ໃນຊຸມປີຜ່ານມາ, ປະຊາຊົນລາວບັນດາເຜົ່າ ແລະພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ຕາມເສັ້ນຊາຍແດນແຂວງເຊີນລາ ໄດ້ພ້ອມກັນແບ່ງປັນຄວາມຫຍຸ້ງຍາກ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ. ພິເສດ, ນັບແຕ່ເມື່ອປະຕິບັດຮູບແບບ “ແຮກສ່ຽວລະຫວ່າງເຂດຊຸມຊົນສອງຟາກຊາຍແດນ” ໂດຍກອງບັນຊາການທະຫານຊາຍແດນ ປຸກລະດົມ, ປະຊາຊົນສອງຟາກຊາຍແດນ ໄດ້ປະຕິບັດກົດລະບຽບຄຸ້ມຄອງ, ກົດລະບຽບແຮກສ່ຽວ, ຮັກສາ ແລະເສີມຂະຫຍາຍສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ ອັນຍາວນານລະຫວ່າງສອງປະເທດ, ນໍາມາເຊິ່ງຜົນປະໂຫຍດສູງ ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ.
ແບ່ງທຸກແບ່ງສຸກ
ປີໃດກໍ່ເຊັ່ນດຽວກັນ, ຍາມລະດູບານໃໝ່ວຽນມາ ແມ່ນຈຸດເວລາທີ່ ພໍ່ເຖົ້າ ຈ໊າງລາວຫຼື, ອາຍຸ 85 ປີ, ຢູ່ບ້ານ ລາວໂຄ 1, ຕາແສງພຽງຄ່ວາຍ, ເມືອງອຽນເຈົາ, ແຂວງເຊີນລາ ກໍ່ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດການປະຕິບັດຫວຽດນາມ-ລາວ. ສະຖານທີ່ແຫ່ງນີ້ເປັນຂີດໝາຍວິວັດການເຄື່ອນໄຫວປະຕິວັດຂອງອະດີດປະທານ ໄກສອນ ພົມວິຫານ. ພໍ່ເຖົ້າ ຈ໊າງລາວຫຼື ແມ່ນຫຼານຊາຍຂອງພໍ່ຕູ້ ຈ໊າງລາວໂຄ. ເຖິງວ່າອາຍຸສູງກໍ່ຕາມ, ແຕ່ສຳລັບພໍ່ເຖົ້າ ຈ໊າງລາວຫຼື, ຄວາມຊົງຈໍາກ່ຽວກັບໄລຍະຫຍຸ້ງຍາກນັ້ນ ແມ່ນບໍ່ອາດຫຼົງລືມໄດ້. ຢູ່ທີ່ນີ້, ຄອບຄົວພໍ່ຕູ້ ຈ໊າງລາວໂຄ ແລະພໍ່ແມ່ປະຊາຊົນໃນບ້ານ ໄດ້ອຸ້ມຊູຊ່ວຍເຫຼືອ ອະດີດປະທານ ໄກສອນ ພົມວິຫານ ໃນໄລຍະເຄື່ອນໄຫວປິດລັບ.
