ທີ່ການພົບປະ, ທ່ານ Adly Bin Zahari ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມງານວາງສະແດງ, ພ້ອມທັງເນັ້ນໜັກວ່າ ນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ ແລະຊຸກຍູ້ການຮ່ວມມື.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະກັບທ່ານ Adly Bin Zahari ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຕີລາຄາສູງຂອບຂະໜາດ ແລະລັກສະນະເປັນມືອາຊີບໃນວຽກງານຈັດຕັ້ງຂອງງານວາງສະແດງ DSA 2026, ພ້ອມທັງຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ, ພັດທະນາການຮ່ວມມືຢ່າງແທດຈິງກັບມາເລເຊຍ, ສອດຄ່ອງກັບຜົນປະໂຫຍດອັນຊອບທຳຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ ຢູ່ແຕ່ລະປະເທດ ຢູ່ພາກພື້ນ ແລະໃນໂລກ.

ສອງຝ່າຍໄດ້ເຫັນດີໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບຮອບດ້ານ ແລະແທດຈິງ, ໃນນັ້ນສຸມໃສ່ບັນດາເນື້ອໃນ, ຄື: ແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ສົມທົບກັນຜັນຂະຫຍາຍກົນໄກເຈລະຈານະໂຍບາຍປ້ອງກັນຊາດ. ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ປາດຖະໜາວ່າ ກະຊວງປ້ອງກັນປະເທດມາເລເຊຍ ສະໜັບສະໜູນການຊຸກຍູ້ລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງລັດຖະບານສອງປະເທດ ກ່ຽວກັບການຮ່ວມມືປະຕິບັດກົດໝາຍ ແລະຊອກຫາກູ້ໄພຢູ່ທະເລ, ລົງນາມໃນຂໍ້ຕົກລົງສ້າງຕັ້ງກົນໄກລາດຕະເວນຮ່ວມຢູ່ທະເລ ແລະຊ່ອງທາງສື່ສານລະຫວ່າງທະຫານເຮືອສອງປະເທດໂດຍໄວ; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ ແລະກົນໄກຫຼາຍຝ່າຍ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ແບ່ງປັນເນື້ອໃນ ເຊິ່ງທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເຕື້ອງເຖິງ, ທ່ານ Adly Bin Zahari ໃຫ້ຮູ້ວ່າ ມາເລເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍກັບຫວຽດນາມ, ເຊື່ອໝັ້ນວ່າການພົວພັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາລວມຂອງພາກພື້ນ ແລະໃນໂລກ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ໄດ້ເຊື້ອເຊີນການນຳກະຊວງປ້ອງກັນປະເທດ, ກໍາລັງປະກອບອາວຸດ ແລະວິສາຫະກິດປ້ອງກັນຊາດມາເລເຊຍ ເຂົ້າຮ່ວມ ແລະວາງສະແດງຜະລິດຕະພັນຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3 ໃນເດືອນ ທັນວາ 2026 ຢູ່ຮ່າໂນ້ຍ.

ໂດຍ: ເຈິ່ນຮວ່ຽນ