ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ໄດ້ກາຍເປັນວັນບຸນຂອງທະຫານ ແລະປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນ ແລະກໍາລັງປົກປັກຮັກສາຊາຍແດນສອງປະເທດ. ເນື່ອງໃນໂອກາດນີ້, ຄະນະນັກຂ່າວໄດ້ມີໜ້າຢູ່ແຂວງກວ໋າງນີງ ບັນທຶກການຕີລາຄາ ແລະຄວາມຮູ້ສຶກຂອງຊາວທ້ອງຖິ່ນພ້ອມກັບກຳລັງທີ່ເຂົ້າຮ່ວມງານພົບປະແລກປ່ຽນ ຄັ້ງທີ 10 ໂດຍກົງ.

* ທ່ານພົນຈັດຕະວາ ຮວ່າງຮືວຈ໊ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ: ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ມີຄວາມໝາຍແທດຈິງ!

ເຊັ່ນດຽວກັນກັບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງກ່ອນນີ້, ງານພົບປະແລກປ່ຽນ ຄັ້ງທີ 10 ຈະມີການເຄື່ອນໄຫວທີ່ຟົດຟື້ນ, ແທດຈິງຫຼາຍຢ່າງຢູ່ທັງສອງຟາກເຂດຊາຍແດນ. ການເຄື່ອນໄຫວຢ້ຽມຢາມຄ້າຍທະຫານຊາຍແດນ; ສະຫຼຸບການແຮກສ່ຽວລະຫວ່າງກຸ່ມຊຸມຊົນ; ການກວດ, ປິ່ນປົວພະຍາດໃຫ້ປະຊາຊົນໂດຍບໍ່ເສຍຄ່າ... ໄດ້ປະຕິບັດຜ່ານງານພົບປະແລກປ່ຽນທີ່ນຳມາເຊິ່ງຄວາມໝາຍ ແລະນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ກໍ່ຄືກໍາລັງປົກປັກຮັກສາຊາຍແດນສອງປະເທດ.

leftcenterrightdel
ທ່ານພົນຈັດຕະວາ ຮວ່າງຮືວຈ໊ຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານຊາຍແດນ. ພາບ: qdnd.vn

ປີນີ້, ມີແພດທະຫານ ຈີນ 20 ຄົນ ມາກວດ, ປິ່ນປົວພະຍາດໃຫ້ປະຊາຊົນຢູ່ເຂດຊາຍແດນຫວຽດນາມ ພ້ອມກັບແພດໝໍຂອງຫວຽດນາມ, ນັກຮຽນຈີນ ກໍ່ໄດ້ມາສະແດງສິລະປະ... ການສົມທົບດັ່ງກ່າວໄດ້ນຳມາເຊິ່ງຄວາມໝາຍທີ່ແທດຈິງຊ່ວຍເພີ່ມທະວີນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ ກໍ່ຄືລະຫວ່າງກຳລັງແພດທະຫານສອງປະເທດ.

ໃນໄລຍະຜ່ານມາ, ກໍາລັງປົກປັກຮັກສາຊາຍແດນສອງຝ່າຍໄດ້ມີຫຼາຍກົມກອງແຮກສ່ຽວນຳກັນ, ມີການເຄື່ອນໄຫວຢ້ຽມຢາມເຊິ່ງກັນ ແລະກັນ, ແຂ່ງຂັນກິລາມິດຕະພາບ, ພົບປະແລກປ່ຽນດ້ານວັດທະນະທໍາ-ສິລະປະ, ຊ່ວຍເພີ່ມທະວີຄວາມສະໜິດຕິດພັນ, ຄວາມສາມັກຄີ ແລະການຮ່ວມມືລະຫວ່າງກໍາລັງປົກປັກຮັກສາຊາຍແດນ, ຜ່ານນັ້ນພ້ອມກັນຮ່ວມແຮງຮ່ວມໃຈກໍ່ສ້າງ, ປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະການພັດທະນາ.

ຮ້ອຍເອກພິເສດ, ທ່ານໝໍ ນາງ ຮວ່າງທິທຸ໋ຍ, ສັງກັດສະຖາບັນການແພດ ແລະການຢາພື້ນເມືອງກອງທັບ: ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມສະໜິດສະໜົມ, ການແບ່ງປັນ ແລະນ້ຳໃຈຮ່ວມມືລະຫວ່າງປະຊາຊົນສອງປະເທດ!

