ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສໍາມະນາ,  ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ໄດ້ຢັ້ງຢືນເຖິງບົດບາດສໍາຄັນຂອງທະເລຕາເວັນອອກ, ຂອບເຂດຂອງເສັ້ນທາງການເດີນທະເລສໍາຄັນ ແລະແຖວໜ້າໃນໂລກ, ຂົວເຊື່ອມຕໍ່ການຄ້າລະຫວ່າງມະຫາສະໝຸດອິນເດຍ ແລະມະຫາສະໝຸດປາຊີຟິກ, ລະຫວ່າງອາຊີ ແລະທະວີບໂອເຊອານີ ແມ່ນໂຄງປະກອບຂອງຫຼາຍຂໍ້ລິເລີ່ມຂອງພາກພື້ນສໍາຄັນ, ຍ້ອນເຫດນັ້ນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ທະເລຕາເວັນອອກແມ່ນມີປະໂຫຍດ ແລະມີຄວາມຮັບຜິດຊອບລວມຂອງປະຊາຄົມສາກົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ຈຸດສຸມຂອງກອງປະຊຸມສໍາມະນາໃນວັນທໍາອິດແມ່ນວາລະສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ມີຜົນສັກສິດ. ບັນດາຜູ້ແທນຕີລາຄາວ່າ, ພາຍຫຼັງ 25 ປີທີ່ມີຜົນສັກສິດ, ສົນທິສັນຍາໄດ້ຜ່ານຜ່າສິ່ງທ້າທາຍຂອງການເວລາ, ພິສູດໄດ້ປະສິດທິຜົນໃນການສ້າງຄວາມເປັນລະບຽບຮຽບຮ້ອຍທາງທະເລ, ສ້າງກອບລະບົບນິຕິກໍາຮອບດ້ານກ່ຽວກັບການຄຸ້ມຄອງທະເລ ແລະສົມເປັນກົດບັດມະຫາສະໝຸດ.

ຄໍາຄິດເຫັນສ່ວນຫຼາຍກໍ່ເນັ້ນໜັກເຖິງບົດບາດສໍາຄັນຂອງອາຊຽນໃນການຊຸກຍູ້ການຮ່ວມມືທາງທະເລ ແລະສ້າງບັນດາກົດແຫ່ງການປະພຶດຕາມກົດໝາຍສາກົນ ແລະສ້າງຄວາມເປັນລະບຽບຮຽບຮ້ອຍໃນການເຄົາລົບກົດໝາຍຢູ່ທະເລຕາເວັນອອກ. ອາຊຽນຕັ້ງໜ້າຊຸກຍູ້ຈີນ ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ຄົບຖ້ວນ ແລະມີປະສິດທິຜົນ ແລະເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ມີປະສິດທິພາບ ແລະຮອບດ້ານ. ອາຊຽນກໍ່ສະໜັບສະໜູນການເຄົາລົບລະບຽບກົດໝາຍ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບ, ຍາວນານ ແລະຮອບດ້ານໃຫ້ແກ່ການຂັດແຍ້ງຢູ່ທະເລຕາເວັນອອກຕາມຂໍ້ກຳນົດຂອງກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982...

ໂດຍ: ກວຽດເຕິມ