ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກຍາມໃດກໍ່ຈະແຈ້ງ ແລະສະເໝີຕົ້ນສະເໝີປາຍ

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕີລາຄາວ່າ: ທະເລຕາເວັນອອກ ຕັ້ງຢູ່ໃຈກາງຂອງມະຫາສະໝຸດອິນເດຍ-ປາຊີຟິກ, ແມ່ນ “ເຄື່ອງວັດແທກ” ຢ່າງຈະແຈ້ງສໍາລັບສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນກວ້າງໃຫຍ່ນີ້. ບັນດາການຜັນແປ ແລະພັດທະນາຢູ່ທະເລຕາເວັນອອກ, ເຖິງວ່າດີ ຫຼືບໍ່ດີ, ຈະກາຍເປັນປະຖົມປັດໄຈໄດ້ທະວີຄູນໃນທົ່ວພາກພື້ນ ແລະຢູ່ພາກພື້ນຕ່າງໆໃນໂລກຢ່າງງ່າຍດາຍ. ທ່ານ ຟ້າມກວາງຫ້ຽວ ເນັ້ນໜັກວ່າ “ໃນອະນາຄົດຄວາມເປັນລະບຽບຮຽບຮ້ອຍຂອງໂລກເຄື່ອນໄຫວອີງໃສ່ລະບຽບກົດໝາຍຫຼືບໍ່, ຮັບປະກັນສິດ ສະເໝີພາບລະຫວ່າງບັນດາປະເທດບໍ່, ອີງໃສ່ຂອບເຂດການຮ່ວມມືຫຼາຍຝ່າຍ, ກະຈ່າງແຈ້ງ ແລະກວມລວມຫຼືບໍ່, ສ່ວນໜຶ່ງແມ່ນຂຶ້ນກັບວິທີການປະພືດຂອງພວກເຮົາຢູ່ທະເລຕາເວັນອອກ ແລະພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ເວົ້າລວມ”.

ເຖິງຢ່າງໃດກໍ່ຕາມ, ສະພາບການຢູ່ຕາເວັນອອກໃນປີຜ່ານມາໄດ້ກໍ່ຄວາມວິຕົກໃໝ່. ການແກ່ງແຍ້ງລະຫວ່າງປະເທດໃຫຍ່ ແລະບັນດາກົນໄກຮ່ວມມືໃໝ່ປະກົດຂຶ້ນໃນພາກພື້ນໄດ້ວາງອອກບັນດາບັນຫາໃໝ່ຕໍ່ກັບໂຄງປະກອບພາກພື້ນທີ່ພວມເປັນຮູບເປັນຮ່າງ, ໂດຍສະເພາະແມ່ນບົດບາດໃຈກາງຂອງອາຊຽນ. ໃນຂະນະທີ່ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໄດ້ຮັບຖືວ່າແມ່ນມາດຖານການປະພືດລວມ, ຍັງມີກົດໝາຍຫຼາຍສະບັບ ຫຼືບັນດາການເຄື່ອນໄຫວຂອງປະເທດບໍ່ສະເໝີຕົ້ນສະເໝີປາຍ ຫຼຶຝືນກັບ UNCLOS 1982. ສິດ ແລະຜົນປະໂຫຍດອັນຊອບທຳຂອງປະເທດຕ່າງໆຢູ່ແຄມທະເລ ຍັງບໍ່ທັນໄດ້ເຄົາລົບຢ່າງຄົບຖ້ວນເທື່ອ. ສິ່ງເຫຼ່ົານີ້ບໍ່ມີຜົນປະໂຫຍດສຳລັບຄວາມໄວ້ເນື້ອເຊື່ອໃຈ ແລະວິວັດການຮ່ວມມືໃນພາກພື້ນ.

leftcenterrightdel
ທ່ານ ຟ້າມກວາງຫ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: ຈູງໂດ.