ການເຂົ້າຮ່ວມລາຍການກວດ, ປິ່ນປົວພະຍາດໃຫ້ປະຊາຊົນຢູ່ເຂດຊາຍແດນຫວຽດນາມ-ຈີນ ເປັນເວລາ 3 ປີລຽນຕິດແມ່ນປະສົບການທີ່ມີຄວາມໝາຍທີ່ສຸດສຳລັບຂ້າພະເຈົ້າ. ຜ່ານການເຄື່ອນໄຫວສົ່ງເສີມ, ຮັກສາສຸຂະພາບໃຫ້ປະຊາຊົນທີ່ຢູ່ສອງຟາກຊາຍແດນ, ຂ້າພະເຈົ້າຮູ້ສຶກໄດ້ຢ່າງຈະແຈ້ງເຖິງຄວາມສະໜິດສະໜົມ, ຄວາມຜູກພັນ, ການແບ່ງປັນ ແລະນ້ຳໃຈຮ່ວມມືລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ທ່ານຮ້ອຍເອກພິເສດ, ທ່ານໝໍ ນາງ ຮວ່າງທິທຸ໋ຍ, ສັງກັດສະຖາບັນການແພດ ແລະການຢາພື້ນເມືອງກອງທັບ (ເສື້ອຂາວ, ເບື້ອງຊ້າຍ). ພາບ: qdnd.vn

ການເຄື່ອນໄຫວທີ່ແທດຈິງເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານການແພດທີ່ດີກວ່າເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນຫວຽດນາມ ແລະຈີນ. ສໍາລັບຂ້າພະເຈົ້າ, ການເຂົ້າຮ່ວມລາຍການແມ່ນຄວາມເປັນກຽດ ແລະອານຸສອນທີ່ໜ້າຈົດຈໍໍາໃນໄລຍະປະຕິບັດງານຂອງຂ້າພະເຈົ້າ.

ທ່ານ ວີຕ໊ຽນທັ໊ງ (ອາຍຸ 51 ປີ), ບ້ານດົ່ງທັ໊ງ, ຕາແສງຮວ່າງໂມ, ແຂວງກວ໋າງນີງ: ຂອບໃຈແພດໝໍຫວຽດນາມ ແລະຈີນ!

ລາຍການກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າຄັ້ງນີ້ແມ່ນການເຄື່ອນໄຫວທີ່ແທດຈິງ, ນຳເອົາຜົນປະໂຫຍດຢ່າງຈະແຈ້ງມາໃຫ້ປະຊາຊົນທ້ອງຖິ່ນ, ເປັນຕົ້ນແມ່ນບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ. ເມື່ອພະນັກງານບ້ານໄດ້ແຈ້ງຂ່າວໃຫ້ຊາບກ່ຽວກັບລາຍການກວດ, ປິ່ນປົວພະຍາດຂອງແພດໝໍຫວຽດນາມ ແລະຈີນ ຢູ່ທ້ອງຖິ່ນ, ຂ້າພະເຈົ້າ ແລະຄອບຄົວໄດ້ເປັນເຈົ້າການສັບຊ້ອນໜ້າທີ່ວຽກງານ, ເພື່ອໄປກວດພະຍາດ. ພໍ່ແມ່ປະຊາຊົນໃນບ້ານພ້ອມກັບປະຊາຊົນທີ່ຢູ່ເຂດອ້ອມແອ້ມຫຼາຍຄົນໄດ້ມາລໍຖ້າເພື່ອກວດພະຍາດ. ພວກຂ້າພະເຈົ້າໄດ້ຮັບການກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ຄໍາແນະນໍາກ່ຽວກັບສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າ.

leftcenterrightdel
ທ່ານ ວີຕ໊ຽນທັ໊ງ ບ້ານດົ່ງທັ໊ງ, ຕາແສງຮວ່າງໂມ, ແຂວງກວ໋າງນີງ. ພາບ: qdnd.vn

