ຫວຽດນາມ ແລະບັນດາປະເທດແຄມທະເລ ໃນພາກພື້ນມີກາລະໂອກາດ ແລະສິ່ງທ້າທາຍຫຼາຍຢ່າງເພື່ອພັດທະນາພະລັງງານທົດແທນຢູ່ນອກຊາຍທະເລ. ເພາະສະນັ້ນ, ບັນດາປະເທດຕ້ອງມີການໂອ້ລົມສົນທະນາ, ແບ່ງປັນບົດຮຽນປະສົບການ, ຮ່ວມມືເພື່ອຂຸດຄົ້ນພະລັງງານໃໝ່ນີ້ຢ່າງມີປະສິດທິຜົນ. ນີ້ແມ່ນເນື້ອໃນຫຼັກຂອງການໂອ້ລົມສົນທະນາວ່າດ້ວຍທະເລຄັ້ງທີ 10 ໂດຍສະຖາບັນການຕ່າງປະເທດ ຈັດຂຶ້ນໃນວັນທີ 23 ມີນາ ຢູ່ນະຄອນ ຍາຈາງ, ແຂວງແຄ໊ງຮ່ວາ.

leftcenterrightdel
ບັນດາຜູ້ແທນແລກປ່ຽນຄຳເຫັນທີ່ການໂອ້ລົມສົນທະນາ. ພາບ: baoquocte.vn

ການໂອ້ລົມສົນທະນາວ່າດ້ວຍທະເລ ຄັ້ງທີ 10 ດ້ວຍຫົວຂໍ້: ພະລັງງານທົດແທນຢູ່ນອກຊາຍທະເລ: ກາລະໂອກາດ ແລະສິ່ງທ້າທາຍ ຕໍ່ການຫັນປ່ຽນສີຂຽວ” ໄດ້ດຶງດູດການເຂົ້າຮ່ວມແບບເຊິ່ງໜ້າຂອງຜູ້ແທນເກືອບ 100 ທ່ານ ແລະແບບທາງໄກຂອງຜູ້ແທນກ່ວາ 100 ທ່ານ. ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນ ໃນການຂຸດຄົ້ນພະລັງງານທົດແທນຢູ່ນອກຊາຍທະເລ.

ທ່ານ ປ.ອ ຫງວຽນຮຸ່ງເຊີນ, ຮອງຜູ້ອຳນວຍການສະຖາບັນການຕ່າງປະເທດ ໃຫ້ຮູ້ວ່າ: ບັນດາຜູ້ແທນປຶກສາຫາລືກ່ຽວກັບບົດບາດຂອງກົດໝາຍສາກົນໃນການຮັບປະກັນຄວາມໝັ້ນຄົງທີ່ຈຳເປັນໃນລະບົບພື້ນຖານໂຄງລ່າງ, ຮັບໃຊ້ຕາໜ່າງໄຟຟ້າທົດແທນ ທີ່ຈະໄດ້ຮັບການກໍ່ສ້າງໃນອະນາຄົດ. ນີ້ແມ່ນຂົງເຂດໃໝ່, ເຕັກໂນໂລຢີປ່ຽນແປງໄວທີ່ສຸດ, ເພາະສະນັ້ນ ຕ້ອງໂອ້ລົມສົນທະນາ, ເພື່ອມີຄວາມເຂົ້າໃຈເຊິ່ງກັນ ແລະກັນ. ບັນດາປະເທດທີ່ໄປກ່ອນໄດ້ມີບົດຮຽນປະສົບການແລ້ວ ຄວນແບ່ງປັນກັບບັນດາປະເທດຍັງທີ່ໄປຕາມຫຼັງ. ການຮ່ວມມືສາກົນມີຄວາມສຳຄັນທີ່ສຸດ, ບົນຈິດໃຈເພື່ອຜົນປະໂຫຍດລວມຂອງປະຊາຄົມ, ຂຸດຄົ້ນເຕັກໂນໂລຢີໃໝ່ເພື່ອຮັບໃຊ້ມວນມະນຸດ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