ໃນສະພາບການດັ່ງກ່າວ, ທ່ານ ຟ້າມກວາງຫ້ຽວ ໄດ້ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ຍາມໃດກໍ່ຈະແຈ້ງ, ຍາມໃດກໍ່ຢຶດໝັ້ນການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງຕົນ ແລະພ້ອມກັບບັນດາຝ່າຍແກ້ໄຂບັນຫາທະເລຕາເວັນອອກ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ UNCLOS 1982; ຍາມໃດກໍ່ຊົມເຊີຍຄວາມມານະພະຍາຍາມຂອງບັນດາປະເທດພາຍໃນ ແລະນອກພາກພື້ນທີ່ໄດ້ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ.

ແກ້ໄຂບັນຫາທະເລຕາເວັນອອກດ້ວຍກົດໝາຍສາກົນ

ປີ 2021 ໄດ້ສ້າງຂີດໝາຍເລື່ອງບັນຫາທະເລຕາເວັນອອກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຫຼາຍປະເທດ, ຫຼາຍເວທີປາໄສສາກົນດ້ວຍຄວາມຮັບຮູ້ລວມແມ່ນເນັ້ນໜັກເຖິງການເຄົາລົບບົບບາດຂອງກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ໃນບົດກ່າວປາໄສໄຂກອງປະຊຸມສຳມະນາ, ທ່ານ ປອ ຟ້າມລານຢູງ, ຮັກສາການຫົວໜ້າສະຖາບັນການຕ່າງປະເທດ ເນັ້ນໜັກວ່າ ບັນດາປະເທດພວມເຊີດຊູບົດບາດ ແລະຄຸນຄ່າໃນການສ້າງຕັ້ງຂອບນິຕິກຳສຳລັບການເຄື່ອນໄຫວຕ່າງໆບົນທະເລ ແລະມະຫາສະໝຸດເໝາະສົມກັບຜົນປະໂຫຍດລວມຂອງປະຊາຄົມສາກົນ ແລະບັນດາປະເທດມີທະເລ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາຢູ່ຮ່າໂນ້ຍ. ພາບ: ຈູງໂດ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືສະພາບການຢູ່ທະເລຕາເວັນອອກໃນຫຼາຍແງ່ມຸມ, ຈາກປະຫວັດສາດ, ການເມືອງ, ການພົວພັນຕ່າງປະເທດຈົນຮອດກົດໝາຍ; ພ້ອມທັງເນັ້ນໜັກເຖິງຄວາມຮຽກຮ້ອງທີ່ຈຳເປັນກ່ຽວກັບການກໍ່ສ້າງ, ປັບປຸງ ແລະໝູນໃຊ້ກົນໄກຄວາມໝັ້ນຄົງຢູ່ພາກພື້ນໃນການຄຸ້ມຄອງການຂັດແຍ້ງກັນ ແລະແກ້ໄຂບັນຫາສັບສົນຢູ່ທະເລຕາເວັນອອກໂດຍສັນຕິວິທີ.

ທ່ານ Pawel Herczynski, ຫົວໜ້າກົມກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະປ້ອງກັນຕົວລວມ ແລະຮັບມືກັບວິກິດການສັງກັດອົງການກະທຳພົວພັນຕ່າງປະເທດສະຫະພາບເອີລົບ (EU) ໄດ້ຢັ້ງຢືນຫຼັກການແກ້ໄຂຄວາມຂັດແຍ້ງສາກົນເວົ້າລວມໂດຍສັນຕິວິທີອີງໃສ່ກົດໝາຍສາກົນ. ທ່ານ Herczynski ຍົກຕົວຢ່າງວ່າ “ໃນໄລຍະຜ່ານມາ, ອີຢູ ຍາມໃດກໍ່ສະໜັບສະໜູນແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໃນນ້ັນມີ UNCLOS 1982, ກໍ່ຄືດ້ວຍກົນໄກຕ່າງໆໂດຍສາກົນກໍ່ສ້າງ.

