leftcenterrightdel
ສະມາຊິກອາຊຽນ ຍາມໃດກໍ່ຖືບົດບາດໃຈກາງໃນການແກ້ໄຂບັນຫາທະເລຕາເວັນອອກ. ພາບ: anninhthudo.vn.

ບ່ອນພົບປະຜົນປະໂຫຍດລະຫວ່າງບັນດາປະເທດທັງພາຍໃນ ແລະນອກພາກພື້ນ

ຈຸດພົ້ນເດັ່ນຢູ່ກອງປະຊຸມສໍາມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງນີ້ ແມ່ນມູມມອງການເປີດກວ້າງກ່ຽວກັບທະເລຕາເວັນອອກຄືດັ່ງເຂດທະເລທີ່ມີການເຊື່ອມຕໍ່ກັບບັນດາມະຫາສະໝຸດ, ແມ່ນບ່ອນພົບປະຜົນປະໂຫຍດລະຫວ່າງບັນດາປະເທດທັງພາຍໃນ ແລະນອກພາກພື້ນ. ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ, ທະເລຕາເວັນອອກແມ່ນຂອບເຂດຂອງເສັ້ນທາງການເດີນທະເລສໍາຄັນ ແລະແຖວໜ້າໃນໂລກ, ເປັນຂົວຕໍ່ດ້ານການຄ້າລະຫວ່າງມະຫາສະໝຸດອິນເດຍ ແລະປາຊີຟິກ, ລະຫວ່າງອາຊີ ແລະທະວີບໂອເຊອານີ

ນອກຈາກສວມບົດບາດເປັນເສັ້ນທາງເດີນທະເລທີ່ມີຄວາມສໍາຄັນແລ້ວ, ທະເລຕາເວັນອອກຍັງໄດ້ຮູ້ຈັກເຖິງແມ່ນເຂດທີ່ເຕັມໄປດ້ວຍຊັບພະຍາກອນ, ຄື: ສິນທະເລ, ນໍ້າມັນອາຍແກັດ. ນີ້ແມ່ນໜຶ່ງໃນ 5 ອ່າງບັນຈຸນໍ້າມັນອາຍແກັດຫຼາຍທີ່ສຸດໃນໂລກ. ພິເສດ, ທະເລຕາເວັນອອກ ຍັງຖືວ່າແມ່ນແຫຼ່ງພະລັງງານປ່ຽນແທນນໍ້າມັນອາຍແກັດໃນອະນາຄົດ.

ຍ້ອນແນວນັ້ນ, ຈຶ່ງບໍ່ມີຄວາມແປກໃຈຫຍັງເມື່ອທະເລຕາເວັນອອກແມ່ນບ່ອນພົບປະຜົນປະໂຫຍດລະຫວ່າງບັນດາປະເທດທັງພາຍໃນ ແລະນອກພາກພື້ນ. ທີ່ຕັ້ງພູມສາດ-ການເມືອງສໍາຄັນພ້ອມກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງກ່ຽວກັບຫຼາຍດ້ານ ໄດ້ເຮັດໃຫ້ທະເລຕາເວັນອອກດຶງດູດຄວາມສົນໃຈເປັນພິເສດຂອງບັນດາປະເທດມີຜົນປະໂຫຍດຍຸດທະສາດຢູ່ທີ່ນີ້.

ເຄົາລົບກົດໝາຍສາກົນ, ເສີມຂະຫຍາຍບົດບາດບັນດາລະບອບລະບຽບການຫຼາຍຝ່າຍ

ໃນສະພາບການນັ້ນ, ສະນັ້ນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ທະເລຕາເວັນອອກແມ່ນມີປະໂຫຍດ ແລະມີຄວາມຮັບຜິດຊອບລວມ ບໍ່ພຽງແຕ່ຂອງບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນຂອງປະຊາຄົມສາກົນຕື່ມອີກ.

