leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລະບັນດາຜູ້ແທນເຂົ້າຮ່ວມພິທີເປີດງານວາງສະແດງ DSA 2026. ພາບ: qdnd.vn

ເຂົ້າຮ່ວມຄະນະມີທ່ານພົນຕີ ເລວັນເຮື໊ອງ ຮອງຫົວໜ້າກົມໃຫຍ່ເສນາທິການ. ວັນທີ 20 ເມສາ, ຄະນະຜູ້ແທນໄດ້ເຂົ້າຮ່ວມພິທີເປີດງານວາງສະແດງໂດຍທ່ານ Anwar Ibrahim ນາຍົກລັດຖະມົນຕີມາເລເຊຍ ເປັນປະທານ.

ງານວາງສະແດງ DSA 2026 ໄດ້ດຶງດູດແຂກການຄ້າປະມານ 50.000 ຄົນ, ຄະນະແຂກພົນລະເຮືອນ 600 ຄົນ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ, ກອງທັບ ທີ່ມາຈາກ 60 ປະເທດ, ໃນນັ້ນມີ 38 ປະເທດເຂົ້າຮ່ວມງານວາງສະແດງ; ປະມານ 1.400 ບໍລິສັດ, ກຸ່ມບໍລິສັດອຸດສາຫະກໍາປ້ອງກັນຊາດແຖວໜ້າໃນໂລກ. ງານວາງສະແດງປີນີ້ໄດ້ວາງສະແດງ 15 ກຸ່ມຫົວເລື່ອງສະເພາະ, ພົ້ນເດັ່ນແມ່ນບັນດາຜະລິດຕະພັນການທະຫານທີ່ທັນສະໄໝ, ຄື: ເຮືອບິນ, ກໍາປັ່ນຮົບ, ລົດຫຸ້ມເກາະ, ປືນ laser...

leftcenterrightdel
ຜູ້ແທນຫວຽດນາມ ເຂົ້າຮ່ວມພິທີເປີດງານວາງສະແດງ. ພາບ: qdnd.vn

ເລື່ອງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງໄດ້ສະແດງໃຫ້ເຫັນຄວາມສົນໃຈສໍາລັບການຮ່ວມມືສາກົນກ່ຽວກັບອຸດສາຫະກໍາປ້ອງກັນຊາດ, ພ້ອມທັງຢືນຢັນວ່າ, ລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂເພີ່ມທະວີການແລກປ່ຽນ, ການຮ່ວມມືສາກົນໃນຂົງເຂດນີ້ບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍຫວຽດນາມ ແລະບັນດາຄໍາໝັ້ນສັນຍາສາກົນ.

ໃນຕອນເຊົ້າວັນທີ 20 ເມສາ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນຈາກຫຼາຍປະເທດ; ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມບັນດາຮ້ານວາງສະແດງ, ຊຸກຍູ້ການແລກປ່ຽນ, ຊອກຮູ້ຄວາມສາມາດການຮ່ວມມື, ເໝາະສົມກັບກໍາລັງຄວາມສາມາດຂອງແຕ່ລະຝ່າຍ ກໍ່ຄືເພີ່ມທະວີການພົວພັນຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງຫວຽດນາມ ກັບບັນດາປະເທດໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