ການຮ່ວມມືດ້ານປ້ອງກັນຊາດ ແມ່ນເສົາຄໍ້າສຳຄັນໃນການພົວພັນ ຫວຽດນາມ-ສະຫະພັນ ລັດເຊຍ
ກປ.ອອນໄລ - ຕອນບ່າຍວັນທີ 5 ມີນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Aleksandr Kurenkov ລັດຖະມົນຕີກະຊວງສະພາວະສຸກເສີນສະຫະພັນລັດເຊຍ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທ່ານ Aleksandr Kurenkov ລັດຖະມົນຕີກະຊວງສະຖານະການສຸກເສີນສະຫະພັນລັດເຊຍ. ພາບ: ຮວ່າງຫວູ |
ຕາມທ່ານພົນເອກ ຫງວຽນເຕິນເກືອງ ແລ້ວ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນບົນຈິດໃຈຄວາມໄວ້ເນື້ອເຊື່ອໃຈ, ແທດຈິງ, ຮອບດ້ານ, ສົມເປັນເສົາຄໍ້າສຳຄັນໃນການພົວພັນ ຫວຽດນາມ-ສະຫະພັນລັດເຊຍ, ບັນລຸໄດ້ໝາກຜົນອັນດີງາມໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຂັ້ນສູງ; ການບໍາລຸງສ້າງ, ການຝຶກແອບ; ການຮ່ວມມືເຫຼົ່າທັບ-ເຫຼົ່າຮົບ; ຄົ້ນຄວ້າວິທະຍາສາດໃນຂອບເຂດຂອງສູນເຂດຮ້ອນ ຫວຽດນາມ-ລັດເຊຍ...
ທ່ານພົນເອກ ຫງວຽນເຕິນເກືອງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມື, ສຸມໃສ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການບໍາລຸງສ້າງ, ແບ່ງປັນ, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນພົນລະເຮືອນ, ສະກັດກັ້ນ, ຮັບມື, ຄຸ້ມຄອງສະພາວະສຸກເສີນ, ສຳຫຼວດ, ຊອກຮູ້ກ່ຽວກັບອຸປະກອນຊອກຫາກູ້ຊີບກູ້ໄພ… ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ເຊື້ອເຊີນຄະນະຜູ້ແທນຂັ້ນສູງ ແລະວິສາຫະກິດອຸດສາຫະກຳປ້ອງກັນຊາດຂອງສະຫະພັນລັດເຊຍ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2026.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມອບຂອງຂວັນໃຫ້ແກ່ທ່ານ Aleksandr Kurenkov ລັດຖະມົນຕີກະຊວງສະຖານະການສຸກເສີນສະຫະພັນລັດເຊຍ. ພາບ: ຮວ່າງຫວູ |
ສ່ວນທ່ານລັດຖະມົນຕີ Aleksandr Kurenkov ໄດ້ຕີລາຄາສູງຜົນການຮ່ວມມືຢ່າງຕັ້້ງໜ້າໃນໄລຍະຜ່ານມາລະຫວ່າງສະຫະພັນລັດເຊຍ ແລະຫວຽດນາມ ກ່ຽວກັບການປ້ອງກັນພົນລະເຮືອນ, ສະກັດກັ້ນ, ຮັບມື, ຄຸ້ມຄອງສະພາວະສຸກເສີນ, ຊອກຫາກູ້ຊີບກູ້ໄພ; ຢືນຢັນວ່າສອງປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນຂົງເຂດນີ້; ເຫັນດີຕໍ່ເນື້ອໃນຮ່ວມມື ເຊິ່ງກະຊວງປ້ອງກັນປະເທດຫວຽດນາມ ສະເໜີ; ສະແດງຄວາມປາດຖະໜາຢາກໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນ, ເປີດກວ້າງການຮ່ວມມືຕາມຄວາມຮຽກຮ້ອງຕ້ອງການ ແລະຜົນປະໂຫຍດຂອງແຕ່ລະຝ່າຍ, ໃນນັ້ນສຸມໃສ່ແບ່ງປັນບົດຮຽນໃນການຜັນຂະຫຍາຍກຳລັງແພດທະຫານໃນການເຄື່ອນໄຫວກູ້ຊີບກູ້ໄພ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍນັບມື້ນັບພັດທະນາຢ່າງດີງາມ.
ໂດຍ: ເຈິ່ນຮວ່ຽນ