ໄວໜຸ່ມທະຫານເຮືອເຂດ 4 ຮ່ວມແຮງຮ່ວມໃຈທຳຄວາມສະອາດເຂດທະເລ
ກປ.ອອນໄລ - ວັນທີ 19 ກຸມພາ, ບັນດາກົມກອງຂອງທະຫານເຮືອເຂດ 4 ຈັດຕັ້ງກິດຈະການ “ຊາວໜຸ່ມທະຫານເຮືອເຂດ 4 ຮ່ວມແຮງຮ່ວມໃຈທຳຄວາມສະອາດເຂດທະເລ”. ເຂົ້າຮ່ວມຢູ່ເຂດຫາດຊາຍທະເລຢາຍ (ເມືອງກາມເລີມ, ແຂວງແຄ໊ງຮ່ວາ) ມີສະມາຊິກຊາວໜຸ່ມ, ຊາວໜຸ່ມກວ່າ 300 ຄົນ ເປັນຜູ້ຕາງໜ້າຂອງກົມກອງ, ນະຄອນກາມແຣງ ແລະຕາແສງກາມແທັ່ງບັ໊ກ (ເມືອງກາມເລີມ).
    |
 |
ທ່ານພັນເອກພິເສດ ດ່າວຢາງຫາຍ, ຮອງຫົວໜ້າຫ້ອງການເມືອງທະຫານເຮືອເຂດ 4 ກ່າວຄຳເຫັນລະດົມກຳລັງໃຈ. ພາບ: qdnd.vn |
ຕາມທ່ານພັນເອກພິເສດ ດ່າວຢາງຫາຍ, ຮອງຫົວໜ້າຫ້ອງການເມືອງທະຫານເຮືອເຂດ 4, ມຸ່ງໄປເຖິງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຫຼາຍອົງການຈັດຕັ້ງຊາວໜຸ່ມ ໃນທະຫານເຮືອເຂດ 4 ໄດ້ມີບັນດາກິດຈະກຳຕະລຸມບອນ, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນວຽກງານຂອງຊາວໜຸ່ມ, ສຸມໃສ່ເຂົ້າໃນການເຮັດອະນາໄມສິ່ງແວດລ້ອມ. ຄຽງຂ້າງກັນນັ້ນບັນດາກົມກອງ ໄດ້ເຮັດວຽກງານໂຄສະນາດ້ວຍຫຼາຍຮູບການສ້າງບັນຍາກາດແຂ່ງຂັນຢ່າງຟົດຟື້ນ, ປຸກລະດົມ, ລະດົມກຳລັງໃຈທະຫານສຳເລັດໜ້າທີ່ເປັນຢ່າງດີ.
    |
 |
ກິດຈະກຳ “ຊາວໜຸ່ມທະຫານເຮືອເຂດ 4 ຮ່ວມແຮງຮ່ວມໃຈທຳຄວາມສະອາດເຂດທະເລ”. ພາບ: qdnd.vn |
    |
 |
ສະມາຊິກຊາວໜຸ່ມ, ຊາວໜຸ່ມ ຂອງບັນດາກົມກອງເກັບກຳຂີ້ເຫຍື້ອຢູ່ຫາດຊາຍທະເລຢາຍ. ພາບ: qdnd.vn |
ທ່ານຮ້ອຍໂທ ເຈືອງແທັງເຊີນ, ເລຂາໜ່ວຍຊາວໜຸ່ມກອງຮ້ອຍ 2, ກອງພັນ 863, ກອງພົນນ້ອຍ 101 ໃຫ້ຮູ້ວ່າ: ໂດຍໄດ້ຮັບການຊີ້ນໍາ, ນໍາພາຂອງຂັ້ນເທິງ, ກົມກອງຂອງພວກຂ້າພະເຈົ້າ ໄດ້ເປັນເຈົ້າການສົມທົບກັບຄະນະຊາວໜຸ່ມທ້ອງຖິ່ນດຳເນີນບັນດາກິດຈະກຳ “ວັນອາທິດສີຂຽວ”, “ວັນເສົາອາສາສະໝັກ” ເກັບໂຮມ, ກຳຈັດຂີ້ເຫຍື້ອ, ທໍາຄວາມສະອາດເຂດຝັ່ງທະເລ ແລະເຂດນໍ້າແຄມຝັ່ງທະເລຢູ່ບໍລິເວນທີ່ກົມກອງຕັ້ງທັບ”.
    |
 |
ໜ່ວຍຊາວໜຸ່ມເກາະອານບາງປະຕິບັດ “ວັນອາທິດສີຂຽວ”. ພາບ: qdnd.vn |
    |
 |
ໜ່ວຍຊາວໜຸ່ມເກາະເຊີນກາ ທຳຄວາມສະອາດເຂດທະເລ. ພາບ: qdnd.vn |
    |
 |
ໄວໜຸ່ມກອງພົນນ້ອຍ 162 ຮ່ວມແຮງຮ່ວມໃຈທຳຄວາມສະອາດເຂດທະເລ. ພາບ: qdnd.vn |
ດ້ວຍຈິດໃຈຟົດຟື້ນ, ຕັ້ງໜ້າ, ເຮັດວຽກຢ່າງຫ້າວຫັນ, ພຽງແຕ່ໃນວັນດຽວ, ບັນດາສະມາຊິກຊາວໜຸ່ມໄດ້ເກັບໂຮມຂີ້ເຫຍື້ອໄດ້ກວ່າ 1 ໂຕນ, ທຳຄວາມສະອາດຝັ່ງທະເລຢູ່ເຂດຫາດຊາຍທະເລຢາຍ ໄດ້ກວ່າ 1,5 km, ພ້ອມດ້ວຍຂີ້ເຫຍື້ອຫຼາຍຮ້ອຍກິໂລກຼາມ ຢູ່ບັນດາເກາະ, ເຂດຕັ້ງທັບ.
ໂດຍ: ແສງເດືອນ