ດີ ແລະສ້າງເງື່ອນໄຂຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດ”.

ຂໍ້ຕິດຂັດໃນການພັດທະນາດ່ານຊາຍແດນອັດສະລິຍະ

ນັກຊ່ຽວຊານ ໃຫ້ຂໍ້ສັງເກດວ່າ, ການພັດທະນາດ່ານຊາຍແດນອັດສະລິຍະ ຈະຍົກສູງກໍາລັງຄວາມສາມາດໃຫ້ສິນຄ້າຜ່ານດ່ານ, ເພີ່ມວົງເງິນການນຳເຂົ້າ-ສົ່ງອອກຈາກ 2-3 ເທົ່າ ໃນປີ 2027 ແລະເພີ່ມຂຶ້ນ 4-5 ເທົ່າໃນປີ 2030.

ໃນຕົວຈິງ, ຮູບແບບດ່ານຊາຍແດນອັດສະລິຍະໄດ້ຮັບການກະກຽມເຮັດທົດລອງດ້ວຍການສົມທົບກັບປະເທດເພື່ອນມິດຈີນ ເພື່ອກໍ່ສ້າງຢູ່ດ່ານຊາຍແດນ ຮືວງີ້ ແຂວງລ້າງເຊີນ ດ້ວຍຮູບການນຳໃຊ້ປັນຍາປະດິດ (AI), ລົດບໍ່ມີຄົນຂັບ AGV, ລະບົບຄຸ້ມຄອງສາງອັດຕະໂນມັດ, ລະບົບກວດກາຕິດຕາມອັດຕະໂນມັດ, ລະບົບໂທລະຄົມມະນາຄົມ 5G...

ພ້ອມດຽວກັນນັ້ນ, ເມື່ອກໍ່ສ້າງດ່ານຊາຍແດນອັດສະລິຍະ ກໍ່ຕ້ອງຂະຫຍາຍສະຖານທີ່ເຕົ້າໂຮມສິນຄ້າ, ກວດກາ, ຕິດຕາມກວດກາສິນຄ້ານຳເຂົ້າ-ສົ່ງອອກຂອງຫົວໜ່ວຍຂົນສົ່ງ logistics, ເລື່ອງນີ້ຕ້ອງໄດ້ໃຊ້ເວລາ, ແຫຼ່ງກຳລັງຫຼາຍ ແລະອາດຈະສ້າງຄວາມຫຍຸ້ງຍາກໃຫ້ວິສາຫະກິດ. ຄຽງຂ້າງນັ້ນ, ການແບ່ງປັນ, ເຊື່ອມຕໍ່ຂໍ້ມູນກັບຝ່າຍຈີນ, ຕິດຕັ້ງລະບົບກວດກາຕູ້ container, ຊິງສັ່ງອັດຕະໂນມັດ, ລະບົບລະບຸຕົວຕົນ, ຕິດຕາມກວດກາ... ກໍ່ຕ້ອງໄດ້ຜັນຂະຫຍາຍຢ່າງຄົບຊຸດຈຶ່ງສາມາດເປັນເອກະພາບກັບວິວັດການຜັນຂະຫຍາຍພາສີດີຈີຕອນ ດ້ວຍຮູບແບບພາສີອັດສະລິຍະຖືກຕ້ອງຕາມ ການກໍານົດ.

ຕໍ່ໜ້າບັນຫາດັ່ງກ່າວ, ອົງການທີ່ກ່ຽວຂ້ອງ ແລະວິສາຫະກິດພວມຜັນຂະຫຍາຍຮູບແບບໄປຕາມແຕ່ລະຂັ້ນຕອນ, ແຕ່ລະໄລຍະ, ເລີ່ມຕົ້ນດ້ວຍການຮ່ວມສໍາພັນຮ່ວມມື, ຂໍ້ມູນຂ່າວສານຢ່າງແໜ້ນແຟ້ນກັບດ່ານຊາຍແດນຈີນ ແລະຫັນປ່ຽນດີຈີຕອນເທື່ອລະກ້າວແນໃສ່ຮັບປະກັນການພັດທະນາຢ່າງມີປະສິດທິຜົນພ້ອມທັງຮັກສາການເຄື່ອນໄຫວເປັນປົກກະຕິຢູ່ດ່ານຊາຍແດນ ຮືວງີ້.

ໂດຍ: ເຈິ່ນຮວ່ຽນ