ສ.ເກົາຫຼີ ແລະຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນຂອງກັນ
ກປ.ອອນໄລ - ຕອນບ່າຍວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Park Yoon Joo ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ສ.ເກົາຫຼີ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ແລະເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລຮວ່າຍຈູງ ຢືນຢັນວ່າ ໃນແນວທາງການພົວພັນຕ່າງປະເທດຂອງຕົນ, ຫວຽດນາມ ຍາມໃດກໍ່ຄືເປັນສໍາຄັນການພົວພັນກັບ ສ.ເກົາຫຼີ ແລະປາດຖະໜາຢາກ ສ.ເກົາຫຼີ ຮ່ວມເດີນທາງພ້ອມກັບຫວຽດນາມ ໃນວິວັດການຜັນຂະຫຍາຍບັນດາເປົ້າໝາຍທີ່ໄດ້ວາງອອກທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຜ່ານມາ; ເນັ້ນໜັກວ່າ ສອງຝ່າຍຄວນມານະພະຍາຍາມຍົກສູງປະສິດທິຜົນການຮ່ວມມື ແລະສົມທົບກັນຊຸກຍູ້ການຄ້າສອງຝ່າຍພັດທະນາຕາມທິດດຸ່ນດ່ຽງ, ຍືນຍົງ, ສ້າງເງື່ອນໄຂສະດວກເພື່ອເປີດປະຕູຕະຫຼາດສົ່ງອອກ, ນໍາເຂົ້າໃຫ້ສິນຄ້າຂອງກັນ; ຕີລາຄາສູງການປະກອບສ່ວນຂອງບັນດາວິສາຫະກິດ ແລະອົງການເສດຖະກິດ ສ.ເກົາຫຼີ ສໍາລັບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ; ປາດຖະໜາຢາກວິສາຫະກິດ ສ.ເກົາຫຼີ ຈະສືບຕໍ່ເປີດກວ້າງການລົງທຶນເຂົ້າໃນບັນດາຂົງເຂດທີ່ຫວຽດນາມ ໃຫ້ບຸລິມະສິດພັດທະນາ.
    |
 |
|
ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Park Yoon Joo ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ສ.ເກົາຫຼີ. ພາບ: ກະຊວງການຕ່າງປະເທດ |
ສ່ວນທ່ານຮອງລັດຖະມົນຕີ Park Yoon Joo ເນັ້ນໜັກວ່າ ສອງປະເທດໄດ້ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະສະໜິດຕິດພັນຂອງກັນໃນຫຼາຍຂົງເຂດ; ຢືນຢັນວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຫວຽດນາມ ໃນວິວັດການຜັນຂະຫຍາຍເປົ້າໝາຍພັດທະນາເສດຖະກິດ-ສັງຄົມ; ປາດຖະໜາວ່າລັດຖະບານຫວຽດນາມ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍເພື່ອວິສາຫະກິດສ.ເກົາຫຼີ ເປີດກວ້າງການລົງທຶນ ແລະຍົກສູງປະສິດທິຜົນການເຄື່ອນໄຫວດຳເນີນທຸລະກິດໃນໄລຍະຍາວຢູ່ຫວຽດນາມ.
ສອງຝ່າຍເຫັນດີເປັນເອກະພາບວ່າ, ກະຊວງການຕ່າງປະເທດສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນໃນສະພາບການທີ່ປະຈຸບັນພວມຜັນແປຢ່າງວ່ອງໄວ ແລະຄາດເດົາໄດ້ຍາກ; ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