ແພດທະຫານໝວກເບເລສີຟ້າ ຕັ້ງໜ້າແຜ່ຂະຫຍາຍຈິດໃຈວັນແພດໝໍຫວຽດນາມ
ກປ.ອອນໄລ - ແນໃສ່ສະເຫຼີມສະຫຼອງວັນແພດໝໍຫວຽດນາມ ຄົບຮອບ 71 ປີ (27-02-1955 / 27-02-2026), ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 7 ໄດ້ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນຢືນຢັນກໍາລັງຄວາມສາມາດດ້ານວິຊາການ ແລະຄວາມເມດຕາຂອງແພດທະຫານຫວຽດນາມ ໃນການປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ.
    |
 |
|
ພະນັກງານ, ຜູ້ບັນຊາການໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຢ້ຽມຢາມຖາມຂ່າວຄົນເຈັບຢູ່ໂຮງໝໍຫຼາຍຂະແໜງ Bentiu. ພາບ: qdnd.vn |
ໂຮງໝໍໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າໂຮງໝໍຂັ້ນ 1 ໃນເຂດ Unity ແລະກໍາລັງແພດທະຫານຈາກກົມກອງເພື່ອນ. ກອງປະຊຸມສໍາມະນາໄດ້ສຸມໃສ່ແລກປ່ຽນບັນຫາສາທາລະນະສຸກລວມຂອງເຂດ, ຄະນະປະຕິບັດງານ; ແບ່ງປັນປະສົບການໃນການປ້ອງກັນ, ຕ້ານ ແລະປິ່ນປົວພະຍາດໄຂ້ຍຸງ... ຜູ້ຕາງໜ້າໂຮງໝໍຂັ້ນ 1 ແລະກົມກອງເພື່ອນໄດ້ສົ່ງພອນໄຊອັນປະເສີດມາຍັງຖັນແຖວແພດທະຫານຫວຽດນາມ ເນື່ອງໃນໂອກາດວັນທີ 27 ກຸມພາ, ພ້ອມທັງຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 7 ໃນວຽກງານວິຊາການ ແລະການສົມທົບສາກົນ.
    |
 |
|
ພະນັກງານ, ຜູ້ບັນຊາການໂຮງໝໍກາງສະໜາມຂັ້ນ 2 ເລກ 7 ມອບຂອງຂວັນແທດຈິງໜູນຊ່ວຍໂຮງໝໍຫຼາຍຂະແໜງ Bentiu. ພາບ: qdnd.vn |
ນອກຈາກການເຄື່ອນໄຫວວິຊາການ, ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ກໍ່ຕັ້ງໜ້າເພີ່ມທະວີການເຄື່ອນໄຫວເຊື່ອມຕໍ່ ເພື່ອໜູນຊ່ວຍລະບົບການແພດທ້ອງຖິ່ນ. ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງໂຮງໝໍ ໄດ້ເຮັດວຽກກັບອົງການການແພດລັດ Unity ແນໃສ່ກໍາແໜ້ນສະພາບການລວມຂອງຂະແໜງສາທາລະນະສຸກຢູ່ບໍລິເວນ, ພິເສດແມ່ນຄວາມຫຍຸ້ງຍາກ, ສິ່ງທ້າທາຍດ້ານພື້ນຖານວັດຖຸ, ຊັບພະຍາກອນມະນຸດ ແລະກໍາລັງຄວາມສາມາດດ້ານວິຊາຊີບ. ບົນພື້ນຖານນັ້ນ, ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ພ້ອມກັບອົງການເຂດເຫັນດີເປັນເອກະພາບທິດທາງໜູນຊ່ວຍໄລຍະຍາວໃຫ້ແກ່ໂຮງໝໍຫຼາຍຂະແໜງ Bentiu. ເນື່ອງໃນໂອກາດນີ້, ຜູ້ຕາງໜ້າໂຮງໝໍກາງສະໜາມຂັ້ນ 2 ເລກ 7 ໄດ້ມອບອຸປະກອນການແພດທີ່ຈຳເປັນ 7 ປິບ ໃຫ້ແກ່ໂຮງໝໍຫຼາຍຂະແໜງ Bentiu.
ໂດຍ: ເຈິ່ນຮວ່ຽນ