ເພື່ອແນໃສ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ແຜ່ລະບາດຄືນໃໝ່ນັບແຕ່ທ້າຍເດືອນກໍລະກົດ 2020 ມາຮອດປະຈຸບັນ, ທະຫານຊາຍແດນແຂວງກວ໋າງຈິ ໄດ້ຜັນຂະຫຍາຍຢ່າງທັນການ ແລະຮັກສາດ່ານສະກັດກັ້ນແບບຄົງທີ່ 84 ແຫ່ງຢ່າງເປັນປົກກະຕິ, 23 ໜ່ວຍເຄື່ອນທີ່ດ້ວຍການເຂົ້າຮ່ວມຂອງພະນັກງານ, ນັກຮົບຊາຍແດນກວ່າ 400 ຄົນ, ທະຫານລາດ, ຕໍາຫຼວດບັນດາຕາແສງ 126 ຄົນເພື່ອຄວບຄຸມຊາຍແດນ, ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກເມືອງຢ່າງຜິດກົດໝາຍຜ່ານຊາຍແດນ.

leftcenterrightdel
ທ່ານພັນເອກພິເສດ ເລວັນເຟືອງ ມອບຂອງຂວັນໃຫ້ແກ່ນັກຮົບປະຕິບັດໜ້າທີ່ຢູ່ດ່ານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂຶ້ນກັບຄ້າຍທະຫານຊາຍແດນດ່ານສາກົນລາໄລ. ພາບ: nhandan.com.vn.

ຕູບຢູ່ຕາມດ່ານສະກັດກັ້ນນີ້, ໄດ້ສ້າງຂຶ້ນແບບຄົງທີ່, ມີເຂດດຳລົງຊີວິດ, ເຮືອນຄົວ ແລະເຂດລ້ຽງສັດໂດຍສະເພາະ. ຕູບໄດ້ສ້າງຂຶ້ນເປັນແບບເຮືອນຮ້ານກວ້າງຂວາງ, ເຢັນສະບາຍ, ຫຼີກລ້ຽງນ້ຳຖ້ວມ, ຕ້ານບັນດາໂຕງູ, ຂີ້ເຂັບ ແລະແມງໄມ້ທີ່ເປັນອັນຕະລາຍ ແນໃສ່ຮັບປະກັນການປະຕິບັດໜ້າທີ່ການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນທົ່ວຊາຍແດນຫວຽດນາມ-ລາວ, ຕອນໄປຜ່ານບໍລິເວນແຂວງກວ໋າງຈິ, ເຊິ່ງມີລວງຍາວທັງໝົດ 190 ກິໂລແມັດ.

ໂອກາດນີ້, ກອງບັນຊາການທະຫານແຂວງກວ໋າງຈິ ກໍ່ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ດ່ານສະກັດກັ້ນຕ່າງໆທີ່ຂຶ້ນກັບຄ້າຍທະຫານຊາຍແດນດ່ານສາກົນລາໄລ, ຄ້າຍທະຫານຊາຍແດນແທັງ, ກອງສືບຂ່າວ.

ໂດຍ: ເຈິ່ນຮວ່ຽນ