ວັດເຈື່ອງຊາເລິນ ຕັ້ງຢູ່ໃຈກາງເທດສະບານເຈື່ອງຊາ, ເມືອງເຈື່ອງຊາ, ຕໍ່ໜ້າອະນຸສາວະລີວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະອະນຸສາວະລີລຸງໂຮ່, ໄດ້ສ້າງເປັນກຸ່ມສະຖາປັດຕະຍະກຳພິເສດ, ເຕັມໄປດ້ວຍວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາວຫວຽດນາມ.

ພະອາຈານ ທິກຍ້ວນດາດ, ເຈົ້າອາວາດວັດເຈື່ອງຊາເລິນ, ກ່ອນນີ້ເຄີຍເປັນເຈົ້າອາວາດວັດເທິງເກາະ ຟານວີງ, ເມືອງເຈື່ອງຊາ ເປັນ 2 ປີ. ດ້ວຍຄວາມສະໝັກໃຈ, ປາດຖະໜາຢາກປະກອບ ເຫື່ອແຮງພ້ອມກັບທະຫານ ແລະປະຊາຊົນຢູ່ເກາະ ສ້າງຊີວິດຢູ່ເຢັນເປັນສຸກຢູ່ທີ່ນີ້, ໃນທ້າຍ ປີ 2016, ພະອາຈານ ທິກຍ້ວນດາດ ສືບຕໍ່ເປັນເຈົ້າອາວາດວັດເຈື່ອງຊາເລິນ. ເມື່ອມາເຖິງເຈື່ອງຊາ, ຂ້າພະເຈົ້າໄດ້ພົບປະກັບພະອາຈານ ທິກຍ້ວນດາດ  ແລະພະອົງ ໃຫ້ຮູ້ວ່າ, ນອກຈາກໜ້າທີ່ບູຊາພະພຸດທະເຈົ້າແລ້ວ, ບັນດາວັດຢູ່ເມືອງເກາະເຈື່ອງຊາ ລ້ວນແຕ່ມີແທ່ນບູຊາບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ ທີ່ສັກກະລະບູຊາຂອງປະເທດຊາດ. ທະຫານ ແລະປະຊາຊົນ ຢູ່ເກາະໄປວັດດ້ວຍຫຼາຍຈຸດປະສົງ, ແຕ່ຜູ້ໃດກໍ່ສະແດງຄວາມເຄົາລົບນັບຖື, ມຸ່ງຫາປະເທດຊາດຫວຽດນາມ ທີ່ແສນຮັກ, ເຊື່ອໝັ້ນວ່າທຸກສິ່ງທຸກຢ່າງ ທີ່ດີງາມຈະໄດ້ມາໃນປີໃໝ່, ປະເທດຊາດມີຄວາມສະຫງົບສຸກ ແລະວັດທະນາຖາວອນ ...

leftcenterrightdel
ສີສັນລະດູບານໃໝ່ຢູ່ ເຈື່ອງຊາ. ພາບ: ແຄ໊ງຫງອັກ

ຢູ່ບ່ອນໃດມີຊາວຫວຽດນາມ ຢູ່ອາໄສ, ຢູ່ບ່ອນນັ້ນຈະມີສາລາວັດວາອາຮາມ - ບ່ອນທີ່ຊາວ ຫວຽດນາມ ຝາກຝັງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຄາດຫວັງ ໄດ້ດຳລົງຊີວິດໃນຄວາມສະຫງົບສຸກ. ສຳລັບທະຫານ ແລະປະຊາຊົນ ເຈື່ອງຊາ, ການໄປນະມັດສະການວັດວາອາຮາມໃນວັນຕົ້ນປີໃໝ່ ບໍ່ພຽງແຕ່ເພື່ອຂໍໂຊກຂໍລາບ,  ຂໍໄດ້ຢູ່ເຢັນເປັນສຸກເທົ່ານັ້ນ, ຫາກຍັງມຸ່ງໄປເຖິງກົກເຄົ້າເຫງົ້າກໍ່ຂອງຊາດອີກດ້ວຍ. ຊອກຮູ້ກ່ຽວກັບປະເພນີໄປວັດຍາມຕົ້ນປີໃໝ່ຢູ່ເຈື່ອງຊາ, ຂ້າພະເຈົ້າຍັງຮູ້ວ່າ, ເຄື່ອງຂອງບູຊາທີ່ນຳເຂົ້າວັດໃນວັນບຸນເຕັດພຽງແຕ່ມີຈານໝາກໄມ້, ຄູ່ເຂົ້າຕົ້ມ, ເຂົ້າໜົມ... ເຄື່ອງຂອງບູຊາທີ່ລຽບງ່າຍຄືດັ່ງປະຊາຊົນຢູ່ທີ່ນີ້, ແຕ່ໄດ້ຝາກຝັງຄວາມມຸ່ງມາດປາດຖະໜາຂອງທະຫານ ແລະປະຊາຊົນຢູ່ເກາະ, ຢາກໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຊີວິດສະຫງົບສຸກ ແລະນັບມື້ນັບພັດທະນາ.

