ການນຳ ສປປ.ເກົາຫຼີ ໃຫ້ຄໍາໝັ້ນສັນຍາຈະຊຸກຍູ້ການພົວພັນກັບຫວຽດນາມ
ກປ.ອອນໄລ - ວັນທີ 3 ເມສາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ສົ່ງຂ່າວວ່າ, ຕອບໂທລະເລກຂອງທ່ານປະທານປະເທດ ເລືອງເກື່ອງ ອວຍພອນທ່ານ Kim Jong Un ໄດ້ຮັບເລືອກຕັ້ງເປັນປະທານຄະນະກຳມະການແຫ່ງລັດ ທີ່ກອງປະຊຸມ ຄັ້ງທີ 1, ສະພາປະຊາຊົນສູງສຸດ (ສະພາແຫ່ງຊາດ-SPA) ຊຸດທີ XV, ການນຳ ສປປ.ເກົາຫຼີ ໃຫ້ຄໍາໝັ້ນສັນຍາຈະຊຸກຍູ້ການພົວພັນລະຫວ່າງສອງປະເທດ.