ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີການແລກປ່ຽນກັບທ່ານພັນເອກພິເສດ ຫງວຽນຫຶວເກືອງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງດົ່ງຖາບ ກ່ຽວກັບບັນຫານີ້.

ນັກຂ່າວ: ສະເໜີສະຫາຍ ແບ່ງປັນກ່ຽວກັບໝາກຜົນຂອງວຽກງານອົບຮົມຫັດແອບ, ຝຶກຊ້ອມຂອງກຳລັງປະກອບອາວຸດແຂວງ ແລະການຝຶກຊ້ອມເຂດປ້ອງກັນຂອງທ້ອງຖິ່ນ ໃນໄລຍະຜ່ານມາ?

ທ່ານພັນເອກພິເສດ ຫງວຽນຫຶວເກືອງ: ກຳນົດວຽກງານອົບຮົມຫັດແອບ, ຝຶກຊ້ອມມີບົດບາດສຳຄັນທີ່ສຸດ, ຕັດສິນເຖິງການສຳເລັດໜ້າທີ່ປ້ອງກັນຊາດ, ການທະຫານທ້ອງຖິ່ນ, ກໍ່ສ້າງເຂດປ້ອງກັນໃຫ້ໝັ້ນຄົງເຂັ້ມແຂງ, ແຕ່ລະປີ, ກອງບັນຊາການທະຫານແຂວງດົ່ງຖາບ ໄດ້ຊີ້ນຳຄະນະພັກ, ຄະນະບັນຊາບັນດາກົມກອງ ສ້າງລະບົບເອກະສານຊີ້ນຳວຽກງານອົບຮົມຫັດແອບ, ຝຶກຊ້ອມຢ່າງແໜ້ນແຟ້ນ, ຜັນຂະຫຍາຍການປະຕິບັດຢ່າງເຂັ້ມງວດ. ກອງບັນຊາການທະຫານແຂວງ ໄດ້ເປັນເຈົ້າການເປັນເສນາທິການໃຫ້ຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງ ໃນການຊີ້ນຳ, ບໍລິຫານ; ສົມທົບກັບກຳລັງທະຫານຊາຍແດນ, ຕ່ຳຫຼວດ ແລະບັນດາພະແນກ, ຂະແໜງການ, ອົງການຈັດຕັ້ງການເມືອງ-ສັງຄົມ ຜັນຂະຫຍາຍການປະຕິບັດໜ້າທີ່ອົບຮົມຫັດແອບ, ຝຶກຊ້ອມເຂດປ້ອງກັນຢ່າງຄົບຊຸດ, ຮອບດ້ານ.

leftcenterrightdel
ທະຫານກອງພັນໃຫຍ່ 320, ກອງບັນຊາການທະຫານແຂວງດົ່ງຖາບ ເຂົ້າຮ່ວມການຝຶກຊ້ອມເຂດປ້ອງກັນ. ພາບ: ຈູງຖັ໊ງ.

ເພື່ອເຮັດໃຫ້ຄຸນນະພາບການອົບຮົມຫັດແອບ, ຝຶກຊ້ອບນັບມື້ນັບໄດ້ຮັບການຍົກສູງ, ແທດຈິງ, ນັບແຕ່ຕົ້ນປີ, ກອງບັນຊາການທະຫານແຂວງ ໄດ້ຊີ້ນຳບັນດາກົມກອງຕັ້ງໜ້າປ່ຽນແປງໃໝ່ເນື້ອໃນ, ມາດຕະການອົບຮົມຫັດແອບໃຫ້ຕິດແທດກັບແຕ່ລະເປົ້າໝາຍ, ພູມສັນຖານ, ໜ້າທີ່. ໝາກຜົນການກວດກາບັນດາເນື້ອໃນ 100% ບັນລຸຄວາມຮຽກຮ້ອງຕ້ອງການ, ລະດັບເກັ່ງ, ດີ ໄດ້ກວ່າ 76,5%. ຜ່ານການກວດກາ, ກະຊວງປ້ອງກັນປະເທດ ແລະກອງບັນຊາການທະຫານເຂດ 9 ລ້ວນແຕ່ຕີລາຄາສູງວຽກງານອົບຮົມຫັດແອບຂອງກຳລັງປະກອບອາວຸດແຂວງ, ໂດຍສະເພາະແມ່ນມີຫຼາຍຮູບແບບ, ຂໍ້ລິເລີ່ມ, ການດັດແປງທີ່ມີຄຸນນະພາບຮັບໃຊ້ການອົບຮົມຫັດແອບ; ບັນດາເນື້ອໃນເຄື່ອນໄຫວໃນການຝຶກຊ້ອມໄດ້ຈັດແບບ logic, ມີວິທະຍາສາດ, ມີລັກສະນະເປັນລະບົບແຕ່ຕ່ຳຫາສູງ, ຖືກກັບເງື່ອນໄຂຕົວຈິງ, ຫັນເປັນຫຼາຍຮູບແບບ, ບໍ່ທັບຊ້ຳກັນກ່ຽວກັບເນື້ອໃນ...

