ໃນໄລຍະ 3 ເດືອນຜ່ານມາ, ເມື່ອໄດ້ຮັບໂທລະສັບຈາກລູກເຂີຍໂທມາບອກວ່າ ເມຍໃກ້ຈະເກີດລູກແລ້ວ, ແມ່ເຖົ້າ ຫງວຽນທິກ໊ວນ (ອາຍຸ 77 ປີ, ຢູ່ບີ່ງເຢືອງ) ຈຶ່ງຈັດວຽກງານໃນຄອບຄົວ, ແລ້ວຮັບລົດໂດຍສານຈາກຫວຽດນາມ ໄປອັດຕະປື (ລາວ) ເພື່ອໄປຊ່ວຍວຽກເຮືອນ. ເມື່ອຫຼານຫາກໍ່ຂວ້ຳເປັນ, ແມ່ເຖົ້າຈຶ່ງຕັດສິນໃຈກັບບ້ານ. ມາຮອດດ່ານສາກົນເບີອີ (ງອັກໂຮ່ຍ, ກອນຕູມ), ແມ່ເຖ້ົາຮູ້ສຶກດີໃຈ ແລະມີຄວາມສະເທືອນໃຈຫຼາຍເມື່ອມີລົດບັດຂອງກອງພັນໃຫຍ່ 990 ມາຮັບໄປຍັງເຂດແຍກປ່ຽວ. ຍ້ອນອາຍຸສູງ, ສຸຂະພາບອ່ອນເພຍ, ແຕ່ລະມື້ແມ່ເຖົ້າໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລສຸຂະພາບ, ຢື້ຢາມຖາມຂ່າວ, ລະດົມກໍາລັງໃຈຈາກອ້າຍລ້ຽງນັກຮົບ ແລະຖັນແຖວພະນັກງານການແພດ... ເຊິ່ງເປັນຜູ້ທີ່ໄດ້ໄປຮັບພົນລະເມືອງຢູ່ດ່ານສາກົນເບີອີ, ສະຫາຍພັນຕີ ອຸນັບ, ຜູ້ຊ່ວຍທະຫານປືນໃຫຍ່ກອງພັນໃຫຍ່ 990, ໃຫ້ຮູ້ວ່າ: “ເບິ່ງຄືວ່າມື້ໃດກໍ່ລ້ວນແຕ່ມີພົນລະເມືອງຫວຽດນາມ ກັບມາຈາກລາວ, ຕອນມີຫຼາຍຄົນນັ້ນກໍ່ນັບເປັນສິບ, ຕອນໜ້ອຍກໍ່ມີແຕ່ 3-5 ຄົນ, ແຕ່ລະເທື່ອເມື່ອໄດ້ຮັບແຈ້ງການຈາກອົງການທີ່ກ່ຽວຂ້ອງ, ພວກຂ້າພະເຈົ້າກໍ່ໄດ້ກະກຽມ, ເດີນທາງໄປຮັບພໍ່ແມ່ປະຊາຊົນຢູ່ຊາຍແດນ ເກືອບ 100 ກິໂລແມັດ”.

leftcenterrightdel
ເສນາຮັກກອງບັນຊາການທະຫານແຂວງກອນຕູມ. ພາບ: ຫວຽດຮຸ່ງ.

ຫຼານສອງຄົນທີ່ເປັນອ້າຍນ້ອງກັນນັ້ນແມ່ນ ເລດິ່ງຫາຍດັງ (ອາຍຸ 6 ປີ) ແລະ ເລຮວ່າງຫາຍ (ອາຍຸ 5 ປີ) ຖືກພໍ່ແມ່ເພິ່ງພາຍາດຕິພີ່ນ້ອງເອົາກັບມາແຕ່ລາວ ເພື່ອເຂົ້າຮຽນ. ຮູ້ວ່າຫຼານສອງຄົນມີຄວາມຢ້ານກົວເມື່ອເອົາແບບຢ່າງມາກວດຫາເຊື້ອໂຄວິດ, ແຕ່ລະເທື່ອທີ່ມາກວດພະຍາດນັ້ນພະນັກງານການແພດ, ອ້າຍນ້ອງທະຫານໄດ້ເອົາເຂົ້າໜົມໃຫ້ກິນ, ໄດ້ນັ່ງໂອ້ລົມນຳກັນ, ລະດົມກໍາລັງໃຈເພື່ອໃຫ້ຫຼານນ້ອຍສອງຄົນນັ້ນມີຄວາມທຸ່ນທ່ຽງໃຈກວ່າ. ເມື່ອແລກປ່ຽນກັບພວກຂ້າພະເຈົ້າ, ເອື້ອຍຕື່ທິແທງ (ອາຍຸ 35 ປີ, ຢູ່ເມືອງງອັກໂຮ່ຍ, ນ້າສາວຂອງຫຼານ) ໃຫ້ຮູ້ວ່າ: “ບັນດາລຸງທະຫານໄດ້ເກ້ຍກ່ອມໃຫ້ກຳລັງໃຈ, ສະນັ້ນ ແພດມາເອົາແບບຢ່າງໄປກວດ, ຫຼານສອງຄົນບໍ່ໄດ້ໄຫ້ຄືເທື່ອກ່ອນອີກ”.

