ຫວຽດນາມ-ຈີນ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທດຈິງ ແລະມີປະສິດທິຜົນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ວັນທີ 15 ເມສາ, ຢູ່ນະຄອນຫຼວງປັກກິ່ງ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະ, ແລກປ່ຽນກັບທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.
ທ່ານພົນໂທ ຕົງ ຈຸ່ນ ຊົມເຊີຍທ່ານພົນເອກ ຟານວັນຢາງ ໄດ້ສະພາແຫ່ງຊາດຫວຽດນາມ ເລືອກຕັ້ງໃຫ້ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ອາຍຸການ 2026-2031 ໃນຫວ່າງມໍ່ໆມານີ້ ແລະຖືວ່າສອງຝ່າຍຈະສືບຕໍ່ເຫັນດີຊຸກຍູ້ເພີ່ມທະວີການຮ່ວມມືຝຶກແອບ, ວຽກງານພັກ, ວຽກງານການເມືອງລະຫວ່າງກອງທັບສອງປະເທດໃນໄລຍະຈະມາເຖິງ.
    |
 |
|
ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລກປ່ຽນກັບທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ. ພາບ: ເຖຕວ່ານ |
ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບທ່ານພົນໂທ ຕົງ ຈຸ່ນ ແລະເນັ້ນໜັກວ່າ, ເດືອນມີນາ ຜ່ານມາ, ສອງຝ່າຍໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 1 ກົນໄກເຈລະຈາຍຸດທະສາດ “3+3” ຂັ້ນລັດຖະມົນຕີການຕ່າງປະເທດ, ປ້ອງກັນປະເທດ, ຕຳຫຼວດ ຫວຽດນາມ-ຈີນ ປະສົບຜົນສໍາເລັດ. ພິເສດ, ພາຍຫຼັງການເຈລະຈາ “3+3”, ສອງຝ່າຍໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ຢູ່ແຂວງກວ໋າງນີງ ຂອງຫວຽດນາມ ແລະເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີ ຂອງ ຈີນ ປະສົບຜົນສໍາເລັດ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບມີປະສິດທິຜົນ ແລະແທດຈິງ.
ທ່ານພົນເອກ ຟານວັນຢາງ ເນັ້ນໜັກເຖິງໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຂອງການນໍາຂັ້ນສູງສອງພັກ, ສອງລັດ ຈະສືບຕໍ່ສ້າງເງື່ອນໄຂເພື່ອກອງທັບສອງປະເທດຍູ້ແຮງການຮ່ວມມືແທດຈິງກວ່າ, ມີປະສິດທິຜົນກວ່າ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.
ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຍາມໃດກໍ່ໄດ້ຢືນຢັນແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນການພົວພັນ ຫວຽດນາມ-ຈີນ, ໄດ້ສະແດງໃຫ້ເຫັນຜ່ານຫຼາຍເນື້ອໃນການຮ່ວມມື, ຄື: ການແລກປ່ຽນຄະນະຜູ້ແທນ, ການຮ່ວມມືເຫຼົ່າທັບ-ເຫຼົ່າຮົບ, ການສຶກສາ-ບໍາລຸງສ້າງ, ອຸດສາຫະກໍາປ້ອງກັນຊາດ.
ໂດຍ: ເຈິ່ນຮວ່ຽນ