leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ທ່ານພົນຈັດຕະວາ, ຮສຈ.ປອ ຫວູເຍິດດິ້ງ, ຮອງຫົວໜ້າວິທະຍາຄານການແພດ ໃຫ້ຮູ້ວ່າ: ໃນປະຈຸບັນ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 8 ພວມກ້າວເຂົ້າສູ່ໄລຍະຝຶກແອບຂັ້ນຕົ້ນ, ໃນຕໍ່ໜ້າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຮຽກຮ້ອງໃຫ້ມີຄວາມພະຍາຍາມ, ຄວາມສາມັກຄີ ແລະຄວາມຕັດສິນໃຈສູງ. ເພື່ອປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ, ທ່ານພົນຈັດຕະວາ, ຮສຈ.ປອ ຫວູເຍິດດິ້ງ ຮຽກຮ້ອງໃຫ້ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ 2 ເລກ 8 ສຸມໃສ່ຊາບຊຶມແນວທາງ ແລະ ແຜນນະໂຍບາຍການພົວພັນຕ່າງປະເທດຂອງພັກ ແລະ ລັດຢ່າງເລິກເຊິ່ງ; ມີຄວາມຮັບຮູ້ຢ່າງພຽງພໍກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງໜ້າທີ່ຮັກສາສັນຕິພາບ ສປຊ; ຮັກສາໄວ້ຄຸນນະທາດການເມືອງ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະປະຊາຊົນຢ່າງເດັດຂາດ; ປະຕິບັດຕາມລະບຽບວິໄນຂອງກອງທັບ, ຂໍ້ກຳນົດຂອງ ສປຊ ແລະກົດໝາຍຂອງປະເທດປະຈໍາຖິ່ນຢ່າງເຂັ້ມງວດ; ຮັກສາພາບພົດທະຫານລຸງໂຮ່, ສ້າງແບບແຜນການເຮັດວຽກທີ່ມີແບບມີແຜນ, ເປັນມືອາຊີບໃນສະພາບແວດລ້ອມສາກົນ; ຍົກສູງຄຸນນະພາບການຝຶກແອບຮອບດ້ານ, ພິເສດແມ່ນລະດັບຄວາມຮູ້ດ້ານວິຊາສະເພາະ, ພາສາຕ່າງປະເທດ ແລະທັກສະການເຮັດວຽກໃນສະພາບແວດລ້ອມຫຼາຍປະເທດ; ເປັນເຈົ້າການໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ພ້ອມແລ້ວທີ່ຈະຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການຂອງໜ້າທີ່; ກໍ່ສ້າງກົມກອງໃຫ້ມີຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍຈິດໃຈຮັກແພງຊ່ວຍເຫຼືອກັນ; ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຮັກສາສຸຂະພາບ, ຮັບປະກັນຄວາມປອດໄພຢ່າງເດັດຂາດໃນທຸກດ້ານໃນຂະບວນການປະຕິບັດໜ້າທີ່.

leftcenterrightdel
ທ່ານພົນຈັດຕະວາ, ຮສຈ.ປອ ຫວູເຍິດດິ້ງ ມອບຂໍ້ຕົກລົງ ແລະຊົມເຊີຍໂຮງໝໍກາງສະໜາມ ຂັ້ນ 2 ເລກ 8. ພາບ: qdnd.vn

ທ່ານພົນຈັດຕະວາ, ຮສຈ.ປອ ຫວູເຍິດດິ້ງ ເຊື່ອໝັ້ນວ່າ ດ້ວຍການກະກຽມຢ່າງຮອບຄອບ, ຈິດໃຈຄວາມຮັບຜິດຊອບ ແລະຄວາມຕັດສິນໃຈສູງ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 8 ຈະສືບທອດມູນເຊື້ອຂອງບັນດາໂຮງໝໍກາງສະໜາມກ່ອນໜ້ານັ້ນ, ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ.

ໂດຍ: ທູຈາງ