ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ໄດ້ປະຕິເສດອັນທີ່ເອີ້ນວ່າ “ທາງ 9 ຕອນ” ຫຼາຍຄັ້ງແລ້ວ, ກໍ່ຄືຮຽກທວງບົນທະເລຜິດກັບສົນທິສັນຍາສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: baoquocte.vn

ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: “ຫວຽດນາມ ຖືວ່າ, ທຸກຮູບການໂຄສະນາ, ເຜີຍແຜ່ ແລະລົງເນື້ອໃນລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ກໍ່ຄືສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ ສໍາລັບເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກທີ່ໄດ້ກໍານົດສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ແມ່ນບໍ່ມີຜົນສັກສິດ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງ ເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ ກໍ່ຄືບັນດາເຂດທະເລທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ; ລົບລ້າງ, ປັບປຸງເນື້ອໃນບໍ່ສອດຄ່ອງນັ້ນ. ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ກໍ່ໄດ້ແລກປ່ຽນກັບອົງການອຸຕຸນິຍົມໂລກກ່ຽວກັບບັນຫາດັ່ງກ່າວ”.

ໂດຍ: ເຈິ່ນຮວ່ຽນ