ພາຍຫຼັງການສຳຫຼວດໂດຍກົງຢູ່ສູນວາງສະແດງສິນຄ້າຫວຽດນາມ (VEC), ທ່ານພົນໂທ ຫງວຽນເຈື່ອງຖັງ ໄດ້ເປັນປະທານການເຮັດວຽກ ແລະຮັບຟັງບັນດາອົງການ, ກົມກອງທີ່ກ່ຽວຂ້ອງລາຍງານກ່ຽວກັບຄວາມສະດວກ ກໍ່ຄ່ືຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວຽກງານກະກຽມຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3.

ບັນດາຄໍາເຫັນປຶກສາຫາລືສຸມໃສ່ໃນວຽກງານຈັດຕັ້ງວາງສະແດງ ແລະການເຄື່ອນໄຫວດຳເນີນໄປໃນຂອບເຂດງານວາງສະແດງ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ພະລາທິການ, ການຕ້ອນຮັບ...

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັງ ເປັນປະທານການເຮັດວຽກກັບຜູ້ຕາງໜ້າອົງການ, ກົມກອງກ່ຽວກັບວຽກງານກະກຽມຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3. ພາບ: qdnd.vn

ກ່າວຄຳເຫັນສະຫຼຸບ, ທ່ານພົນໂທ ຫງວຽນເຈື່ອງຖັງ ເນັ້ນໜັກເຖິງຄວາມສຳຄັນຂອງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 3 ໃນການຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບບັນດາປະເທດເພື່ອເປົ້າໝາຍສັນຕິພາບ ແລະພັດທະນາ.

ທ່ານພົນໂທ ຫງວຽນເຈື່ອງຖັງ ເຫັນດີກັບຄຳເຫັນຕີລາຄາທີ່ການເຮັດວຽກ, ໃນນັ້ນຖືວ່າ ຜ່ານການຈັດຕັ້ງ 2 ຄັ້ງ ໃນປີ 2022 ແລະ 2024 ປະສົບຜົນສໍາເລັດ, ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ໄດ້ປະກອບສ່ວນແຜ່ຂະຫຍາຍຮູບພາບອັນດີງາມກ່ຽວກັບ ປະເທດຊາດ, ຊາວ ແລະກອງທັບປະຊາຊົນຫວຽດນາມ ເຖິງເພື່ອນມິດສາກົນ; ສະເໜີໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າແຜນງານ, ສະຖານທີ່ຈັດຕັ້ງໃຫ້ເໝາະສົມ; ສຳເລັດບົດລາຍງານຜົນການສໍາຫຼວດ ແລະການເຮັດວຽກເພື່ອຍື່ນສະເໜີຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດ ພິຈາລະນາໂດຍໄວ.

ໂດຍ: ເຈິ່ນຮວ່ຽນ