ຫວຽດນາມ ຮຽກຮ້ອງໃຫ້ ຈີນ ເຄົາລົບອໍານາດອະທິປະໄຕ, ອໍານາດສານຂອງຫວຽດນາມ
ກປ.ອອນໄລ - ຫວ່າງແລ້ວນີ້, ຄືດັ່ງທີ່ໄດ້ໃຫ້ຂ່າວໄປແລ້ວນັ້ນ, ກໍາປັ່ນສໍາຫຼວດ ຊ້ຽງຢາງຮົງ 10 ຂອງ ຈີນ ພ້ອມກັບກໍາປັ່ນຕໍາຫຼວດທະເລ, ກໍາປັ່ນຫາປາ ຂອງຈີນ ໄດ້ລ່ວງລໍ້າເຂດເສດຖະກິດຈໍາເພາະຂອງຫວຽດນາມ ທີ່ໄດ້ກໍານົດຢ່າງສອດຄ່ອງ, ຖືກຕ້ອງຕາມຂໍ້ກໍານົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ວັນທີ 25 ພຶດສະພາ, ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ກະຊວງການຕ່າງປະເທດ ແລະບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ແລກປ່ຽນກັບຝ່າຍຈີນ ຫຼາຍເທື່ອແລ້ວ ແລະໄດ້ຜັນຂະຫຍາຍມາດຕະການທີ່ສອດຄ່ອງກັບກົດໝາຍສາກົນ, ກົດໝາຍຫວຽດນາມ ເພື່ອຮັບປະກັນສິດ, ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ. ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ: “ຫວຽດນາມ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ເຄົາລົບຄວາມຮັບຮູ້ລວມຂອງການນໍາຂັ້ນສູງຂອງສອງປະເທດ, ຢຸດຕິການເຄື່ອນໄຫວລ່ວງລໍ້າ, ຖອນກໍາປັ່ນ ຊ້ຽງຢາງຮົງ 10 ແລະບັນດາກໍາປັ່ນຕໍາຫຼວດທະເລ, ກໍາປັ່ນຫາປາອອກຈາກເຂດທະເລຂອງຫວຽດນາມ ຢ່າງທັນທີ, ເຄົາລົບອໍານາດອະທິປະໄຕ, ອໍານາດສານຂອງຫວຽດນາມ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຮັກສາສັນຕິພາບ, ຮ່ວມມື ແລະພັດທະນາຢູ່ທະເລຕາເວັນອອກ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນຂອງສອງປະເທດ”.
    |
 |
ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ໃນວັນດຽວກັນ, ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງສູນຮັບປະກັນຄວາມປອດໄພໃນການເດີນທະເລ, ກະຊວງຄົມມະນາຄົມຂົນສົ່ງຈີນ ດໍາເນີນການຕິດຕັ້ງໄຟສັນຍານ 3 ບ່ອນ ຢູ່ໂຄງສ້າງຈຳນວນໜຶ່ງທີ່ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງຫວຽດນາມ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ “ຫວຽດນາມ ມີພື້ນຖານນິຕິກໍາ ແລະພະຍານຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງຕົນສໍາລັບໝູ່ເກາະ ເຈື່ອງຊາ ກໍຄືໝູ່ເກາະຮວ່າງຊາ ທີ່ສອດຄ່ອງກັບກົດໝາຍສາກົນ.
ເລື່ອງຕິດຕັ້ງໄຟສັນຍານຢູ່ໂຄງສ້າງຈຳນວນໜຶ່ງຢູ່ໝູ່ເກາະເຈື່ອງຊາ ທີ່ບໍ່ໄດ້ຮັບອະນຸຍາດຈາກຫວຽດນາມ ນັ້ນແມ່ນເປັນການລ່ວງລະເມີດອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະແຫ່ງນີ້, ສະນັ້ນມັນບໍ່ມີຄຸນຄ່າທາງດ້ານນິຕິກໍາ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງບໍ່ມີການກະທໍາທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ, ເຄົາລົບກົດໝາຍສາກົນ, UNCLOS 1982, DOC, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະການຮ່ວມມື ຢູ່ທະເລຕາເວັນອອກ”.
ໂດຍ: ໄຊຊະນະ