ດ້ວຍບົດບາດແມ່ນຜູ້ປະສານງານໃນວາລະປຶກສາຫາລື “ຈົ່ງມີຄວາມຍຸຕິທຳກັບສະພາບຕົວຈິງ: ປະຫວັດສາດ ແລະທະເລຕາເວັນອອກ”, ທ່ານ ປອ Erik Solheim, ອະດີດຜູ້ອຳນວຍການບໍລິຫານໂຄງການສິ່ງແວດລ້ອມ ສປຊ (UNEP) ຖືວ່າ ການນໍາໃຊ້ສານສາກົນ, ກົດໝາຍສາກົນເພື່ອແກ້ໄຂບັນຫາທະເລ ຕາເວັນອອກແມ່ນສຳຄັນທີ່ສຸດ. ທ່ານ Solheim ເນັ້ນໜັກວ່າ “ບັນດາຝ່າຍກ່ຽວຂ້ອງຕ້ອງມານະພະຍາຍາມເຮັດແນວໃດເພື່ອຮັກສາສັນຕິພາບ, ການຮ່ວມມືເພື່ອຄວາມວັດທະນາຖາວອນຂອງພາກພື້ນໃນອະນາຄົດ”. ຮ່ວມທັດສະນະດັ່ງກ່າວ, ທ່ານ ປອ. ຫວູຫາຍດັງ ນັກວິຊາການຊັ້ນສູງຢູ່ມະຫາວິທະຍາໄລແຫ່ງຊາດສິງກະໂປ; ທ່ານ ປອ Bill Hayton, ນັກຊ່ຽວຊານຊັ້ນສູງສັງກັດໂຄງການອາຊີ-ປາຊີຟິກ ຢູ່ສະຖາບັນ Chatham House (ອັງກິດ); ແລະທ່ານ ສຈ Monique Chemillier-Gendreau, ອະດີດປະທານສະມາຄົມນັກກົດໝາຍປະຊາທິປະໄຕຝລັ່ງ, ກໍ່ໃຫ້ຮູ້ຕື່ມອີກວ່າ ໃນວິວັດການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ, ໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດແມ່ນຕ້ອງຕີລາຄາພະຍານຫຼັກຖານເຊິ່ງບັນດາປະເທດທີ່ມີຖະແຫຼງການອະທິປະໄຕຢູ່ທະເລຕາເວັນອອກຍົກອອກມາ.

ຄຽງຂ້າງກັນນັ້ນ, ກອງປະຊຸມສຳມະນາຍັງຢັ້ງຢືນເຖິງຄວາມຈຳເປັນຕ້ອງກໍ່ສ້າງໂຄງປະກອບຄວາມໝັ້ນຄົງຫຼາຍຝ່າຍຢູ່ພາກພື້ນ, ການແກ້ໄຂສິ່ງທ້າທາຍເຖິງຄວາມໝ້ັນຄົງທີ່ກ່ຽວຂ້ອງກັບການທະຫານ ແລະຄວາມໝັ້ນຄົງບໍ່ແມ່ນການທະຫານດ້ວຍບົດບາດເສົາຄ້ຳ, ຊັກນຳຂອງອາຊຽນ ໃຫ້ມີປະສິດທິຜົນ. ທ່ານ Marty Natalegawa ອະດີດລັດຖະມົນຕີຕ່າງປະເທດອິນໂດເນເຊຍ ຖືວ່າ ໃນຫຼາຍປີຜ່ານມາ ອາຊຽນ ໄດ້ມານະພະຍາຍາມກໍ່ສ້າງຂັ້ນຕອນ, ຍົກອອກບັນດາມາດຖານ, ຂໍ້ກຳນົດຕ່າງໆເພື່ອຮັບປະກັນສັນຕິພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ. ທ່ານ Natalegawa ກໍ່ສະແດງຄວາມຫວັງວ່າ ອາຊຽນ ສາມາດຮັກສາທີ່ຕັ້ງໃຈກາງໃນບັນຫາພາກພື້ນ ແລະມີທັດສະນະເປັນເອກະພາບໃນການແກ້ໄຂບັນຫາທະເລຕາເວັນອອກ.

ໂດຍ: ແສງເດືອນ