ຮ່ວມມືເພື່ອທະເລປອດໄພ, ໝັ້ນຄົງ, ຮ່ວມມື ແລະພັດທະນາ
ກປ.ອອນໄລ - ຕອນເຊົ້າວັນທີ 10 ທັນວາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງການນໍາບັນດາກຳລັງປະຕິບັດກົດໝາຍຢູ່ທະເລຂອງກຳປູເຈຍ, ຈີນ, ອິນໂດເນເຊຍ, ຟີລິບປິນ ແລະໄທ ທີ່ມາເຂົ້າຮ່ວມລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີໜຶ່ງປີ 2022.
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າການປະກອບສ່ວນລວມຂອງບັນດາກຳລັງ, ໃນນັ້ນມີກຳລັງປ້ອງກັນຝັ່ງທະເລ - ກໍາລັງຫຼັກແຫຼ່ງໃນການປະຕິບັດກົດໝາຍ ແລະປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະຄວາມເປັນລະບຽບຮຽບຮ້ອຍ, ປອດໄພຢູ່ທະເລ - ຈະປະກອບສ່ວນແກ້ໄຂຄວາມໝັ້ນຄົງແບບໃໝ່ຢູ່ທະເລ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ, ກໍາລັງຕໍາຫຼວດທະເລຫວຽດນາມ ແລະກຳລັງປະຕິບັດກົດໝາຍຢູ່ທະເລຂອງບັນດາປະເທດຈະຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຄື: ແບ່ງປັນບົດຮຽນ, ແລກປ່ຽນຂໍ້ມູນຂ່າວສານ, ລາດຕະເວນລວມ; ກໍ່ສ້າງລະບົບເອກະສານກົດໝາຍຢູ່ທະເລ; ສະໜັບສະໜູນຊາວປະມົງໃນປະເທດຕ່າງໆເຄື່ອນໄຫວຖືກຕາມກົດໝາຍ.
ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ: ລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຈະປະກອບສ່ວນ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາກໍາລັງປະຕິບັດກົດໝາຍຢູ່ທະເລຂອງບັນດາປະເທດ, ບົນຈິດໃຈແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ; ຮ່ວມມື ແລະປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ເພື່ອແນໃສ່ກໍ່ສ້າງເຂດທະເລໃຫ້ປອດໄພ, ໝັ້ນຄົງ ແລະສະພາບແວດລ້ອມສະອາດ.
ໂດຍ: ໄຊນີດາ