ບົນເສັ້ນທາງພາພວກຂ້າພະເຈົ້າ ໄປຢ້ຽມຊົມບັນດາວັດຖຸພັນ ແລະຮູບພາບ ໃນເຂດປູຊະນີຍະສະຖານ, ພໍ່ເຖົ້າ ຈ໊າງລາວຫຼື ໃຫ້ຮູ້ວ່າ: “ບັນດາຊາວເຜົ່າ ຢູ່ທີ່ນີ້ ຍາມໃດກໍ່ສາມັກຄີ, ຮ່ວມໃຈເດີນຕາມພັກ ແລະລັດຖະບານ. ແຕ່ກ່ອນ, ພໍ່ແມ່ປະຊາຊົນບ້ານລາວໂຄ 1 ໄດ້ແບ່ງທຸກແບ່ງສຸກ, ເຂົ້າເມດຫັກ, ຜັກເສັ້ນດ່ຽວກໍ່ແບ່ງປັນກັນ ເພື່ອຊ່ວຍເຫຼືອພະນັກງານການນຳປະຕິວັດຂອງລາວ, ປັດຈຸບັນ, ພໍ່ແມ່ປະຊາຊົນສອງຟາກຊາຍແດນ ຍັງສາມັກຄີ, ສະໜິດຕິດພັນ. ພິເສດ, ນັບແຕ່ປີ 2013, ບ້ານ ລາວໂຄ 1 ໄດ້ແຮກສ່ຽວກັບບ້ານໜາຄັ້ງ, ຕາແສງໜາຄັ້ງ, ເມືອງຊຽງຄໍ້, ແຂວງຫົວພັນ, ປະເທດລາວ. ພາຍຫຼັງແຮກສ່ຽວ, ສອງບ້ານຍາມໃດກໍ່ແລກປ່ຽນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາເສດຖະກິດ. ພໍ່ແມ່ປະຊາຊົນບ້ານ ລາວໂຄ 1 ກໍ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອບ້ານຕ່າງໆຂອງຝ່າຍລາວ ກ່ຽວກັບຕົ້ນໄມ້ອຸດສາຫະກໍາ ແລະປຸກຕົ້ນໄມ້ກິນໝາກ, ລ້ຽງສັດ”.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເມືອງຈ່ຽງເຄືອງ ສົມທົບກັບປະຊາຊົນບ້ານ ຈ່ຽງເຄືອງ (ຫວຽດນາມ) ແລະບ້ານຫຼານ (ລາວ) ຮ່ວມກັນຂຸດ “ເໝືອງມິດຕະພາບຫວຽດນາມ-ລາວ” ໃຫ້ລຸລ່ວງ. ພາບ: bienphong.com.vn |
ປະຊາຊົນຢູ່ບ້ານຕິດກັບຊາຍແດນ ຫວຽດນາມ-ລາວ ໃນບໍລິເວນເມືອງຊົງມ້າ, ແຂວງເຊີນລາ ເຄີຍເອີ້ນເໝືອງ ທີ່ໄຫຼຜ່ານດ່ານຊາຍແດນຈ່ຽງເຄືອງ ແລະເມືອງແອັດ ແມ່ນ “ເໝືອງມິດຕະພາບຫວຽດນາມ-ລາວ”. ເມື່ອພາພວກຂ້າພະເຈົ້າ ໄປຢ້ຽມຢາມເໝືອງມິດຕະພາບນັ້ນ, ທ່ານ ກວ໋າງວັນເຢີ໊ຍ, ນາຍບ້ານຈ່ຽງເຄືອງ, ເມືອງຊົງມ້າ ໃຫ້ຮູ້ວ່າ: “ນັບແຕ່ກ່ອນມາຮອດປັດຈຸບັນ, ນໍ້າໃຈສາມັກຄີລະຫວ່າງບ້ານຈ່ຽງເຄືອງ ແລະບ້ານຫຼານ, ເມືອງແອັດ (ແຂວງຫົວພັນ, ປະເທດລາວ) ແມ່ນສະໜິດສະໜົມ. ຍາມໃດ ນໍ້າເໝືອງບໍ່ໄຫຼ້, ພວກຂ້າພະເຈົ້າກໍ່ປະຊຸມ, ພ້ອມກັນປຶກສາຫາລື ເພື່ອຂົນຂວາຍປະຊາຊົນບ້ານຈ່ຽງ ເຄືອງ ແລະບ້ານຫຼານ ພ້ອມກັນຂຸດລອກ, ຖົມດິນໃຫ້ນ້ຳໄຫຼ. ກິດຈະກໍາ “ເໝືອງມິດຕະພາບຫວຽດນາມ - ລາວ” ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນສອງຝ່າຍມີນໍ້າເພື່ອຫົດໃຫ້ທົ່ງນາ ເທົ່ານັ້ນ, ຫາກຍັງເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງຟາກຊາຍແດນ, ເສີມສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ”.
