ຄະນະປະຕິບັດງານທະຫານຊາຍແດນແຂວງແທັງຮ໊ວາ ໄດ້ມີການພົບປະເຈລະຈາ, ແລກປ່ຽນວຽກງານສົມທົບການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນກັບກອງບັນຊາການທະຫານແຂວງຫົວພັນ ແລະສະພາບການທີ່ກ່ຽວຂ້ອງເຖິງການບຸກລຸກຢູ່ສອງຟາກຊາຍແດນ. ໃນປີ 2014 ແລະໄຕມາດທີ  I ປີ 2015, ກໍາລັງປ້ອງກັນຊາຍແດນແຂວງຫົວພັນ ໄດ້ສົມ ທົບກັບຄ້າຍທະຫານຊາຍແດນ ຈັດຕັ້ງການລາດຕະເວນສອງຝ່າຍຢູ່ຕາມເສັ້ນຊາຍແດນໄດ້ 16 ຄັ້້ງ/ 384 ເທື່ອພະນັກງານ, ນັກຮົບເຂົ້າຮ່ວມ.

leftcenterrightdel
ທ່ານພັນເອກພິເສດ ເລງອັກລອງ ມອບຂອງຂວັນໃຫ້ແກ່ທ່ານ ຄໍາຮຸ່ງ . ພາບ: ຊວັນທຸ໋ຍ.

ໃນວຽກງານຕໍ່ສູ້ກັບອາດຊະຍາກຳຢາເສບຕິດ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ກໍາແໜ້ນສະພາບການ ແລະສົມທົບກັນກໍານົດຄວາມຮັບຜິດຊອບສະເພາະຄະດີໄດ້ນັບສິບຄະດີ ແລະແຜນການວິຊາການ, ຈັບ ແລະເລີ່ມດຳເນີນຄະດີໄດ້ 43 ຄະດີ/ 58 ເປົ້າໝາຍຕ້ອງໂທດກ່ຽວກັບຢາເສບຕິດ, ຄົ້ນພົບ ແລະແຈ້ງໃຫ້ເພື່ອນມິດທຳລາຍຕົ້ນຢາຝິ່ນໄດ້ຫຼາຍກວ່າ 100 ເຮັກຕາຢູ່ຕາມບ້ານຕ່າງໆທີ່ຕິດຊາຍແດນ. ນີ້ແມ່ນໂອກາດເພື່ອໃຫ້ກໍາລັງປ້ອງກັນຊາຍແດນສອງປະເທດຮັດແໜ້ນສາຍພົວພັນ, ອາລົມຈິດຄວາມຮັກແພງ, ປະກອບສ່ວນປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານກໍ່ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ທ່ານ ຄໍາຮຸ່ງ ເຈົ້າແຂວງໆຫົວພັນ, ລາວ.

ໂດຍ: ເຈິ່ນຮວ່ຽນ