ສຳຫຼວດສະຖານທີ່ຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10
ກປ.ອອນໄລ - ຕອນບ່າຍວັນທີ 2 ມີນາ, ທ່ານພົນໂທ ຫງວຽນເຈື່ອງຖັງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າຄະນະປະຕິບັດງານກະຊວງປ້ອງກັນປະເທດ ດຳເນີນການສຳຫຼວດພື້ນທີ່ຕົວຈິງບາງສະຖານທີ່ທີ່ດໍາເນີນບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ຢູ່ແຂວງກວາງນິງ, ເຊິ່ງຄາດຄະເນຈະຈັດຂຶ້ນໃນເດືອນນີ້.
ເປັນປະທານທີ່ກອງປະຊຸມສະຫຼຸບພາຍຫຼັງການສຳຫຼວດ, ທ່ານພົນໂທ ຫງວຽນເຈື່ອງຖັງ ຢືນຢັນວ່າ ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ມີຄວາມໝາຍສຳຄັນໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງກອງທັບ, ກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ສອງຟາກຊາຍແດນ; ຜ່ານນັ້ນປະກອບສ່ວນເຂົ້າໃນການປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມືເພື່ອພ້ອມກັນພັດທະນາ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັງ ແລະຄະນະປະຕິບັດງານ ສຳຫຼວດຢູ່ເຂດດ່ານສາກົນມ໊ອງກ໊າຍ, ແຂວງກວາງນິງ. ພາບ: qdnd.vn |
ຊົມເຊີຍບັນດາອົງການ, ໜ່ວຍງານ ແລະອຳນາດການປົກຄອງທ້ອງຖິ່ນໄດ້ມານະພະຍາຍາມ, ຕັ້ງໜ້າກະກຽມໃຫ້ແກ່ງານພົບປະແລກປ່ຽນໃນເງື່ອນໄຫວເວລາທີ່ເຮັ່ງຮີບ, ທ່ານພົນໂທ ຫງວຽນເຈື່ອງຖັງ ໄດ້ຮຽກຮ້ອງໃຫ້ອົງການ, ກົມກອງ ແລະທ້ອງຖິ່ນສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນຕະຫຼອດວິວັດການປະຕິບັດວຽກງານກະກຽມ; ເປັນເຈົ້າການຊີ້ອອກຄວາມຫຍຸ້ງຍາກ, ຂໍ້ຕິດຂັດກັບການນຳກະຊວງປ້ອງກັນປະເທດ ເພື່ອແກ້ໄຂບັນຫາຢ່າງທັນການ...
ໂດຍການມອບໝາຍໜ້າທີ່ລະອຽດໃຫ້ແຕ່ລະອົງການ, ກົົມກອງ, ພົນໂທ ຫງວຽນເຈື່ອງຖັງ ໄດ້ສະເໜີໃຫ້ສຳເລັດແຜນການສັງລວມ, ແຜນການລະອຽດຂອງແຕ່ລະການເຄື່ອນໄຫວຢູ່ຫວຽດນາມໂດຍໄວ; ໃຫ້ຄຳເຫັນຊີ້ນໍາທີ່ລະອຽດກ່ຽວກັບບັນດາດ້ານທີ່ກ່ຽວຂ້ອງເຖິງພິທີການ, ການຕົກແຕ່ງ, ການຈັດພິທີ, ຮັບປະກັນພະລາທິການ, ຄວາມໝ້ັນຄົງ... ຮັບປະກັນການຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ໃຫ້ປະສົບຜົນສໍາເລັດ ແລະປອດໄພຢ່າງເດັດຂາດ.
ໂດຍ: ຈາງຫງວຽນ