ຕາມສະຫາຍ ເລດິ່ງຫາຍ, ປະທານຄະນະກຳມະການປະຊາຊົນເມືອງເຈື່ອງຊາ ແລ້ວ, ພຸດທະສາສະໜາແມ່ນໜຶ່ງໃນບັນດາສາສະໜາທີ່ຊາວຫວຽດນາມ ເຊື່ອຖືເຫຼື້ອມໃສ. ປະຊາຊົນໄປວັດເພື່ອໄຫວ້ບູຊາພະພຸດທະເຈົ້າ ເພື່ອພາວະນາຂໍໃຫ້ຕົນເອງມີຈິດໃຈສຸຂະຕິ ແລະຄອບຄົວຢູ່ເຢັນເປັນສຸກ. ບໍ່ພຽງແຕ່ເທົ່ານັ້ນ, ວັດວາອາຮາມຢູ່ເຈື່ອງຊາ ຍັງແມ່ນບ່ອນເຄື່ອນໄຫວທາງດ້ານຈິດໃຈຂອງຊຸມຊົນ; ແມ່ນຫຼັກໝາຍອະທິປະໄຕ ທີ່ສັກກາລະບູຊາ, ສະແດງໃຫ້ເຫັນຄວາມປາດຖະໜາຢາກ ໄດ້ດຳລົງຊີວິດໃນສັນຕິພາບ, ເປັນຄົນໃຈດີໃຈກຸສົນ, ປາດຖະໜາໃຫ້ປະເທດຊາດ, ບ້ານເກີດເມືອງນອນມີຄວາມສະຫງົບສຸກ.

leftcenterrightdel
ການເຄື່ອນໄຫວລະຫຼິ້ນໃນຊຸມວັນບຸນເຕັດຢູ່ເກາະ ເຈື່ອງຊາ. ພາບ: ຫງວຽນດຽບ

ປະຈຸບັນ, ນອກຈາກວັດເຈື່ອງຊາເລິນ, ຢູ່ເມືອງເກາະ ເຈື່ອງຊາ ຍັງມີວັດຫຼາຍແຫ່ງຢູ່ເກາະຕ່າງໆຄື: ເຊີນກາ, ຊິງຕົ່ນ, ຊອງຕື໋ໄຕ, ຟານວິງ, ນາມອ໊ຽດ. ບັນດາວັດວາອາຮາມຢູ່ເມືອງເກາະເຈື່ອງຊາ, ແລ້ວແຕ່ມຸ່ງຫານະຄອນຫຼວງຮ່າໂນ້ຍ, ເໝືອນດັ່ງຈິດໃຈຂອງຊາວຫວຽດນາມທຸກຄົນ ມຸ່ງໄປຫົວໃຈຂອງທົ່ວປະເທດ, ສະແດງຄວາມປາດຖະໜາຢາກໄດ້ດຳລົງຊີວິດໃນສັນຕິພາບ, ມິດຕະພາບໝືອນດັ່ງຈິດໃຈກຸສົນຂອງຊາວຫວຽດນາມ ມາຫຼາຍເສັ່ນຄົນ.

ໂດຍແມ່ນໜຶ່ງໃນບັນດາຄອບຄົວທີ່ດຳລົງຊີວິດມາຫຼາຍປີ ຢູ່ເກາະເຈື່ອງຊາເລິນ, ວັນທີໜຶ່ງຂອງບຸນເຕັດປີໃດ, ອ້າຍ ທ໊າຍເຍິດເຈື່ອງ ກໍ່ພ້ອມກັບຄອບຄົວ  ແລະພໍ່ແມ່ປະຊາຊົນຢູ່ເກາະໄປວັດແຕ່ຮຸ່ງເຊົ້າ. ຢູ່ເກາະຫ່າງໄກສອກຫຼີກ, ວັດແມ່ນບ່ອນເພື່ອໃຫ້ພໍ່ແມ່ປະຊາຊົນມາຈູດທູບທຽນ, ຮູ້ສຶກຈິດໃຈສະຫງົບງຽບ, ພິເສດແມ່ນເມື່ອໄດ້ຍິນສຽງລະຄັງດັງກ້ອງຄືຢູ່ໃນເຂດດິນຕໍ່ແຜ່ນ...