ຄວບຄຸມການຂັດແຍ້ງກັນຢູ່ທະເລຕາເວັນອອກ, ບໍ່ປະໃຫ້ການຂັດແຍ້ງກາຍເປັນການປະທະກັນນາບຂູ່ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນນັ້ນໄດ້ກາຍເປັນບັນຫາທີ່ຮີບຮ້ອນໃນພາກພື້ນ. ໃນສະພາບການຕົວຈິງໄດ້ສະແດງໃຫ້ເຫັນວ່າ, ໃນການແກ້ໄຂສິ່ງທ້າທາຍດັ່ງກ່າວ, ການເຄົາລົບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)  ປີ 1982, ມີບົດບາດສໍາຄັນເປັນພິເສດ.

ຍ້ອນແນວນັ້ນ, ບັນດາຝ່າຍທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ ຄວນເຂົ້າຫາລັດທິຫຼາຍຝ່າຍເພື່ອຊອກຫາບັນດາວິທີການແກ້ໄຂໃຫ້ແກ່ການຂັດແຍ້ງກັນຢູ່ທະເລຕາເວັນອອກ. ເຖິງວ່າພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍບາງຢ່າງກໍ່ຕາມ, ແຕ່ລັດທິຫຼາຍຝ່າຍ ຍັງສືບຕໍ່ຄົງຕົວ ແລະສວມບົດບາດສໍາຄັນ.

ໃນບັນດາລະບອບລະບຽບການຫຼາຍຝ່າຍທີ່ເຂົ້າຮ່ວມການປັບປຸງສະພາບແວດລ້ອມໃນການເຄົາລົບກົດໝາຍ ແລະຊອກຫາວິທີການແກ້ໄຂໃຫ້ແກ່ການຂັດແຍ້ງກັນຢູ່ທະເລຕາເວັນອອກນັ້ນ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພົ້ນເດັ່ນຂຶ້ນຄືດັ່ງປັດໄຈສໍາຄັນ. ດ້ວຍຄວາມມານະພະຍາຍາມຂອງອາຊຽນ, ວິໄສທັດມະຫາສະໝຸດອິນເດຍ-ປາຊີຟິກ ໄດ້ຮັບຮອງເອົາ. ນີ້ແມ່ນຂໍ້ລິເລີ່ມຢ່າງທັນການ, ສ່ອງແສງເຖິງບັນດາຫຼັກການຕົ້ນຕໍຂອງອາຊຽນ, ລວມມີການກວມລວມ, ເພີ່ມເຕີມເຊິ່ງກັນ ແລະກັນ, ຄວາມເປັນລະບຽບຮຽບຮ້ອຍອີງໃສ່ລະບຽບກົດໝາຍຕາມກົດໝາຍສາກົນ ແລະບົດບາດຂອງບັນດາກົນໄກໂດຍອາຊຽນຊັກຈູງເປັນເໝືອນດັ່ງພື້ນຖານໃຫ້ແກ່ການເຈລະຈາ ແລະຜັນຂະຫຍາຍການຮ່ວມມືຢູ່ພາກພື້ນ. ນີ້ກໍ່ແມ່ນບາດກ້າວພັດທະນາຢ່າງຕັ້ງໜ້າ ແລະແມ່ນແນວຄິດລວມຂອງປະຊາຄົມສາກົນ.

ການຂັດແຍ້ງກັນຢູ່ທະເລຕາເວັນອອກ ແມ່ນບັນຫາສັບສົນ. ແຕ່ບັນຫານັ້ນບໍ່ແມ່ນວ່າບໍ່ສາມາດແກ້ໄຂໄດ້ຖ້າຫາກຝ່າຍທີ່ກ່ຽວຂ້ອງຕ່າງໆເຄົາລົບກົດໝາຍສາກົນ, ເສີມຂະຫຍາຍບົດບາດບັນດາລະບອບລະບຽບການຫຼາຍຝ່າຍ.

ໂດຍ: ເຈິ່ນຮວ່ຽນ