ກອງປະຊຸມໄດ້ຈັດຕັ້ງໂດຍກົງຢູ່ສຳນັກງານນາຍົກລັດຖະມົນຕີ ເຊື່ອມຕໍ່ກັບຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນໃນທົ່ວປະເທດ ແລະບັນດາອົງການຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ:  baochinhphu.vn

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ປ່ຽນແປງຈິນຕະນາການ, ຄວາມຮັບຮູ້ ແລະການກະທຳກ່ຽວກັບການພົວພັນຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່; ປະກອບສ່ວນປະຕິບັດແນວທາງການພົວພັນຕ່າງປະເທດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ການເຄື່ອນໄຫວພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນຕ້ອງໃກ້ຊິດຕິດແທດກັບຄວາມຮຽກຮ້ອງພັດທະນາປະເທດ, ປະກອບສ່ວນໂດຍກົງເຂົ້າໃນເປົ້າໝາຍການເຕີບໂຕສອງຕົວເລກ, ໃນນັ້ນຜັນຂະຫຍາຍບັນດາຄໍາໝັ້ນສັນຍາ, ຂໍ້ຕົກລົງສາກົນຢ່າງມີປະສິດທິຜົນ; ຍູ້ແຮງການທູດດ້ານພະລັງງານ, ເຕັກໂນໂລຢີສູງ…

ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາສະມາຊິກຄະນະຊີ້ນຳຈະພ້ອມກັນສູ້ຊົນ, ມານະພະຍາຍາມຜ່ານຜ່າສິ່ງທ້າທາຍ, ປະກອບສ່ວນນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ຂອງຊົນຊາດຢ່າງໝັ້ນຄົງ.

ໂດຍ: ເຈິ່ນຮວ່ຽນ