ກະຊວງປ້ອງກັນປະເທດ ຕັ້ງໜ້າກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10
ກປ.ອອນໄລ - ຕອນເຊົ້າວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມກ່ຽວກັບວຽກງານກະກຽມຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10. ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ.
ເຂົ້າຮ່ວມມີທ່ານພົນໂທ ຟຸ່ງສິ໊ເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ແລະການນໍາບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດ.
ຄາດວ່າ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ຈະດໍາເນີນຢູ່ແຂວງກວ໋າງນີງ ຂອງຫວຽດນາມ ແລະເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີຂອງ ຈີນ ໃນເດືອນມີນາ ຈະມາເຖິງ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເປັນປະທານກອງປະຊຸມ. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເນັ້ນໜັກເຖິງຄວາມໝາຍສຳຄັນຂອງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10. ນີ້ແມ່ນເຫດການພົວພັນຕ່າງປະເທດດ້ານປ້ອງກັນຊາດສໍາຄັນໃນປີ 2026, ປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດ; ຜ່ານນັ້ນຢືນຢັນຄວາມຕັດສິນໃຈຂອງກອງທັບສອງປະເທດໃນການສືບຕໍ່ກໍ່ສ້າງ ແລະປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.
ກ່າວຄຳເຫັນສະຫຼຸບ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ສະເໜີບັນດາກຳລັງທີ່ເຂົ້າຮ່ວມວຽກງານຈັດຕັ້ງຄວນສົມທົບ, ປະສົມປະສານຢ່າງແໜ້ນແຟ້ນ ແລະເປັນເຈົ້າການປະຊາສຳພັນກັບຝ່າຍເພື່ອນ ເພື່ອເອກະພາບເວລາໂດຍໄວ, ສ້າງລາຍການ, ບົດລະຄອນພົບປະແລກປ່ຽນຢ່າງລະອຽດ, ປະກອບສ່ວນຈັດຕັ້ງເຫດການພົວພັນຕ່າງປະເທດດ້ານປ້ອງກັນຊາດສໍາຄັນນີ້ປະສົບຜົນສຳເລັດ...
    |
 |
|
ທ່ານພົນໂທ ຟຸ່ງສິ໊ເຕິນ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn |
ຕາມແຜນການຄາດວ່າ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ຈະລວມມີການເຄື່ອນໄຫວຫຼາຍຢ່າງ, ຄື: ພິທີຕ້ອນຮັບຄະນະຜູ້ແທນລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຢູ່ດ່ານສາກົນມ໊ອງກ໊າຍ; ປູກຕົ້ນໄມ້ມິດຕະພາບ; ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ເຈິ່ນຟູ (ຕາແສງມ໊ອງກ໊າຍ, ແຂວງກວ໋າງນີງ); ຢ້ຽມຢາມຄ້າຍທະຫານຊາຍແດນຈ່າໂກ໋; ການພົບປະສອງຝ່າຍລະຫວ່າງລັດຖະມົນຕີປ້ອງກັນປະເທດສອງປະເທດ…
ໂດຍ: ເຈິ່ນຮວ່ຽນ