ນັກຂ່າວ: ເພື່ອບັນລຸໄດ້ໝາກຜົນຄືດັ່ງກ່າວ: ວຽກງານອົບຮົມຫັດແອບ, ຝຶກຊ້ອມຈະຕ້ອງມີການປ່ຽນແປງໃໝ່ຫຼາຍ?

ທ່ານພັນເອກພິເສດ ຫງວຽນຫຶວເກືອງ: ຖືກແລ້ວ. ແຕ່ລະປີ, ກ່ອນທີ່ດຳເນີນການອົບຮົມຫັດແອບ, ກອງບັນຊາການທະຫານແຂວງ ຊີ້ນຳແຕ່ລະກົມກອງສ້າງແຜນການອົບຮົມຫັດແອບ ຕ້ອງປະຕິບັດຖືກຕາມຂັ້ນຕອນ, ຕ້ອງໄດ້ຮັບການຮັບຮອງຈາກທຸກຂັ້ນກ່ອນທີ່ເຊັນອະນຸມັດ, ພ້ອມທັງດຳເນີນການກວດກາລົງຮອດຂັ້ນຕາແສງ, ເທດສະບານເປັນປະຈຳ; ກວດກາບ່ອນໃດຖອດຖອນບົດຮຽນບ່ອນນັ້ນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນໃນໄລຍະຜ່ານມາ, ກອງບັນຊາການທະຫານບັນດາເມືອງ, ນະຄອນ ເພີ່ມທະວີການອົບຮົມຫັດແອບກາງຄືນໃຫ້ກຳລັງທະຫານລາດ. ໃນການຝຶກແອບສູ້ຮົບ, ແຕ່ລະກົມກອງຕ້ອງໝູນໃຊ້ບັນດາຍຸດທະວິທີຢ່າງມີໄຫວພິບເພື່ອເໝາະສົມກັບເງື່ອນໄຂພູມສາດ, ສະພາບການໃນບໍລິເວນເຂດທົ່ງພຽງ, ແມ່ນ້ຳລຳເຊ ເພື່ອເພີ່ມທະວີກຳລັງແຮງສູ້ຮົບຂອງບັນດາກຳລັງໃນການປະສານສົມທົບກັນສູ້ຮົບ.

ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ລະອຽດກວ່າກ່ຽວກັບການຝຶກຊ້ອມຄັ້ງນີ້?

ທ່ານພັນເອກພິເສດ ຫງວຽນຫຶວເກືອງ: ນີ້ເປັນຄັ້ງທຳອິດທີ່ກອງບັນຊາການທະຫານແຂວງດົ່ງຖາບ ດຳເນີນການຝຶກຊ້ອມຍຸດທະວິທີສັງລວມໂດຍມີການຍິງລູກປືນແທ້ໃຫ້ກອງຮ້ອຍລົດຍານເກາະ; ກຳລັງ, ພາຫະນະຕ້ອງເຄື່ອນທີ່ດ້ວຍໄລຍະທາງຍາວ, ຜ່ານພູມສັນຖານທີ່ສັບສົນ. ວິວັດທະນາການເຄື່ອນທີ່ໄດ້ດຳເນີນຕອນກາງຄືນ ສະນັ້ນຮຽກຮ້ອງໃຫ້ພະນັກງານ, ນັກຮົບກົມກອງຕ້ອງໝູນໃຊ້ບັນດາຄວາມຮູ້ ກໍ່ຄືບົດຮຽນທີ່ຖອດຖອນມາໄດ້ໃນວິວັດທະນາການຮ່ຳຮຽນ, ຝຶກຊ້ອມຢູ່ບັນດາກົມກອງຢ່າງມີໄຫວພິບ... ຈາກການອົບຮົມຫັດແອບ, ຝຶກຊ້ອມຕິດແທດກັບການສູ້ຮົບຕົວຈິງ ຊ່ວຍໃຫ້ແຕ່ລະຄົນໃນຈຸ ກໍ່ຄືໝູ່ຄະນະໃນໝວດ, ກອງຮ້ອຍລົດຍານເກາະຖອດຖອນໄດ້ຫຼາຍບົດຮຽນອັນລ້ຳຄ່າ, ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ເປັນຢ່າງດີ.

