ທີ່ການພົບປະ, ຮອງລັດຖະມົນຕີສອງທ່ານ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການເສີມສ້າງ ແລະພັດທະນາທັງລວງກວ້າງ ແລະລວງເລິກຢ່າງບໍ່ຢຸດຢັ້ງ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ, ຄື: ແລກປ່ຽນຄະນະ, ໂດຍສະເພາະແມ່ນຄະນະຂັ້ນສູງ.

ທ່ານພົນໂທ ຫງວຽນວັນຮ່ຽນ ໄດ້ສົ່ງຄໍາເຊີນຂອງທ່ານພັນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ຮອງນາຍົກລັດຖະມົນຕີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຊີນທ່ານ Guido Crosetto ລັດຖະມົນຕີກະຊວງປ້ອງກັນປະເທດອີຕາລີ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນປີ 2026; ເຊີນການນໍາກະຊວງປ້ອງກັນປະເທດອີຕາລີ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3 ໃນເດືອນ ທັນວາ 2026 ຢູ່ຮ່າໂນ້ຍ.

leftcenterrightdel
ທ່ານພົນໂທ ຫງວຽນວັນຮ່ຽນ ແລະທ່ານ Matteo Perego di Cremnago ຮອງລັດຖະມົນຕີກະຊວງປ້ອງກັນປະເທດອີຕາລີ. ພາບ: qdnd.vn

ສອງຝ່າຍໄດ້ເຫັນດີຮັກສາ ແລະເສີມຂະຫຍາຍກົນໄກຕ່າງໆທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສົມທົບກັນຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດຂ້ັນຮອງລັດຖະມົນຕີ ຄັ້ງທີ 6 ຢູ່ອີຕາລີ ແລະກຸ່ມເຮັດວຽກກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໂດຍໄວ; ເພີ່ມທະວີການຮ່ວມມືກ່ຽວກັບການປະກອບດ້ານປ້ອງກັນຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ຄວາມໝັ້ນຄົງທາງໄຊເບີ ແລະຂົງເຂດຕ່າງໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບອີຕາລີ ຈັດຕັ້ງຊຸດບໍາລຸງສ້າງກ່ຽວກັບການຮັກສາສັນຕິພາບ ສປຊ ຢູ່ພາກພື້ນ ແລະຄົ້ນຄວ້າລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືວ່າດ້ວຍການຮັກສາສັນຕິພາບໃນໄລຍະຈະມາເຖິງ. ກ່ຽວກັບການບໍາລຸງສ້າງ, ຫວຽດນາມ ພ້ອມແລ້ວທີ່ຈະຮັບເອົານາຍທະຫານອີຕາລີ ໄປຮຽນພາສາຫວຽດ ແລະເຂົ້າຮ່ວມຊຸດບໍາລຸງສ້າງເຈົ້າໜ້າທີ່ປ້ອງກັນຊາດສາກົນ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນ ສປຊ ແລະຂອບເຂດອາຊຽນ-ອີຢູ.

ທ່ານ Matteo Perego di Cremnago ເຊື່ອໝັ້ນວ່າ ການພົວພັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ນັບມື້ນັບພັດທະນາ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອີຕາລີ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາລວມຂອງພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