ຮ່ວມແຮງຮ່ວມໃຈຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື, ພັດທະນາຢູ່ ສ. ອາຟະລິກາກາງ
ກປ.ອອນໄລ - ວັນທີ 15 ເມສາ, ຄະນະປະຕິບັດງານກະຊວງຕໍາຫຼວດຫວຽດນາມ ນໍາໂດຍທ່ານພົນໂທ ຟ້າມເຖຕຸ່ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕໍາຫຼວດ, ຫົວໜ້າຄະນະຊີ້ນຳແຜນຮ່າງ 05 ກ່ຽວກັບຕໍາຫຼວດປະຊາຊົນ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ (ສປຊ) ໄດ້ໄປຮອດນະຄອນຫຼວງ Bangui, ສ. ອາຟະລິກາກາງ, ເລີ່ມຕົ້ນການຢ້ຽມຢາມ ແລະເຮັດວຽກຢູ່ ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ສ. ອາຟະລິກາກາງ (MINUSCA).
ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານໄດ້ເຂົ້າຢ້ຽມຂໍ່ານັບທ່ານ Amadou Fofana, ຮັກສາການຜູ້ບັນຊາການຕໍາຫຼວດ ແລະທ່ານພົນຈັດຕະວາ Maychel Asmi, ຮອງຜູ້ບັນຊາການກອງທັບຄະນະປະຕິບັດງານ MINUSCA.
ຕາງໜ້າໃຫ້ຄະນະປະຕິບັດງານ, ທ່ານຮອງລັດຖະມົນຕີ ຟ້າມເຖຕຸ່ງ ອວຍພອນບັນດາກົມກອງຄະນະປະຕິບັດງານໄດ້ສົມທົບກັບ ສ. ອາຟະລິກາກາງ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ໄດ້ຈັດຕັ້ງການເລືອກຕັ້ງປະທານາທິບໍດີ, ສະພາແຫ່ງຊາດ ແລະອຳນາດການປົກຄອງຕົວເມືອງທ້ອງຖິ່ນຮອບທໍາອິດຢ່າງສໍາເລັດຜົນ. ນີ້ແມ່ນຂີດໝາຍສໍາຄັນໃຫ້ຄວາມສະຖຽນລະພາບໃນພາກພື້ນ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານຮອງລັດຖະມົນຕີ ຟ້າມເຖຕຸ່ງ ຢືນຢັນວ່າ ກ່ຽວກັບແຜນນະໂຍບາຍ, ຫວຽດນາມ ຍາມໃດກໍ່ກຳນົດວ່າການເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ແມ່ນໜ້າທີ່ການເມືອງສຳຄັນ, ຢືນຢັນຄໍາໝັ້ນສັນຍາຂອງຫວຽດນາມ ເປັນສະມາຊິກທີ່ມີຄວາມຮັບຜິດຊອບສໍາລັບສັນຕິພາບ ແລະຄວາມໝັ້ນຄົງສາກົນ. ບັນດາກຳລັງທີ່ສົ່ງໄປລ້ວນແຕ່ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ຮັກສາລະບຽບວິໄນ ແລະໄດ້ຮັບການຕີລາຄາສູງ. ທ່ານຮອງລັດຖະມົນຕີ ຟ້າມເຖຕຸ່ງ ຢືນຢັນວ່າ: “ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ ສໍາລັບສັນຕິພາບ, ຄວາມໝັ້ນຄົງສາກົນແບບຍືນຍົງ ແລະຍາມໃດກໍ່ພ້ອມແລ້ວທີ່ຈະເຂົ້າຮ່ວມການແກ້ໄຂສິ່ງທ້າທາຍທົ່ວໂລກໃນໄລຍະຈະມາເຖິງ”.
    |
 |
|
ທ່ານພົນໂທ ຟ້າມເຖຕຸ່ງ ຮອງລັດຖະມົນຕີກະຊວງຕໍາຫຼວດ ຢ້ຽມຢາມ ແລະເຮັດວຽກກັບກົມກອງຕໍາຫຼວດອິນໂດເນເຊຍ (FTU). ພາບ: qdnd.vn |
ຕີລາຄາສູງການໜູນຊ່ວຍຂອງອົງການຢູ່ຄະນະປະຕິບັດງານ MINUSCA ໃນການຜັນຂະຫຍາຍກໍາລັງຕໍາຫຼວດຫວຽດນາມ ຢູ່ຄະນະປະຕິບັດງານໃນໄລຍະຜ່ານມາ, ທ່ານຮອງລັດຖະມົນຕີ ຟ້າມເຖຕຸ່ງ ສະເໜີວ່າ ໃນໄລຍະຈະມາເຖິງ, ການນຳຄະນະປະຕິບັດງານ MINUSCA ສະໜັບສະໜູນ ແລະສະເໜີໃຫ້ ສປຊ ເຊີນຫວຽດນາມ ສືບຕໍ່ຜັນຂະຫຍາຍບັນດາຕໍາແໜ່ງນາຍຕຳຫຼວດ ແລະກົມກອງຕໍາຫຼວດຮັກສາສັນຕິພາບເລກ 1 ຢູ່ຄະນະປະຕິບັດງານ.
ເພື່ອປະກອບສ່ວນໃຫ້ການເຄື່ອນໄຫວຮັກສາສັນຕິພາບ ສປຊ, ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີ ສະເໜີບັນດາກົມກອງສ້າງເງື່ອນໄຂເພື່ອຄະນະປະຕິບັດງານມາຢ້ຽມຢາມ ແລະຖອດຖອນບົດຮຽນຈາກບັນດາປະເທດພວມຜັນຂະຫຍາຍບັນດາກົມກອງຕໍາຫຼວດຢູ່ ຄະນະປະຕິບັດງານ.
ໂດຍ: ເຈິ່ນຮວ່ຽນ