ບັນດາກົມກອງຂອງກອງພົນນ້ອຍ 146 ສ່ວນຫຼາຍໄດ້ຕັ້ງທັບຢູ່ຕາມເກາະທີ່ຂຶ້ນກັບເມືອງເກາະເຈື່ອງຊາ, ແຂວງແຄ໊ງຮວ່າ. ເວົ້າເຖິງວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ກົມກອງ, ທ່ານພັນເອກ ຟ້າມຊວນຈູງ, ຫົວໜ້າກອງບັນຊາການທະຫານເມືອງເກາະເຈື່ອງຊາ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ອັບເດດຂໍ້ມູນຂ່າວສານກ່ຽວກັບສະພາບການກໍ່ຄືບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເປັນປະຈໍາ, ພ້ອມທັງປະຕິບັດຕາມຂໍ້ກຳນົດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໂດຍສະເພາະແມ່ນຄໍາເຕືອນ "5K". ພະນັກງານ, ນັກຮົບຢູ່ເກາະບໍ່ໄດ້ປະໝາດ, ບໍ່ໄດ້ລະເລີຍ ກໍ່ຄືບໍ່ຫວາດຫວັ່ນຕໍ່ການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ຕັດສິນໃຈເຮັດສໍາເລັດໜ້າທີ່ໃນທຸກກໍລະນີ”. ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນເອກພິເສດ ເລດິ່ງຫ໋າຍ, ຮອງຫົວໜ້າກອງພົນນ້ອຍ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານພະຍາດໂຄວິດ-19 ກອງພົນນ້ອຍ 146 ແບ່ງປັນວ່າ: ເພື່ອບໍ່ປະໃຫ້ພະຍາດໂຄວິດ-19 ແຜ່ລະບາດເຂົ້າເກາະ, ທຸກກໍາລັງທີ່ມາປະຕິບັດງານຢູ່ຕາມກົມກອງທີ່ຕັ້ງທັບຢູ່ເມືອງເກາະເຈື່ອງຊາ ຕ້ອງໄດ້ກວດເຊື້ອ SARS-CoV-2 ແລະຕ້ອງມີຜົນກວດເປັນລົບ ແລະເມື່ອໄປຮອດເກາະຕ້ອງປະຕິບັດການແຍກປ່ຽວຕາມຂ້ໍກຳນົດ”.

leftcenterrightdel
ກຳລັງແພດທະຫານແທກອຸນຫະພູມຮ່າງກາຍໃຫ້ຜູ້ແທນທີ່ມາຢ້ຽມຢາມເກາະນາມອຽດ. ພາບ: ຮ່ວາງຈ້ຽວ.