ຜ່ານນັ້ນ, ພໍ່ແມ່ປະຊາຊົນຈຶ່ງມີໂອກາດກວດສຸຂະພາບ, ກວດພົບພະຍາດເພື່ອປິ່ນປົວໂດຍໄວ, ພ້ອມທັງຍົກສູງຄວາມຮັບຮູ້ໃນການສົ່ງເສີມ, ຮັກສາສຸຂະພາບຂອງຕົນ ແລະຄອບຄົວ. ພວກຂ້າພະເຈົ້າຂອບໃຈແພດໝໍຫວຽດນາມ ແລະຈີນ. ຫວັງວ່າໃນໄລຍະຈະມາເຖິງຈະມີລາຍການທີ່ມີຄວາມໝາຍຄືແນວນີ້ມາຈັດຢູ່ທ້ອງຖິ່ນຫຼາຍຂຶ້ນ, ເພື່ອໃຫ້ປະຊາຊົນມີເງື່ອນໄຂເຂົ້າເຖິງການບໍລິການທາງການແພດທີ່ມີຄຸນນະພາບດີຂຶ້ນ.

ນ້ອງ ນິງທິຫ໋າຍອ໊ຽນ, ນັກຮຽນຢູ່ຫ້ອງ 10A3, ໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ, ຕາແສງມ໊ອງກ໊າຍ, ແຂວງກວ໋າງນີງ: ລຸ້ນໜຸ່ມຄືພວກນ້ອງຕ້ອງມີຄວາມຮັບຜິດຊອບໃນການສືບທອດ, ຮັກສາ ແລະເສີມຂະຫຍາຍສາຍພົວພັນລະຫວ່າງ ຫວຽດນາມ ແລະຈີນ!

ພວກນ້ອງມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດມາຢ້ຽມຢາມໂຮງຮຽນເນື່ອງໃນໂອກາດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10. ພວກນ້ອງດີໃຈຫຼາຍທີ່ໄດ້ຮູ້ວ່າ ຈະມີນັກຮຽນຈີນ 20 ຄົນມາພົບປະແລກປ່ຽນ ແລະສະແດງສິລະປະຢູ່ໂຮງຮຽນ.

leftcenterrightdel
ນ້ອງ ນິງທິຫ໋າຍອ໊ຽນ, ນັກຮຽນຫ້ອງ 10A3, ໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ, ຕາແສງມ໊ອງກ໊າຍ, ແຂວງກວ໋າງນີງ. ພາບ: qdnd.vn

ໂດຍແມ່ນນັກຮຽນຢູ່ເຂດຊາຍແດນ, ນີ້ແມ່ນໂອກາດ ເພື່ອໃຫ້ພວກເພື່ອນໃນໂຮງຮຽນໄດ້ພົບປະແລກປ່ຽນ ແລະສຶກສາຮຽນຮູ້, ຜ່ານນັ້ນມີຄວາມເຂົ້າໃຈຕື່ມອີກກ່ຽວກັບສາຍພົວພັນລະຫວ່າງສອງປະເທດ, ເປັນຕົ້ນແມ່ນຄຸນຄ່າຂອງນໍ້າໃຈມິດຕະພາບຫວຽດນາມ-ຈີນ ແລະຄວາມສຳຄັນຂອງການຊຸກຍູ້ການຮ່ວມມື, ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ.

ພວກນ້ອງຮູ້ວ່າ, ນໍ້າໃຈມິດຕະພາບ ແລະສາຍພົວພັນການຮ່ວມມືລະຫວ່າງ ຫວຽດນາມ ແລະຈີນ ໄດ້ຮັບການຮັກສາ ແລະເພີ່ມພູນຄູນສ້າງຈາກຄົນລຸ້ນກ່ອນ, ຜ່ານນັ້ນພວກນ້ອງຮູ້ສຶກພາກພູມໃຈ ແລະໄດ້ຮັບຮູ້ວ່າລຸ້ນໜຸ່ມມີຄວາມຮັບຜິດຊອບໃນການສືບທອດ, ຮັກສາ ແລະເສີມຂະຫຍາຍປະກອບສ່ວນເຂົ້າໃນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງ ຫວຽດນາມ-ຈີນ ໃຫ້ນັບມື້ນັບພັດທະນາກວ່າອີກ.

ໂດຍ: ເຈິ່ນຮວ່ຽນ