ເສີມສ້າງນໍ້າໃຈມິດຕະພາບ
ໃນໄລຍະກວ່າ 4 ປີຜ່ານມາ, ພໍ່ແມ່ປະຊາຊົນບ້ານຄອນສີ, ເມືອງສົບເບົາ, ແຂວງຫົວພັນ, ປະເທດລາວ ໄດ້ລື້ງເຄີຍກັບຮູບພາບບັນດາພະນັກງານ, ນັກຮົບທະຫານຊາຍແດນ ຄ້າຍທະຫານຊາຍແດນດ່ານສາກົນລອງເຊີບ, ທີ່ບໍ່ຫວາດຫວັ່ນກັບຄວາມລຳບາກ, ຂ້າມພູຜາປ່າດົງ ມາແບ່ງປັນຄວາມຫຍຸ້ງຍາກກັບຄອບຄົວນ້ອງ ຕຸນແພງ ຄຳສີ. ໂດຍຜ່ານການປະຊຸມ, ແລກປ່ຽນວຽກງານສະພາບການຢູ່ເຂດຊາຍແດນ, ບັນດາພະນັກງານ, ນັກຮົບ ຄ້າຍທະຫານຊາຍແດນດ່ານສາກົນ ລອງເຊີບ ກໍາແໜ້ນສະພາບຄວາມກຍຸ້ງຍາກຂອງຄົບຄົວນ້ອງ ຕຸນແພງ ຄຳສີ, ໄດ້ແລກປ່ຽນກັບອຳນາດການປົກຄອງທ້ອງຖິ່ນ, ກຳລັງທີ່ກ່ຽວຂ້ອງຂອງລາວ ເພື່ອຮັບອຸປະກາລະນ້ອງ ຕຸນແພງ ແນໃສ່ລະດົມກໍາລັງໃຈ, ສົ່ງເສີມນ້ອງຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ໄປໂຮງຮຽນ.
    |
 |
ພະນັກງານຄ້າຍທະຫານຊາຍແດນເມືອງຈ່ຽງເຄືອງ ແລກປ່ຽນສະພາບການຂອງປະຊາຊົນ ຢູ່ສອງຟາກຊາຍແດນ ກັບກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງລາວ. ພາບ: bienphong.com.vn |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນ ລອງເຊີບ ໄດ້ບໍລິຈາກເງິນ, ໜູນຊ່ວຍໃຫ້ນ້ອງ ຕຸນແພງ 500.000 ດົ່ງ/ເດືອນ ຈົນຮອດເວລານ້ອງຮຽນຈົບ ມ.7... ເອື້ອຍ ນາງພອນ, ແມ່ຂອງນ້ອງ ຕຸນແພງ ຄຳສີ ຮູ້ສຶກສະເທືອນໃຈ ແລະໃຫ້ຮູ້ວ່າ: “ຄອບຄົວຂ້າພະເຈົ້າ ຮູ້ບຸນຄຸນພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລອງເຊີບ ຫຼາຍ ຍ້ອນໄດ້ຮັບອຸປະກາລະ ຕຸນແພງ ເພື່ອໃຫ້ຫຼານບໍາລຸງລ້ຽງຄວາມໃຝ່ຝັນກາຍເປັນ ພະນັກງານປ້ອງກັນຄວາມສະຫງົບຄືພໍ່ຂອງຕົນ".
ຫົວໜ້າກອງບັນຊາການທະຫານຊາຍແດນແຂວງເຊີນລາ ໃຫ້ຮູ້ວ່າ: “ນັບແຕ່ປີ 2016, ໂດຍປະຕິບັດແຜນນະໂຍບາຍຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ບັນດາກົມກອງ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຜັນຂະຫຍາຍໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ແລະ “ລູກລ້ຽງຂອງທະຫານຊາຍແດນ” ຢ່າງແທດຈິງ ແລະມີປະສິດທິຜົນ. ບັນດາວຽກເຮັດທີ່ມີລັກສະນະມະນຸດສາດ ຂອງທະຫານລຸງໂຮ່ ໄດ້ປະກອບສ່ວນເສີມສ້າງນໍ້າໃຈມິດຕະພາບ ໃຫ້ນັບມື້ນັບເກີດດອກອອກຜົນ.
ໂດຍ: ທູຈາງ