ນັກຂ່າວ: ໃນໄລຍະຈະມາເຖິງ, ກອງບັນຊາການທະຫານແຂວງ ມີແຜນນະໂຍບາຍ, ມາດຕະການໃດ ເພື່ອສືບຕໍ່ຍົກສູງຄຸນນະພາບການອົບຮົມຫັດແອບ, ຝຶກຊ້ອມ?

ທ່ານພັນເອກພິເສດ ຫງວຽນຫຶວເກືອງ: ພວກຂ້າພະເຈົ້າ ໄດ້ຫັນເປັນລະອຽດ, ຜັນຂະຫຍາຍປະຕິບັດມະຕິສະບັບເລກທີິ 1659-NQ/QUTW ລົງວັນທີ 20-12-2022 ຂອງຄະນະພັກການທະຫານສູນກາງ ວ່າດ້ວຍການຍົກສູງຄຸນນະພາບການອົບຮົມຫັດແອບໄລຍະ 2023-2030  ແລະໃນຊຸມປີຕໍ່ໄປ ພ້ອມກັບການຊີ້ນຳ, ແນະນໍາຂອງທະຫານເຂດ 9; ສືບຕໍ່ປ່ຽນແປງໃໝ່;  ຍົກສູງຄຸນນະພາບ, ວຽກງານອົບຮົມຫັດແອບ, ຝຶກຊ້ອມດ້ວຍແຜນນະໂຍບາຍ, ມາດຕະການເໝາະສົມກັບເງື່ອນໄຂຕົວຈິງ.

ໃນນັ້ນ, ກຳລັງປະກອບອາວຸດແຂວງ ຖືເປັນສຳຄັນການອົບຮົມຫັດແອບ, ເປັນເຈົ້າຂອງວັດຖຸອຸປະກອນເຕັກນິກ ແລະການອົບຮົມຫັດແອບກາງຄືນ; ຍົກສູງຄຸນນະພາບການຝຶກຊ້ອມຍຸດທະວິທີສັງລວມ, ຝຶກຊ້ອມຍຸດທະວິທີ ໂດຍມີການຍິງລູກປືນແທ້, ຝຶກຊ້ອມເຂດປ້ອງກັນ. ເນື້ອໃນ ແລະການຈັດຕັ້ງ, ວິທີການອົບຮົມຫັດແອບ, ຝຶກຊ້ອມຕ້ອງຕິດແທດກັບເງື່ອນໄຂພູມສັນຖານເຂດທົ່ງພຽງ, ແມ່ນ້ຳລຳເຊ ແລະການສູ້ຮົບຕົວຈິງ. ຍູ້ແຮງການຄົ້ນຄວ້າ, ເສີມຂະຫຍາຍຂໍ້ລິເລີ່ມ, ສູ້ຊົນມີຫຼາຍຜະລິດຕະພັນທີ່ໄດ້ຂະຫຍາຍກວ້າງຂວາງ, ນຳເຂົ້າການອົບຮົມຫັດແອບ. ຖືເປັນສຳຄັນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ເຕັກໂນໂລຢີຈຳລອງເຂົ້າໃນການອົບຮົມຫັດແອບ, ຝຶກຊ້ອມ; ຈັດຕັ້ງການສະຫຼຸບ, ຖອດຖອນບົດຮຽນຕົວຈິງ, ເປັນພື້ນຖານໃຫ້ການປ່ຽນແປງໃໝ່ລາຍການ, ເນື້ອໃນ, ວິທີການອົບຮົມຫັດແອບ, ຝຶກຊ້ອມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