ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງຕໍ່ການພົວພັນກັບກູເວດ. ໂດຍຫວນຄືນການໂອ້ລົມທາງໂທລະສັບທີ່ປະສົບຜົນສຳເລັດກັບທ່ານ Sheikh Ahmed Al-Abdullah Al-Sabah ນາຍົກລັດຖະມົນຕີກູເວດ ໃນຕົ້ນເດືອນມີນາຜ່ານມາ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອຫັນເນື້ອໃນທີ່ໄດ້ເຫັນດີເປັນເອກະພາບເປັນລະອຽດ, ພິເສດແມ່ນການຮັບປະກັນຄວາມປອດໄພຂອງພົນລະເມືອງຫວຽດນາມໃນກູເວດ ແລະການຜັນຂະຫຍາຍແຜນການກະທໍາ ໄລຍະ 2026-2030 ຕາມທິດຫັນບັນດາຂົງເຂດການຮ່ວມມືເປັນຫຼາຍຮູບຫຼາຍແບບ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Yousef Ashour Al-Sabbagh ເອກອັກຄະລັດຖະທູດກູເວດ ປະຈໍາຫວຽດນາມ. ພາບ: chinhphu.vn

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຜ່ານການຍູ້ໄວຄວາມຄືບໜ້າຂອງການເຈລະຈາ FTA ລະຫວ່າງຫວຽດນາມ ແລະສະພາຮ່ວມມືເຂດອ່າວ (GCC), ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດຂອງສອງປະເທດຢ່າງແຮງກວ່າອີກ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ຝ່າຍ ກູເວດ ຮ່ວມມືໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍໃນປະຈຸບັນ, ປະກອບສ່ວນເຂົ້າໃນສະຖຽນລະພາບຂອງການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານເອກອັກຄະລັດຖະທູດກູເວດ ໃຫ້ຮູ້ວ່າ ກູເວດ ໄດ້ ແລະຈະຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ພ້ອມທັງຢືນຢັນວ່າ ລັດຖະບານກູເວດ ກຳລັງມານະພະຍາຍາມໃຫ້ການໜູນຊ່ວຍທີ່ຈຳເປັນແກ່ປະຊາຊົນກູເວດ ແລະຊາວຕ່າງປະເທດທີ່ອາໄສຢູ່ກູເວດ, ລວມມີພົນລະເມືອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມ, ຕັ້ງໜ້າເປັນຂົວເຊື່ອມຕໍ່ເພື່ອສົ່ງເສີມໃຫ້ບັນດາກຸ່ມບໍລິສັດພະລັງງານ ແລະກອງທຶນລົງທຶນກູເວດ ເພີ່ມທະວີການປະກົດຕົວຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການນໍາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດພັດທະນານັບມືນັບແທດຈິງ, ມີປະສິດທິຜົນ ແລະໜ້າໄວ້ເນື້ອເຊື່ອໃຈ.

ໂດຍ: ຈາງຫງວຽນ