ສະຫາຍພັນຕີ ອູຕ໊ຽນມິງ ຜູ້ຊ່ວຍນະໂຍບາຍ (ຫ້ອງການເມືອງ, ກອງບັນຊາການທະຫານແຂວງກອນຕູມ), ຫົວໜ້າການເມືອງເຂດແຍກປ່ຽວ, ໃຫ້ຮູ້ວ່າ: “ເຖິງວ່າຈໍານວນພົນລະເມືອງຢູ່ທີ່ນີ້ບໍ່ຫຼາຍປານໃດກໍ່ຕາມແຕ່ຍ້ອນພໍ່ແມ່ປະຊາຊົນໄດ້ກັບຄືນປະເທດເປັນຫຼາຍຄັ້ງດັ່ງນັ້ນພວກຂ້າພະເຈົ້າຕ້ອງແບ່ງກໍາລັງໄປຮັບ-ໄປສົ່ງ, ແຈ້ງອາການສຸຂະພາບ, ຮັບປະກັນພະລາທິການ, ຊີວິດການເປັນຢູ່ຮັບໃຊ້ໃຫ້ແກ່ປະຊາຊົນ. ເພື່ອຮັບປະກັນການເວັ້ນໄລຍະຫ່າງໃນສັງຄົມ, ຕ້ານການແຜ່ລະບາດຂອງພະຍາດໃນຊຸມຊົນ, ເລື່ອງຈັດສັນ, ຈັດບ່ອນກິນບ່ອນຢູ່ໃຫ້ແກ່ຄົນທີ່ກັບມາແຕ່ທຳອິດຈົນຮອດດຽວນີ້ລ້ວນແຕ່ຕ້ອງໄດ້ຄິດໄລ່ໃຫ້ລະອຽດ, ມີວິທະຍາສາດ. ປະຈຸບັນ, ກົມກອງກໍາລັງຮັບເອົາ, ແຍກປ່ຽວໃຫ້ພົນລະເມືອງ 87 ຄົນ, ໃນນັ້ນມີເດັກນ້ອຍ 5 ຄົນ, ທັງໝົດນັ້ນລ້ວນແຕ່ແມ່ນຄົນຫວຽດນາມ ກໍາລັງດໍາລົງຊີວິດ, ທໍາມາຫາກິນ, ຄ້າຂາຍ, ຮໍ່າຮຽນຢູ່ລາວ ທີ່ຫາກໍ່ກັບມາປະເທດ”.

ທ້າວ ບຸ່ຍວັນຈີ໊ (ອາຍຸ 30 ປີ, ຢູ່ຢາລາຍ) ແມ່ນກໍາມະກອນຂອງກຸ່ມບໍລິສັດ ຮວ່າງແອັງຢາລາຍ, ເຮັດວຽກຢູ່ແຂວງອັດຕະປື ໄດ້ແບ່ງປັນວ່າ: “ເຖິງວ່າຍາມໃດກໍ່ປະຕິບັດລະບຽບການໃສ່ຜ້າອັດປາກ-ອັດດັງ, ລ້າງມືຂ້າເຊື້ອ, ບໍ່ໄດ້ຢູ່ໃກ້ກັນແລ້ວກໍ່ຕາມ, ແຕ່ວ່າເຫັນຂ້ອຍເປັນໄອ, ເປັນໄຂ້ທຸກຄົນໃນຫ້ອງກໍ່ເປັນຫ່ວງ ແລະຄິດຢ້ານກົວ. ໂຊກດີທີ່ມີບັນດານາຍທະຫານໄດ້ເອົາໃຈໃສ່, ລະດົມກໍາລັງໃຈຢ່າງທັນການ ດັ່ງນັ້ນພໍ່ແມ່ປະຊາຊົນຈຶ່ງມີຄວາມອຸ່ນອ່ຽນໃຈ, ເຊື່ອໝັ້ນຕົນເອງ ແລະສະໜິດສະໜົນກັບຂ້ອຍກວ່າ. ເຊົາໄຂ້, ເຊົາໄອ, ການວິໄຈຫາເຊື້ອໂຄວິດທັງ 3 ເທື່ອນັ້ນລ້ວນແຕ່ມີຜົນເປັນລົບ, ວັນທີ 8 ສິງຫານີ້, ແມ່ນສໍາເລັດການແຍກປ່ຽວແລ້ວ”.

ກໍາລັງກວດກາວຽກງານສີດຢາຂ້າເຊື້ອໃນແຖວເຮືອນທີ່ຍັງວ່າງ, ໂອ້ລົມກັບພວກຂ້າພະເຈົ້າ, ທ່ານພັນໂທ ດິງວັນກ໊ວນ, ຜູ້ຊ່ວຍກວດກາ (ຫ້ອງເສນາທິການ, ກອງບັນຊາການທະຫານແຂວງກອນຕູມ), ຜູ້ບັນຊາການເຂດແຍກປ່ຽວ, ໃຫ້ຮູ້ວ່າ: “ຄະນະລົດຂອງກົມກອງໄດ້ໄປຮັບເອົາພົນລະເມືອງຢູ່ດ່ານສາກົນເບີອີ ກັບມາເຂດແຍກປ່ຽວຢ່າງເລື້ອຍໆ. ຫ້ອງນອນ, ອາຫານການກິນຂອງພໍ່ແມ່ປະຊາຊົນໄດ້ພວກຂ້າພະເຈົ້າກະກຽມຢ່າງລອບຄອບຖີ່ຖ້ວນ. ພາຍຫຼັງກວດກາ, ແຈ້ງອາການສຸຂະພາບ, ຮັບຫ້ອງນອນແລ້ວ, ພໍ່ແມ່ປະຊາຊົນຈະໄດ້ກິນເຂົ້າທີ່ໄດ້ກຽມໄວ້ໃຫ້ ກ່ອນແລ້ວ”.

ໂດຍ: ເກື່ອງດັ້ງ