ກໍ່ເຊັ່ນດຽວກັບຄອບຄົວຂອງອ້າຍ ທ໊າຍເຍິດເຈື່ອງ, ບັນດາສະມາຊິກໃນຄອບຄົວເອື້ອຍ ຫຼື໊ທິກຽມກຸກ, ອາໄສຢູ່ເກາະ ຊິງຕົ່ນ, ເຄີຍໄປວັດ ເພື່ອຈູດທູບທຽນໃນວັນຕົ້ນລະດູບານໃໝ່, ພາວະນາໃຫ້ຄອບຄົວ, ຍາດຕິພີ່ນ້ອງ ກໍ່ຄືທະຫານ ແລະປະຊາຊົນໃນເກາະມີຄວາມອີ່ມໜຳສຳລານ, ມີຄວາມຜາສຸກ, ດິນຟ້າອາກາດອຳນວຍຄວາມສະດວກ. ເອື້ອຍເລົ່າສູ່ຟັງວ່າ: “ມ່ວນຊື່ນທີ່ສຸດແມ່ນຊຸມວັນໃກ້ຈະຮອດບຸນເຕັດ, ໄດ້ເບິ່ງທະຫານຂ້າໝູ, ແບ່ງໃຫ້ທະຫານ ແລະປະຊາຊົນຢູ່ເກາະ ເພື່ອຕ້ອນຮັບບຸນເຕັດ”. ຕອນເຊົ້າວັນທີ 28 ທັນວາ ຕາມຈັນທະປະຕິທິນ, ບັນດາຄອບຄົວຢູ່ເກາະ ພ້ອມກັບທະຫານຫໍ່ເຂົ້າຕົ້ມ. ໃນຕອນບ່າຍຂອງວັນທີ 30 ທັນວາ - ວັນສຸດທ້າຍຂອງປີ, ທຸກຄົນຈັດເຄື່ອງບູຊາສົ່ງທ້າຍປີເກົ່າ ແລະບູຊາບັນພະບຸລຸດ. ແຕ່ສິ່ງທີ່ສັກກາລະບູຊາທີ່ສຸດນັ້ນແມ່ນພິທີເຄົາລົບທຸງຊາດຢູ່ເກາະຕ່າງໆ.

ທຸກໆປີ, ພາຍຫຼັງໄປວັດຈູດທູບທຽນໄຫວ້ບູຊາແລ້ວ, ພະນັກງານ, ນັກຮົບ, ປະຊາຊົນ ຢູ່ເກາະຕ່າງໆ ໄດ້ຈັດຕັ້ງພິທີເຄົາລົບທຸງຊາດໃນຕົ້ນປີໃໝ່, ຮັບຟັງຈົດໝາຍອວຍພອນປີໃໝ່ຂອງປະທານປະເທດ ແລະຄະນະພັກ, ກອງບັນຊາການທະຫານເຮືອ. ພາກສຸດທ້າຍຂອງພິທີພິເສດນີ້ແມ່ນການເດີນສວນສະໜາມ ຂອງກໍາລັງທະຫານເຮືອ, ທະຫານລາດປ້ອງກັນຕົວ ອ້ອມເຂດໃຈກາງ, ໄປຜ່ານຫຼັກໝາຍອະທິປະໄຕຂອງເກາະ. ຫຼັງຈາກນັ້ນ, ໄດ້ມີການແຂ່ງຂັນສິລະປະ-ວັດທະນະທຳ ແລະແຂ່ງຂັນກິລາມິດຕະພາບ, ແຂ່ງຂັນຫໍ່ເຂົ້າຕົ້ມ...  ນັບແຕ່ດົນນານມາແລ້ວ, ບັນດາການເຄື່ອນໄຫວດັ່ງກ່າວແມ່ນວັດທະນະທຳທີ່ສວຍງາມຂອງກທະຫານ ແລະປະຊາຊົນຢູ່ດ່ານໜ້າຂອງປະເທດ.

ລະດູບານໃໝ່ພວມວຽນມາໃນທົ່ວທຸກແຫ່ງຢູ່ໝູ່ເກາະເຈື່ອງຊາ. ໃນທ່າມກາງທະເລນ່ານຟ້າຂອງປະເທດຊາດ, ທະຫານແຕ່ລະຄົນຢຸ່ເກາະຮູ້ສຶກເອກອ້າງທະນົງໃຈ, ຍ້ອນໄດ້ຮັບຄວາມຮັກແພງ, ຄວາມເຊື່ອຖືຈາກປະຊາຊົນ, ປະຕິບັດໜ້າທີ່ປົກປັກຮັກສານ່ານຟ້າ, ທະເລຂອງປະເທດ, ເພື່ອໃຫ້ປະຊາຊົນຢູ່ເຂດດິນຕໍ່ແຜ່ນ ໄດ້ຕ້ອນຮັບບຸນເຕດດ້ວຍຄວາມເບີກບານມ່ວນຊື່ນ. ໃນຊຸມວັນນີ້, ຈິດໃຈຂອງບັນດານັກຮົບລ້ວນແຕ່ມຸ່ງຫາບ້ານເກີດເມືອງນອນ, ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອປົກປັກຮັກສາຫຼັກໝາຍອະທິປະໄຕ, ປົກປັກຮັກສາໝູ່ເກາະທີ່ສັກກະລະບູຊາຂອງປະເທດ.

ໂດຍ: ທະນາພອນ