ບໍ່ພຽງແຕ່ໝູນໃຊ້ຂໍ້ກຳນົດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດຕໍ່ກັບພະນັກງານ, ນັກຮົບ ຫຼືຄະນະຜູ້ແທນທີ່ໄປປະຕິບັດງານ, ຢ້ຽມຢາມເກາະເທົ່ານັ້ນ, ແຕ່ຊາວປະມົງ, ພະນັກງານ, ນັກຮົບຢູ່ຕາມເກາະ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດເພື່ອທັງຮັບປະກັນການປ້ອງກັນພະຍາດ, ທັງສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນອອກໄປຫາປາ, ຫາສິນທະເລ, ຢັ້ງຢືນອະທິປະໄຕ. ຢູ່ເຂດຫາປາເຈື່ອງຊາ, ຊາວປະມົງທີ່ອອກໄປຫາປາຢູ່ໄກຝັ່ງ ເມື່ອເຈັບເປັນເອັນອຸ່ນ ຫຼືຕ້ອງການນ້ຳດື່ມ, ອາຫານກໍ່ຈະເຂົ້າໄປຍັງເກາະທີ່ຂຶ້ນກັບກອງພົນນ້ອຍ 146 ເພື່ອໄດ້ຮັບການໜູນຊ່ວຍ. ເພາະສະນັ້ນ, ຢູ່ຕາມເກາະແຫ່ງຕ່າງໆຈຶ່ງໄດ້ສ້າງຕັ້ງໜ່ວຍປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຈັດຕັ້ງສູນຈຳກັດບໍລິເວນສະເພາະ, ກຽມພ້ອມປະຕິບັດການແຍກປ່ຽວໃຫ້ຊາວປະມົງທີ່ສົງໄສວ່າຕິດເຊື້ອ. ທ່ານໝໍ ຫງວຽນແອັງເວິນ, ຢູ່ສຸກສາລາເກາະເຊີນກາ ໃຫ້ຮູ້ວ່າ: “ຊາວປະມົງທີ່ໄປຫາປາຢູ່ໄກຝັ່ງມັກຈະເຂົ້າມາເກາະເມື່ອມີວຽກຈຳເປັນ. ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍໜ່ວຍແພດເພື່ອເຮັດວຽກງານພົ່ນຢາຂ້າເຊື້ອ, ວັດແທກອຸນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບເມື່ອຊາວປະມົງຂຶ້ນທ່າເຮືອ...”. ຄຽງຂ້າງນັ້ນ, ແພດທະຫານທີ່ຢູ່ຕາມເກາະແຫ່ງຕ່າງໆກໍ່ດຳເນີນການກວດກາ, ຕິດຕາມອາການສຸຂະພາບຂອງທະຫານ ແລະປະຊາຊົນຢູ່ເກາະຢ່າງເປັນປົກກະຕິ, ກຽມພ້ອມແກ້ໄຂກໍລະນີທີ່ເກີດຂຶ້ນຢ່າງທັນການ.

ປະຕິບັດຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ທຸກກົມກອງສັງກັດກອງພົນນ້ອຍ 146 ທີ່ຕັ້ງທັບຢູ່ເກາະແຫ່ງຕ່າງໆລ້ວນແຕ່ດຳເນີນການພົ່ນຢາຂ້າເຊື້ອຢູ່ກົມກອງເປັນປະຈຳໄລຍະ. ແພດທະຫານທີ່ປະຈຳຢູ່ເກາະແຫ່ງຕ່າງໆນັ້ນໄດ້ເປັນເຈົ້າການແນະນຳໃຫ້ທະຫານປະຕິບັດການນຳໃຊ້ຜ້າອັດປາກ-ອັດດັງ ຖືກຕາມວິທີ ແລະລ້າງມືກ່ອນເວລາກິນເຂົ້າ, ພິເສດແມ່ນຕ້ອງເຮັດອະນາໄມສິ່ງແວດລ້ອມ, ອະນາໄມຮ່າງກາຍເພື່ອຮັກສາສຸຂະພາບ, ເພີ່ມພູມຕ້ານທານໃຫ້ທະຫານ.

ເຖິງວ່າສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນຢູ່ຫຼາຍທ້ອງຖິ່ນກໍ່ຕາມ, ແຕ່ວ່າດ້ວຍມາດຕະການຢ່າງຄົບຊຸດ, ການເປັນເຈົ້າການ, ຂ້ຽວຂາດໃນການປະຕິບັດ, ກອງພົນນ້ອຍ 146 ໄດ້ ແລະພວມຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ເພື່ອໃຫ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ -19 ມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ, ທ່ານພັນເອກພິເສດ ເລດິ່ງຫ໋າຍ ແບ່ງປັນວ່າ: “ພວກຂ້າພະເຈົ້າ ຫວັງວ່າຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຂັ້ນເທິງ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ໂດຍສະເພາະແມ່ນໄດ້ຮັບການສະໜອງຊຸດວິເຄາະໂຄວິດ-19 ໃຫ້ຜົນໄວ; ເພີ່ມທະວີວຽກງານຝຶກແອບ, ບຳລຸງສ້າງພາລະກອນການແພດ; ມີຄວາມເປັນເອກະພາບກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຕາມເກາະທີ່ຂຶ້ນກັບເມືອງເກາະເຈື່ອງຊາ...”.

ໂດຍ: ແສງເດືອນ