leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ຜ່ານການປຶກສາຫາລືຢ່າງກົງໄປກົງມາ, ວິທະຍາສາດ, ເປີດເຜີຍ ແລະແທດຈິງ ມາເປັນເວລາ 2 ມື້, ກອງປະຊຸມໄດ້ສຸມໃສ່ຫຼາຍບັນຫາເພື່ອຖອດຖອນບົດຮຽນໃນອະດີດ, ຈາກນັ້ນປະກອບສ່ວນເຂົ້າໃນການຮັກສາການຮ່ວມມື ແລະສັນຕິພາບ, ກໍ່ຄືນໍາບັນດາຂໍ້ສະເໜີມຸ່ງໄປເຖິງອະນາຄົດທີ່ສົດໄສຢູ່ທະເລຕາເວັນອອກ. ໃນນັ້ນ, ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າ, ໃນໄລຍະຜ່ານມາ, ສະພາບການຢູ່ທະເລຕາເວັນອອກສືບຕໍ່ມີການຜັນແປຢ່າງສັບສົນ, ດຶງດູດຄວາມເອົາໃຈໃສ່ຂອງຫາງສຽງ. ໃນສະພາບການນັ້ນ, ບັນດານັກຊ່ຽວຊານຢືນຢັນວ່າ, ອາຊຽນ ຕ້ອງສືບຕໍ່ກຳນົດນະໂຍບາຍຢ່າງຈະແຈ້ງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈພາຍໃນກຸ່ມກໍ່ຄືຢັ້ງຢືນບົດບາດເປັນໃຈກາງໃນການແກ້ໄຂການພົວພັນກັບບັນດາປະເທດໃຫຍ່, ຄວບຄຸມວິກິດການ ແລະຊຸກຍູ້ການຮ່ວມມືໃນພາກພື້ນ.

ບັນດານັກຮຽນຮູ້ທີ່ເຂົ້າຮ່ວມກອງປະຊຸມສຳມະນາໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ ອີງໃສ່ກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດວ້ຍທະເລປີ 1982.

ຄຽງຂ້າງນັ້ນ, ບັນດາຜູ້ແທນໄດ້ປຶກສາຫາລືບັນດາມາດຕະການເພື່ອຮັບປະກັນກໍາລັງຄວາມສາມາດຟື້ນຟູເສັ້ນທາງທະເລໃນໄລຍະຈະມາເຖິງ, ລວມມີ: ຂະຫຍາຍການສັກວັກຊິນກັນໂຄວິດ-19; ເຫັນດີິຕໍ່ບັນດາລະບຽບການປ້ອງກັນ, ຕ້ານພະຍາດ ລະຫວ່າງບັນດາອົງການຈັດຕັ້ງສາກົນ, ລະຫວ່າງຊາດ; ຍູ້ແຮງການຫັນປ່ຽນດີຈີຕອນ; ເພີ່ມທະວີການເຈລະຈາຍຸດທະສາດລະຫວ່າງບັນດາປະເທດ ເພື່ອຫຼຸຸດຜ່ອນຄວາມເຄັ່ງຕຶງ; ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງທະເລ...

ໂດຍ: ທະນາພອນ