ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ໄດ້ຍົກອອກບັນດາໝາກຜົນທີ່ພົ້ນເດັນດ້ານເສດຖະກິດ-ສັງຄົມ ຂອງປະເທດຊາດໃນໄລຍະຜ່ານມາ. ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ ພາຍຫຼັງ 40 ປີຜ່ານມາທີ່ປະຕິບັດພາລະກິດປ່ຽນແປງໃໝ່, ປະເທດຊາດບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ໂດຍມີການປະກອບສ່ວນຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ, ໃນນັ້ນມີບັນດາສາສະໜາ, ພິເສດແມ່ນສາສະໜາກາໂຕນິກ ຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັບປະເທດຊາດ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: vov.vn

ສາສະໜາກາໂຕນິກ ຫວຽດນາມ ໄດ້ປະກອບສ່ວນທີ່ດີເຂົ້າໃນບັນດາຂົງເຂດການສຶກສາ, ສາທາລະນະສຸກ, ການປົກປັກຮັກສາສິ່ງແວດລ້ອມ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ  ກໍ່ຄືການປ້ອງກັນຕ້ານບັນດາໄພພິບັດທາງສັງຄົມຢູ່ທ້ອງຖິ່ນເປັນຢ່າງດີ. ພິເສດ, ໃນການເລືອກຕັ້ງຜ່ານມາ, ມີພໍ່ແມ່ປະຊາຊົນຊາວຄຼິດກວ່າ 7,8 ລ້ານຄົນ ໃນທົ່ວປະເທດ ໄດ້ຕັ້ງໜ້າເຂົ້າຮ່ວມການເລືອກຕັ້ງ.

ທ່ານ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ ໃນວັນທີ 6 ເມສາ, ກອງປະຊຸມຄັ້ງທໍາອິດ, ສະພາແຫ່ງຊາດຫວຽດນາມ ຊຸດທີ XVI ຈະຈັດຂຶ້ນ. ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະປະກອບຄຳເຫັນກາຽວກັບກົດໝາຍວ່າດ້ວຍການເຫຼື້ອມໄຊເຊື່ອຖື, ສາສະໜາ (ສະບັບປັບປຸງ). ໜຶ່ງໃນບັນດາເປົ້າໝາຍໃຫຍ່ສຸດແມ່ນສ້າງເງື່ອນໄຂ ເພື່ອໃຫ້ບັນດາສາສະໜາເຄື່ອນໄຫວຢ່າງສະດວກຖືກຕາມກົດໝາຍຫວຽດນາມ; ເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາ, ແຫຼ່ງກໍາລັງສາສະໜາໃນການສ້າງສາ ແລະພັດທະນາປະເທດແບບຍືນຍົງ.

ໂດຍ: ຈາງຫງວຽນ