ທ່ານພົນຕີ ເລວັນເຮື໊ອງ ເນັ້ນໜັກວ່າ, ໃນການພົວພັນລວມລະຫວ່າງຫວຽດນາມ ແລະແອັດສະປາຍ, ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາຂົງເຂດໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກການນຳຂັ້ນສູງສອງປະເທດ, ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນໄລຍະຜ່ານມາ. ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືອຸດສາຫະກໍາປ້ອງກັນຊາດ ກັບກະຊວງປ້ອງກັນປະເທດແອັດສະປາຍ. ການຊຸກຍູ້ການຮ່ວມມືອຸດສາຫະກໍາປ້ອງກັນຊາດຈະສ້າງພື້ນຖານສຳຄັນເພື່ອຊ່ວຍໃຫ້ບັນດາອົງການ, ວິສາຫະກິດສອງຝ່າຍມີຄວາມສະດວກໃນການຜັນຂະຫຍາຍບັນດາເນື້ອໃນການຮ່ວມມື.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ຢືນຢັນວ່າອຸດສາຫະກໍາປ້ອງກັນຊາດຫວຽດນາມ ມີທ່າແຮງຫຼາຍຢ່າງ ແລະພວມນັບມື້ນັບພັດທະນາ, ເພື່ອເປົ້າໝາຍສັນຕິພາບ, ການປ້ອງກັນຕົວ, ທ່ານພົນຕີ ເລວັນເຮື໊ອງ ສະເໜີຝ່າຍແອັດສະປາຍ ນຳສະເໜີກໍາລັງຄວາມສາມາດດ້ານເຕັກໂນໂລຢີໃນການຄົ້ນຄວ້າ ແລະພັດທະນາບັນດາຜະລິດຕະພັນ, ສອງຝ່າຍຄົ້ນຄວ້າບັນດາເນື້ອໃນ, ມາດຕະການແນໃສ່ຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

ເນື່ອງໃນໂອກາດນີ້, ທ່ານພົນຕີ ເລວັນເຮື໊ອງ ໄດ້ເຊື້ອເຊີນ ແລະຕ້ອນຮັບວິສາຫະກິດອຸດສາຫະກໍາປ້ອງກັນຊາດ ແອັດສະປາຍ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2026, ເຊິ່ງຄາດວ່າ ຈະຈັດຕັ້ງແຕ່ວັນທີ 10 ຫາວັນທີ 13 ທັນວາ 2026 ຢູ່ຮ່າໂນ້ຍ.

leftcenterrightdel
ທ່ານພົນຕີ ເລວັນເຮື໊ອງ ໄປຊົມຮ້ານວາງສະແດງຢູ່ງານວາງສະແດງ. ພາບ: qdnd.vn

ເນັ້ນໜັກວ່າ ຫວຽດນາມ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງ ແອັດສະປາຍ, ໃນນັ້ນມີຂົງເຂດການປ້ອງກັນຊາດ ແລະອຸດສາຫະກໍາປ້ອງກັນຊາດ ແມ່ນເນື້ອໃນສືບຕໍ່ໄດ້ເຮັດໃຫ້ເລິກເຊິ່ງຂຶ້ນຕື່ມອີກ, ທ່ານ Héctor Casado Lopez ສະແດງຄວາມປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການຊອກຮູ້, ຄົ້ນຄວ້າໃນຂົງເຂດທີ່ສອງຝ່າຍ ມີທ່າແຮງ ແລະມີຄວາມຕ້ອງການ, ພ້ອມທັງເຂົ້າຮ່ວມ, ແລກປ່ຽນປະສົບການໃນການຈັດຕັ້ງ ກໍ່ຄືເຂົ້າຮ່ວມວາງສະແດງຜະລິດຕະພັນຢູ່ງານວາງສະແດງປ້ອງກັນຊາດສາກົນຂອງສອງຝ່າຍ.

* ແລະກໍ່ໃນວັນດຽວກັນ, ທ່ານພົນຕີ ເລວັນເຮື໊ອງ ໄດ້ໄປຢ້ຽມຊົມຮ້ານວາງສະແດງອຸດສາຫະກໍາປ້ອງກັນຊາດຂອງມາເລເຊຍ, ອີຕາລີ, ສ.ເກົາຫຼີ, ຊຸກຍູ້ການແລກປ່ຽນ, ຊອກຮູ້ຄວາມສາມາດຮ່ວມມືທີ່ເໝາະສົມກັບກໍາລັງຄວາມສາມາດຂອງແຕ່ລະຝ່າຍ, ກໍ່ຄືເພີ່ມທະວີການພົວພັນຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດຫວຽດນາມ ກັບບັນດາປະເທດໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