ເມື່ອຕອບຄຳຖາມຂອງນັກຂ່າວໂດຍສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ກ່ຽວກັບສະພາບການໃນປະຈຸບັນຢູ່ ກູບາ ກໍ່ຄືເລື່ອງ ກູບາ ແລະອາເມລິກາ ດໍາເນີນການເຈລະຈາ, ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ: “ຫວຽດນາມ ເອົາໃຈໃສ່ຕິດຕາມກວດກາສະພາບການ ແລະເຊື່ອໝັ້ນວ່າ ກູບາ ຈະແກ້ໄຂ ແລະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປະຈຸບັນ. ອີກເທື່ອໜຶ່ງ, ຫວຽດນາມ ຢືນຢັນນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອກັບປະຊາຊົນກູບາ ອ້າຍນ້ອງ ແລະສະເໝີຕົ້ນສະເໝີປາຍສະໜັບສະໜູນມະຕິ ຂອງສະມັດຊາໃຫຍ່ສະຫະປະຊາຊາດທີ່ຮຽກຮ້ອງໃຫ້ຍົກເລີກການປິດລ້ອມ, ຂວ້ຳບາດຝ່າຍດຽວຕ້ານກູບາ.

ຫວຽດນາມ ຊົມເຊີຍ ແລະສະໜັບສະໜູນເລື່ອງ ກູບາ ແລະອາເມລິກາ ດຳເນີນການເຈລະຈາເພື່ອຊອກຫາມາດຕະການໃຫ້ຄວາມແຕກຕ່າງໃນການພົວພັນສອງຝ່າຍ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະຫຼັກການພື້ນຖານຂອງກົດໝາຍສາກົນ. ຫວຽດນາມ ປາດຖະໜາຢາກສອງຝ່າຍຈະບັນລຸໄດ້ທັດສະນະຮ່ວມໂດຍໄວໃນການປັບປຸງ ແລະຫັນການພົວພັນເປັນປົກກະຕິ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ສະຖຽນລະພາບ ແລະການພັດທະນາຢູ່ ພາກພື້ນ ແລະໃນໂລກ”.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຕອບຄຳຖາມສະເໜີອັບເດັດສະພາບການປະຈຸບັນຂອງພົນລະເມືອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ໂດຍປະຕິບັດຄໍາເຫັນຊີ້ນໍາຂອງກະຊວງການຕ່າງປະເທດ, ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ອີຣານ, ອິດສະຣາແອນ ແລະບັນດາປະເທດພາກພື້ນໃກ້ຄຽງໄດ້ກວດກາຄືນ, ສັງລວມຄວາມມຸ່ງມາດປາດຖະໜາຂອງພົນລະເມືອງຫວຽດນາມ ຢູ່ປະຈໍາຖິ່ນ ແລະສົມທົບກັບອົງການທີ່ກ່ຽວຂ້ອງພ້ອມແລ້ວທີ່ຈະຜັນຂະຫຍາຍວິທີການໜູນຊ່ວຍທີ່ເໝາະສົມ.

ອົງການຜູ້ຕາງໜ້າຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ ສືບຕໍ່ຮັກສາສາຍດ່ວນ, ພ້ອມກັນນັ້ນຜັນຂະຫຍາຍມາດຕະການໜູນຊ່ວຍພົນລະເມືອງກັບຄືນປະເທດ ຫຼື ໄປຮອດປະເທດທີ 3 ດ້ວຍຄວາມປອດໄພ. ມາຮອດປະຈຸບັນ, ບັນດາອົງການຜູ້ຕາງໜ້າຫວຽດນາມ ໄດ້ໜູນຊ່ວຍພົນລະເມືອງຫວຽດນາມ 556 ຄົນ ທີ່ຕິດຄ້າງຢູ່ຕາເວັນອອກກາງ. ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ພາກພື້ນ ສືບຕໍ່ຕິດຕາມສະພາບການ, ຮັກສາຕິດຕໍ່ຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງປະຈຳຖິ່ນ, ພ້ອມແລ້ວທີ່ຈະມີແຜນການເພື່ອປົກປ້ອງ, ຍົກຍ້າຍພົນລະເມືອງໃນກໍລະນີສຸກເສີນຢ່າງທັນການ”.

ໂດຍ: ເຈິ່ນຮວ່ຽນ